ງານມະຫາກຳແຂ່ງຂັນກິລານັກຮຽນສາຍສາມັນສຶກສາມັດທະຍົມສົມບູນທົ່ວປະເທດຄັ້ງທີ 7

ບໍລິຄຳໄຊ ຕັ້ງເປົ້າ 9 ຫຼຽນທອງ 12 ຫຼຽນເງິນ 10 ຫຼຽນຄຳ ງານມະຫາກຳກິລານັກຮຽນທົ່ວປະເທດ

ບໍລິຄຳໄຊ ຕັ້ງເປົ້າ 9 ຫຼຽນທອງ 12 ຫຼຽນເງິນ 10 ຫຼຽນຄຳ ງານມະຫາກຳກິລານັກຮຽນທົ່ວປະເທດ
ງານມະຫາກຳແຂ່ງຂັນກິລານັກຮຽນສາຍສາມັນສຶກສາມັດທະຍົມສົມບູນທົ່ວປະເທດຄັ້ງທີ 7 ທີ່ຈະຈັດຂຶ້ນໃນກາງເດືອນທັນວາ 2024

ທີ່ແຂວງສາລະວັນເປັນເຈົ້າພາບ. ແຂວງບໍລິຄໍາໄຊໄດ້ສົ່ງ 8 ປະເພດກິລາເຂົ້າຮ່ວມແຂ່ງຂັນ ຕັ້ງເປົ້າ 9 ຫຼຽນທອງ 12 ຫຼຽນເງິນ ແລະ 10 ຫຼຽນຄໍາ.

ທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງ ບໍລິຄຳໄຊ ຕາງໜ້າໃຫ້ຄະນະຮັບຜິດຊອບໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງໃນວັນທີ 16 ພະຈິກຜ່ານມາ ໃຫ້ຮູ້ວ່າ: ງານມະຫາກຳແຂ່ງຂັນກິລານັກຮຽນສາຍສາມັນສຶກສາມັດທະຍົມສົມບູນຄັ້ງທີ 7 ທົ່ວປະເທດທີ່ແຂວງສາລະວັນເປັນເຈົ້າພາບ. ແຂວງ ບໍລິຄໍາໄຊ ຈະໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງແຂ່ງຂັນ 8 ປະເພດກິລາຄື: ບານເຕະຊາຍ, ແລ່ນ-ລານຍິງ-ຊາຍ, ໝາກເສິກຍິງ-ຊາຍ, ເປຕັງຍິງ-ຊາຍ, ກະຕໍ້ຍິງ-ຊາຍ, ໜ້າເກັກຍິງ-ຊາຍ,ເທັກຄັວນໂດ່ຍິງ-ຊາຍ ແລະ ກິລາດອກປີກໄກ່-ຍິງ-ຊາຍ,ຈຳນວນພົນເຂົ້າຮ່ວມທັງໝົດ 168 ຄົນ. ໃນນັ້ນ, ຄະນະນຳ ແລະ ຄູຝຶກ 68 ຄົນ, ນັກກີລາ 100 ຄົນ, ໃຊ້ງົບປະມານ 997 ລ້ານກວ່າກີບ. ຕັ້ງເປົ້າ 31 ຫຼຽນຄື: ຫຼຽນຄໍາ 10 ຫຼຽນ, ຫຼຽນເງິນ 12 ຫຼຽນ ແລະ 9 ຫຼຽນທອງ. ສໍາລັບຜົນງານແຂ່ງຂັນຄັ້ງທີ 6 ຜ່ານມາ ສາມາດຍາດໄດ້ອັນດັບທີ 3 ຂອງປະເທດ. ມາຮອດປັດຈຸບັນບັນດາໜ້າວຽກທີ່ປີ່ນອ້ອມມີຄວາມພ້ອມຫຼາຍດ້ານ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກອົງການຈັດຕັ້ງສັງຄົມ ຈົ່ງຊ່ວຍປະກອບສ່ວນວັດຖຸຊຸກຍູ້ນັກກິລາ ເພື່ອສ້າງກຳລັງໃຈເຮັດໃຫ້ງານກິລາດັ່ງກ່າວສຳເລັດຕາມເປົ້າໝາຍທີ່ຄາດຫັວງໄວ້.

(ຂ່າວ: ແຂວງບໍລິຄໍາໄຊ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ເພື່ອເປັນການສະຫຼອງສາຍສໍາພັນທະມິດອັນຍາວນານ ເຖິງ 25 ປີນີ້. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັນຈັດການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV (2026) ຢ່າງຍິ່ງໃຫຍ່ ເພື່ອສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື, ພິທີຖະແຫຼ່ງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ແລະ ສິດປະໂຫຍດ ບໍລິສັດ ເບຍລາວ ຈຳກັດ, ມີບັນດາທ່ານຄະນະບໍລິຫານງານສະຫະພັນ, ແຂກຜູ້ມີກຽດ, ຕາງໜ້າຈາກກະຊວງ, ກົມກອງຂະແໜງການທີ່ກ່ຽວຂ້ອງ, ສື່ມວນຊົນ, ບັນດາສະໂມສອນ, ຄູຝຶກ, ແລະ ທີມນັກກິລາເຂົ້າຮ່ວມ.
ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ໃນວັນທີ 12-13 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ (ສກຂ ບໍ່ແກ້ວ) ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ແລະ ວາງແຜນວຽກບູລິມະສິດ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍມີທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງໜ່ວຍງານທີ່ກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.
ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຮ່ວມກັບພາກສ່ວນກ່ຽວຂ້ອງພາຍໃນແຂວງ ຈະໄດ້ຈັດກິດຈະກຳເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ ແລະ ອຸປະກອນການສຶກສາ ໃນລາຄານະໂຍບາຍ-ລາຄາອຸ່ນໃຈ (ລາຄາຖືກ) ເພື່ອຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ທີ່ຈະມາເຖິງນີ້.
ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ຊຶ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ເມື່ອບໍ່ດົນມານີ້,ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສປປ ລາວ ຮ່ວມກັບ ຄະນະຊາວໜຸ່ມ ກຸ່ມບໍລິສັດ ອຸດສາຫະກຳຢາງພາລາ ສສ ຫວຽດນາມ ໄດ້ຈັດກິດຈະກຳເຄື່ອນໄຫວມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນຢູ່ໂຮງຮຽນປະຖົມບາຈຽງ (ບ້ານໜອງກອກ, ຕາແສງໜອງໃສ, ເມືອງບາຈຽງຈະເລີນສຸກ).
ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ໃນວັນທີ 6 ສິງຫາ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງຫຼັກສູດ 6+3+3 ແລະ ການສ້າງມະຫາວິທະຍາໄລສ້າງຄູແຫ່ງຊາດຂຶ້ນທີ່ຫ້ອງປະຊຸມໄອຊີທີ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານປະທານກໍາມາທິການວັດທະນະທໍາ, ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ; ບັນດາທ່ານຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ແຂວງທົ່ວປະເທດ, ຕາງໜ້າມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການມະຫາ ວິທະຍາໄລ, ບັນດາຜູ້ອຳນວຍການສະຖານການສຶກສາຄູ ແລະ ພາກສ່ວນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມ.
ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມຊ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫຼັກສູດການຮຽນ-ການສອນສະບັບໃໝ່ ໂດຍຫັນຈາກ "ທິດສະດີດັ້ງເດີມ" ໄປສູ່ "ການປະສົມປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ" ຢ່າງຮອບດ້ານ ແນໃສ່ການພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ ໂດຍເນັ້ນໃສ່ 4 ປັດໄຈຫຼັກ.
ເພີ່ມເຕີມ