ປະກາດແຕ່ງຕັ້ງພະນັກງານການນໍາຂັ້ນງຂອງແຂວງ

ບໍ່ແກ້ວ ປະກາດແຕ່ງຕັ້ງພະນັກງານການນໍາຂັ້ນງຂອງແຂວງ

ບໍ່ແກ້ວ ປະກາດແຕ່ງຕັ້ງພະນັກງານການນໍາຂັ້ນງຂອງແຂວງ
ໃນອາທິດຜ່ານມານິ້ ທີ່ຫ້ອງວ່າການແຂວງບໍ່ແກ້ວ ໄດ້ຈັດພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ

 ເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

ສະຫາຍ ສຸລິຍາ ພົມມີສິດ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງເລກທີ 349/ຄລສພ, ຄໍາສັ່ງເລກທີ 03/ນຍ ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່, ເຫັນດີແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປັນຄໍາ ບຸດຈັນແພງ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນພົມວິຫານ ກະຊວງປ້ອງກັນປະເທດ ມາເປັນຮອງເລຂາຄະນະບໍລິຫານງານພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ຍົກຍ້າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະບໍລິຫານງານພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງປ້ອງກັນປະເທດ, ພ້ອມທັງມອບນິຕິກຳທີ່ກ່ຽວຂ້ອງ ໃຫ້ແກ່ຮອງເລຂາຄະນະບໍລິຫານງານພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ(ຜູ້ໃໝ່).

ໂອກາດນິ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານໃນການຊີ້ນໍາ ນໍາພາຜ່ານມາ ແລະ ມີຄໍາເຫັນຕໍ່ການຍົກຍ້າຍ, ແຕ່ງຕັ້ງຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໃນຄັ້ງນີ້, ຊຶ່ງເປັນວຽກງານປົກກະຕິທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ ບົນພື້ນຖານນັ້ນ ໃຫ້ຄະນະພັກ, ຄະນະນໍາ ສືບຕໍ່ນໍາພາແນວຄິດ ຂອງພະນັກງານ-ສະມາຊິກພັກ ຢູ່ແຕ່ລະພະແນກການ, ແຕ່ລະເມືອງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການແຕ່ງຕັ້ງ ເພື່ອສ້າງຄວາມເປັນເອກະພາບ, ພ້ອມກັນສືບຕໍຄົ້ນຄວ້າຊອກວິທີການປັບປຸງແກ້ໄຂວຽກງານທີ່ຍັງຄົງຄ້າງ ແລະ ປະຕິບັດໃຫ້ສໍາເລັດ, ເພື່ອກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງທີ່ຈະມາເຖິງ ແລະ ດ້ານວຽກງານອື່ນໆ.

(ຂ່າວ: ເງິນຫຼົງ ຈິດພູວົງ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ຕຸລາ ນີ້ ທີ່ຫ້ອງປະຊຸມສະໂມສອນສະຖາບັນການທະນາຄານ ພາຍໃຕ້ໂດຍການເປັນປະທານຂອງ ສະຫາຍ ນາງ ບຸນຄໍາ ວໍລະຈິດ ເລຂາຄະນະບໍລິຫານງານພັກ ຜູ້ວ່າທະນາຄານແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີຜູ້ແທນສົມບູນ ທັງໝົດ 149 ສະຫາຍ ຕາງໜ້າໃຫ້ສະມາຊິກພັກທັງໝົດ 1,046 ສະຫາຍ, ພ້ອມນັ້ນ ມີບັນດາຜູ້ຕາງໜ້າອົງຄະນະພັກກະຊວງ-ອົງການ ແລະ ບາງອົງຄະນະພັກແຂວງ-ນະຄອນຫຼວງວຽງຈັນ, ພະນັກງານອາວຸໂສບຳນານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 3 ສະໄຫມທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງບໍ່ແຕນ ຄັ້ງທີ 3 ສະໄຫມທີ VIII

ໃນວັນທີ 22 ຕຸລານີ້ ທີ່ສະໂມສອນ ເມືອງບໍ່ແຕນ ແຂວງໄຊຍະບູລີ, ຄະນະບໍລິຫານງານພັກເມືອງບໍ່ແຕນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄຫມທີ VIII ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນພະລັງ ວິໄລສັກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ.
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໄດ້ເປີດຂຶ້ນໃນວັນທີ 15 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີບັນດາສະຫາຍອະດີດຄະນະບໍລິຫານງານ ສຊປລ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລາ ນີ້ ທີ່ສະໂມສອນຫ້ອງວ່າການແຂວງວຽງຈັນ, ພາຍໃຕ້ການເປັນປະທານ ສະຫາຍ ຄຳພັນ ສິດທິດຳພາ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ມີອະດີດການນໍາຂັ້ນສູງ, ສະມາຊິກພັກອາວຸໂສບຳນານ, ພ້ອມດ້ວຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ສອງໝື່ນກວ່າສະຫາຍ ຈາກທ້ອງຖິ່ນ, ພະແນກການ-ອົງການອ້ອມຂ້າງແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໄຂກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII

ໃນຕອນເຊົ້າຂອງວັນທີ 15 ຕຸລານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີແຂກຖືກເຊີນຈາກສູນກາງ, ທ້ອງຖິ່ນ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊີກພັກທົ່ວແຂວງ ເຂົ້າຮ່ວມ.
ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ກອງປະຊຸມສະມາຊິກພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ໃນຕອນເຊົ້າຂອງວັນທີ 14 ຕຸລານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມສະມາຊິກພັກ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸໂສບໍານານ, ຄະນະໜ່ວຍພັກຫ້ອງການ-ບັນດາກົມ ພ້ອມດ້ວຍສະມາຊິກພັກ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ ຈຳນວນ 192 ສະຫາຍ ຍິງ 66 ສະຫາຍ.
ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄອສພ ຄັດເລືອກເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມຕົວແທນສະມາຊິກພັກ ເພື່ອຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ໃນວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ຄອສພ, ໂດຍການເປັນປະທານ ຂອງສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາຄະນະພັກ, ຄະນະນໍາ, ບັນດາຄະນະກົມ, ຄະນະພະແນກ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.
ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ປະກາດແຕ່ງຕັ້ງ ຫົວໜ້າຄະນະສານແພ່ງສານປະຊາຊົນແຂວງເຊກອງ

ພິທີປະກາດແຕ່ງຕັ້ງທ່ານ ບຸນນະເລດ ອິນທິຈັກ ຜູ້ພິພາກສາຊັ້ນສອງ ສານປະຊາຊົນແຂວງເຊກອງ ເປັນຫົວໜ້າຄະນະສານແພ່ງ ສານປະຊາຊົນແຂວງເຊກອງ ຈັດຂຶ້ນໃນວັນທີ 13 ຕຸລາຜ່ານມາ ໂດຍມີ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ບຸນຫລາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III

ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງການເງິນທ້າຍສະໄໝທີ III ຈັດຂຶ້ນໃນວັນທີ 10 ຕຸລາຜ່ານມາ ທີ່ກະຊວງການເງິນ ໂດຍການເປັນປະທານຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງການເງິນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄຂກອງປະຊຸມໃຫຍ່ ສະມາຊິກພັກ

ວັນທີ 13 ຕຸລານີ້, ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ XVI ຂອງຕົນຂຶ້ນທີ່ຫ້ອງປະຊຸມອົງການໄອຍະການແຂວງອຸດົມໄຊ, ໂດຍການເປັນປະທານຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ມີສະຫາຍ ພູວົງ ໄພມະນີ ຮອງຄະນະຈັດຕັ້ງແຂວງ, ພ້ອມດ້ວຍອະດີດການນຳ, ແຂກເຊີນ ແລະ ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ 42 ສະຫາຍຍິງ 12 ສະຫາຍ.
ເພີ່ມເຕີມ