ບໍລິຄໍາໄຊປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ມີຫຼາຍດ້ານພົ້ນເດັ່ນ

ບໍລິຄໍາໄຊປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2023 ມີຫຼາຍດ້ານພົ້ນເດັ່ນ
ໂດຍ:ວັນໄຊ ຕະວິນຍານ                                                                                   
    ໃນໄລຍະ 1 ປີຜ່ານມາ ເຖິງແມ່ນວ່າສະພາບພາຍໃນ ແລະ ພາຍນອກ ຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫຼາຍປະການແບບບໍ່ເຄີຍມີໃນຮອບຫຼາຍປີຜ່ານມາກໍ່ຕາມ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງຄະນະບໍລິຫານງານພັກແຂວງ ບວກກັບຄວາມພະຍາຍາມຢ່າງຕັ້ງໜ້າຂອງອົງການປົກຄອງທຸກຂັ້ນຈຶ່ງເຮັດໃຫ້ເສດຖະກິດຂອງແຂວງບໍລິຄໍາໄຊຍັງສືບຕໍ່ຂະຫຍາຍຕົວ ແລະ ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ແລະ ມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ.
ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ(ສພຂ) ຊຸດທີ II ໃນ ທ້າຍເດືອນທັນວາ 2023 ຜ່ານມາວ່າ: ສິ່ງທີ່ພົ້ນເດັ່ນ ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດປະຕິບັດຕາມ 4 ຄາດໝາຍໃຫຍ່, 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ,ຈັດຕັ້ງກໍາລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ຊຶ່ງສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 140 ບ້ານ, ສ້າງຄອບຄົວປ້ອງກັນຊາດເຂັ້ມແຂງ ໄດ້ 47.831 ຄອບຄົວ; ພ້ອມນັ້ນ ກໍໄດ້ສ້າງບ້ານປ້ອມໝັ້ນສູ້ຮົບ, ສ້າງກຸ່ມບ້ານສູ້ຮົບຕິດລ່ຽນ ແລະ ຮັກສາກໍາລັງແຕ່ລະກົມກອງເຂົ້າຈັ້ງທ່າຢູ່ປ້ອມ ຢ່າງເປັນປົກກະຕິ; ສຸມໃສ່ປະຕິບັດ 4 ແຜນງານໃຫຍ່, 41 ໂຄງການ ທີ່ກະຊວງປ້ອງກັນຄວາມສະຫງົບກໍານົດໄວ້ ຄື: ຈັດຕັ້ງກໍາລັງ ປກສ ລົງຮາກຖານການເມືອງ ຢູ່ເຂດຈຸດສຸມທີ່ມີຄວາມສ່ຽງ,ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດ ທີ່ແຂວງໄດ້ກໍານົດອອກ, ສາມາດສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 284 ບ້ານ, ຄອບຄົວປ້ອງກັນຄວາມສະຫງົບດີ 59.847 ຄອບຄົວ; ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ການແກ້ໄຂບັນຫາຢາເສບຕິດ ມີບາດກ້າວທີ່ດີຂຶ້ນ ໂດຍສະເພາະສາມາດແກ້ໄຂປະກົດການຫຍໍ້ທໍ້ເກີດໃນສັງຄົມໄດ້ໂດຍພື້ນຖານ; ທັບມ້າງຄະດີໄດ້ທັງໝົດ 285 ເລື່ອງ, ມີຜູ້ຕ້ອງຫາ 248 ຄົນ ແລະ ມ້າງຄະດີຂົນສົ່ງ-ຄ້າຂາຍຢາເສບຕິດລາຍໃຫຍ່ໄດ້ 3 ລາຍ, ຢຶດຂອງກາງຢາບ້າ 8.254.000 ເມັດ; ເຮັດໃຫ້ທົ່ວແຂວງ ມີຄວາມສະຫງົບໂດຍພື້ນຖານ.
ສໍາລັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະໜຶ່ງປີຜ່ານມາ ເສດຖະກິດຂອງແຂວງບໍລິຄໍາໄຊຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 5,27% (ແຜນການ 5,4%), ລວມຍອດຜະລິດຕະພັນພາຍໃນ (GPP) ບັນລຸໄດ້ 11.004 ຕື້ກວ່າກີບ ຂອງແຜນປີ (ແຜນປີ 7.500,75 ຕື້ກີບ), ລາຍໄດ້ສະເລ່ຍຕໍ່ຫົວຄົນ 33 ລ້ານກວ່າກີບ ຫຼື ປະມານ 1.631 ໂດລາ ໃນນີ້:ຂະແໜງກະສິກໍາ-ປ່າໄມ້    ຂະຫຍາຍຕົວ 2,46% ກວມ 32,49% ຂອງ GPP; ຂະແໜງອຸດສາຫະກໍາ-ກໍ່ສ້າງຖົດຖອຍ-1,10% ກວມ 42,33% ຂອງ GPP; ສາເຫດ: ຍ້ອນມີອຸດສາຫະກໍາປຸງແຕ່ງຈໍານວນໜຶ່ງກໍໄດ້ຢຸດ ແລະ ຫຼຸດຈໍານວນການຜະລິດເຊັ່ນ: ການຜະລິດເຫຼັກເສັ້ນ, ການປະກອບເຄື່ອງໃຊ້ໄຟຟ້າ, ນອກນັ້ນ ຍັງມີທຶນຈົດທະບຽນຂອງພາກທຸລະກິດ ແລະ ພາກກໍ່ສ້າງ ໃນປີ 2023 ຫຼຸດລົງຈຳນວນຫຼາຍ ຖ້າທຽບໃສ່ປີ 2022 ມູນຄ່າປັດຈຸບັນເພີ່ມຂຶ້ນ ຍ້ອນມີການປ່ຽນແປງລາຄາຕົ້ນທຶນການຜະລິດ ແຕ່ດ້ານປະລິມານການຜະລິດອຸດສາຫະກຳປຸງແຕ່ງທີ່ເພີ່ມຂຶ້ນຫຼາຍ ແມ່ນຜະລິດຕະພັນຊີ້ນ ຖ້າລົງທຽບໃສ່ໄລຍະດຽວກັນ) ຂະແໜງບໍລິການຂະຫຍາຍຕົວ     19,92% ກວມ 25,18%ຂອງ GPP; ດ້ານການລົງທຶນຂອງລັດໃນປີ 2023 ຜ່ານມາ,ແຂວງມີການລົງທຶນຂອງລັດທັງໝົດ ມູນຄ່າ 1.497 ຕື້ກີບ ເທົ່າກັບ 218,34%ຂອງແຜນການ (ມະຕິສະພາຮັບຮອງ ແມ່ນ 685,60 ຕື້ກີບ); ໄດ້ແກ້ໄຂໜີ້ສິນ ໂດຍນໍາໃຊ້ເງິນບ້ວງເກີນແຜນປີ 2022 ຈໍານວນໜຶ່ງ ຊໍາລະໃຫ້ໂຄງການລົງທຶນຂອງລັດ 101 ໂຄງການ; ປັດຈຸບັນ,ແຂວງສາມາດແກ້ໄຂໜີ້ສິນການລົງທຶນຂອງລັດ ໄດ້ທັງໝົດ 368,39 ຕື້ກີບ ເທົ່າກັບ 53,88% ທີ່ກໍານົດໃນວາລະແຫ່ງຊາດ (ແຜນການ 698,43 ຕື້ກີບ). ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໄດ້ອອກອະນຸຍາດໃຫ້ຜູ້ລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນ ມີທຶນສະເໜີທັງໝົດ 1.587 ຕື້ກີບ, ຈັດຕັ້ງປະຕິບັດໄດ້ 421,3 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 94,7% (ແຜນປີ 444,74 ຕື້ກີບ). ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ: ປັດຈຸບັນ,ມີທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາທັງໝົດ 20 ໂຄງການ ມີມູນຄ່າ 52,82 ຕື້ກີບ ທຽບໃສ່ແຜນເທົ່າກັບ 76,41% ຂອງແຜນການ (ແຜນ 69,12 ຕື້ກີບ). ການລົງທຶນຈາກລະບົບການເງິນ-ເງິນຕາ: ບັນດາສາຂາທະນາຄານພາຍໃນແຂວງສາມາດລະດົມເງິນຝາກສະສົມໄດ້4.213,6 ຕື້ກີບ, ປ່ອຍກູ້ 349,34 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 82% (ແຜນປີ 425,77 ຕື້ກີບ).
ທ່ານ ກອງແກ້ວ ໄຊສົງຄາມ ລາຍງານວ່າ: ປີ 2023 ແຂວງບໍລິຄຳໄຊ ເປັນແຂວງໜຶ່ງ ທີ່ໄດ້ຮັບມອບໝາຍຈາກລັດຖະບານ ເປັນແຂວງກຸ້ມຕົນເອງດ້ານງົບປະມານລາຍຮັບ ແລະ ລາຍຈ່າຍ, ຜ່ານການຈັດຕັ້ງປະຕິບັດເຫັນວ່າສະພາບການເງິນ-ງົບປະມານຂອງແຂວງ ມີສະພາບຄ່ອງຕົວດີພໍສົມຄວນ ແລະ ເພີ່ມຂຶ້ນ ໂດຍສະເພາະແມ່ນພູດທ້ອງຖິ່ນ, ລາຍຮັບສາມາດສະໜອງໄດ້ລາຍຈ່າຍຕາມກອບທີ່ສະພາຮັບຮອງ ໂດຍສະເພາະການເບີກຈ່າຍເງິນເດືອນແມ່ນທວງທັນກັບເວລາໃນແຕ່ລະເດືອນ ແລະ ຮ່ວງອື່ນໆ; ແຜນງົບປະມານແຫ່ງລັດ ປີ 2023 (ພູດສູນກາງ+ທ້ອງຖິ່ນ) ລວມທັງໝົດ 1.258,49 ຕື້ກີບ, ໃນນີ້:ແຜນລາຍຮັບພູດສູນກາງ  676,00  ຕື້ກີບ; ແຜນລາຍຮັບພູດທ້ອງຖິ່ນ  582,49 ຕື້ກີບ; ແຜນລາຍຈ່າຍ ລວມທັງໝົດ 547,81 ຕື້ກີບ ແລະ ແຜນດຸນດ່ຽງໃຫ້ສູນກາງ ລວມທັງໝົດ 102,08 ຕື້ກີບ.
 ຜົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ປະຕິບັດແຕ່ຕົ້ນປີຮອດວັນທີ 25 ທັນວາ 2023, ສາມາດສັງລວມໄດ້ ດ້ານລາຍຮັບ (ພູດສູນກາງ+ທ້ອງຖິ່ນ) ປະຕິບັດໄດ້ທັງໝົດ 1.262,96 ຕື້ກີບ, ເທົ່າກັບ 100,36% ຂອງແຜນການປີ, ລື່ນແຜນການປີ 0,36% ເປັນເງິນ 4,47 ຕື້ກີບ, ໃນນີ້:ລາຍຮັບພູດສູນກາງ: ປະຕິບັດໄດ້ 520,44 ຕື້ກີບ  ເທົ່າກັບ 76,99% ຂອງແຜນການປີ, ລຸດແຜນການປີ 23,01% ເປັນເງິນ 155,56 ຕື້ກີບ;ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ 742,52 ຕື້ກີບ ເທົ່າກັບ 127,47% ຂອງແຜນການປີ, ລື່ນແຜນການປີ 27,47% ເປັນເງິນ 160,03 ຕື້ກີບ.ດ້ານລາຍຈ່າຍ: ປະຕິບັດໄດ້ 506,76 ຕື້ກີບ ເທົ່າກັບ 92,51% ຂອງແຜນການປີ, ລຸດແຜນການປີ 7,49% ເປັນເງິນ 41,05 ຕື້ກີບ.ການດຸນດ່ຽງງົບປະມານ (ລາຍຮັບ-ລາຍຈ່າຍ): ແຂວງໄດ້ສຳເລັດການດຸນດ່ຽງເງິນໃຫ້ສູນກາງ 102,08 ຕື້ກີບ ເທົ່າກັບ 100% ຂອງແຜນການປີ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ