![]() |
ສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງ ທັບ ຫົວໜ້າອະນຸກໍາມະການເປີດ-ປິດການຊ້ອມຮົບຮ່ວມລາວ-ຣັດເຊຍ "ລາໂຣດສ-2025" ພາຍໃຕ້ຄໍາຂວັນ: ຄຽງບ່າຄຽງໄຫຼເພື່ອການຕໍ່ສູ້ເພື່ອຄວາມໝັ້ນຄົງໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 13 ກັນຍາຜ່ານມາວ່າ: ສໍາລັບອະນຸກຳມະການ ການເມືອງມີໜ້າວຽກທີ່ສໍາຄັນປະກອບມີຄື: ການສຶກສາອົບຮົມການເມືອງ-ນຳພາແນວຄິດ ພົບປະກັບພະນັກງານ-ນັກຮົບຜູ້ທີ່ເຂົ້າຮ່ວມເຮັດໜ້າທີ່ ຊຶ່ງແບ່ງອອກເປັນ 3 ໄລຍະຄື: ໄລຍະເບື້ອງຕົ້ນຂອງການຊ້ອມຮົບ; ທຳການຝຶກແອບຮ່ວມ ແລະ ພາຍຫຼັງການສິ້ນສຸດການຝຶກແອບ, ການປະດັບປະດາຈັດສະຖານທີ່ເປີດ-ປິດຢ່າງເປັນທາງການເຊັ່ນ: ຕິດທຸງທິວ, ປ້າຍຄໍາຂວັນ, ທຸງຊາດ, ທຸງພັກລາວ-ຣັດເຊຍ, ທຸງລາໂຣດສ ເຮັດໃຫ້ມີຄວາມສວຍງາມຕາມສະຖານທີ່ຄ້າຍຄູ, ບ່ອນພັກເຊົາຂອງນັກຝຶກແອບ, ໄດ້ຈັດຕັ້ງພະນັກງານວິຊາການໜັງສືພິມ, ໂທລະພາບ, ວິທະຍຸ ແລະ ວາລະສານປ້ອງກັນຊາດມາປະຈໍາພາກສະໜາມ ເພື່ອເກັບກໍາຂ່າວລາຍງານສະພາບການຝຶກແອບຮ່ວມກັນເປັນປົກກະຕິເພື່ອໃຫ້ຂັ້ນເທິງໄດ້ຮັບຮູ້, ວຽກງານສິລະປະ-ວັນນະຄະດີ ເປັນວຽກງານໜຶ່ງທີ່ສໍາຄັນໃນການສ້າງໃຫ້ມີບັນຍາກາດໃນມື້ເປິດ-ປິດ. ນອກຈາກນັ້ນ, ຍັງຈະມີການແຂ່ງຂັນກິລາມິດຕະພາບຊຶ່ງມີ 2 ປະເພດກິລາຄື: ກິລາບານສົ່ງ ແລະ ກິລາດຶງເຊືອກ. ພ້ອມນັ້ນ, ຍັງຈະໄດ້ຄົ້ນຄວ້າຍ້ອງຍໍໃຫ້ບັນດາພະນັກງານ-ນັກຮົບຜູ້ທີ່ມີຜົນງານທັງສອງຝ່າຍລາວ-ຣັດເຊຍ ທີ່ເຂົ້າຮ່ວມການຝຶກແອບໃນຄັ້ງນີ້ ເປັນຕົ້ນແມ່ນມອບຫຼຽນໄຊພິລະອາດຫານຊັ້ນ III, ໃບຍ້ອງຍໍຂັ້ນກະຊວງປ້ອງກັນປະເທດ ແລະ ໃບຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບ.
ຫົວໜ້າກົມໂຄສະນາອົບຮົມໃຫ້ຮູ້ຕື່ມອີກວ່າ: ນັບແຕ່ຕົ້ນຈົນມາຮອດປັດຈຸບັນ ທຸກແຜນວຽກມີຄວາມຄືບໜ້າແລ້ວ 90%. ພ້ອມນີ້, ພວກເຮົາຍັງໄດ້ເຄື່ອນໄຫວຫຼາຍກິດຈະກໍາປິ່ນອ້ອມອີກດ້ວຍ.
ຄໍາເຫັນ