ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII
ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າກຳມະການກອງເລຂາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ​ວັນ​ທີ 21 ຕຸ​ລາ ຜ່ານມາ ທີ່ ນວ ວ່າ: ກຳມະການກອງເລຂາ ແມ່ນເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບລະດັບຊາດ ຈັດງາມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປັນໃຈກາງປະສານງານກັບບັນດາອະນຸກຳມະການ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫຼວວຽກງານຂອງອະນຸກຳມະການຕ່າງໆ

 

ໃນການກະກຽມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງນີ້ ແມ່ນມີຄວາມພ້ອມ 90% ໄດ້ມີການຝຶກຊ້ອມຂອງນັກສະແດງ, ກຳມະການເປີດ-ປິດ ລາຍການຕ່າງໆ ແລະ ການປັບປຸງສະໝາມ, ກິລາ,ສະຖານທີ່, ເຊີນແຂກເຂົ້າຮ່ວມພິທີເປີດ-ປິດ ແລະ ກ້ອນກຳລັງນັກກິລາ ການແຂ່ງຂັນແມ່ນໄດ້ກຳນົດເອົາ 33 ປະເພດກິລາ, ສຳລັບນັກກິລາທີ່ເຂົ້າສູນຝຶກຊ້ອມ ກໍໄດ້ຝຶກຊ້ອມເປັນປົກກະຕິ ເຊັ່ນ: ຝຶກຊ້ອມຢູ່ສະໝາມກິລາມະຫາວິທະຍາໄລແຫ່ງຊາດ, ສູນກິລາສີເກີດ, ສູນກິລາບຶງຂະຫຍອງ ແລະ ສູນກິລາຕ່່າງໆ ທີ່ເປັນຂອງເອກະຊົນ ແລະ ມີບາງປະເພດກິລາ ແມ່ນຝຶກຊ້ອມຜ່ານທາງອອນລາຍ ມີອາຫານການກິນທີ່ພຽງພໍ ຖ້າຂາດເຂີນອັນໃດທາງສະຫະພັນກໍໄດ້ສະເໜີ ຕໍ່ກຳມະການກອງເລຂາ ເພື່ອລາຍງານຕໍ່ການນຳເພື່ອແກ້ໄຂໃຫ້ທັນເວລາ. ສຳລັບນັກກິລາໄດ້ຮັບຫຼຽນລາງວັນ ນະຄອນຫຼວງວຽງຈັນ ກໍໄດ້ມີນະໂຍບາຍໃຫ້ ແລະ ທັງ 33 ປະເພດກິລາ ແມ່ນຫວັງໃຫ້ໄດ້ຫຼຽນຄຳ ແລະ ສ່ວນຄູຝຶກນັກກິລາແຕ່ລະປະເພດກໍແມ່ນຄົນລາວ ເພາະວ່ານະຄອນຫຼວງວຽງຈັນ ມີສະຫະພັນກິລາ ນະຄອນຫຼວງວຽງຈັນ ແນ່ນອນວ່າອັນໃດບໍ່ພຽງພໍ ກໍຈະມີສະຫະພັນກິລາແຫ່ງຊາດໃຫ້ການຊ່ວຍເຫຼືອ ຄູຝຶກ, ອຸປະກອນ ຫຼື ສະຖານທີ່ຝຶກຊ້ອມ. ສຳລັບກຳລັງໃຈຂອງນັກກິລາກໍມີຄວາມພ້້ອມ 90% ແລະ ຄາດຫວັງຈະເປັນເຈົ້າຫຼຽນຄຳ.

ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຍັງໄດ້ຮຽກຮ້ອງໃຫ້ ຄູຝຶກ ແລະ ນັກກິລາທຸກຄົນທີ່ເປັນຕົວແທນຂອງນະຄອນຫຼວງວຽງຈັນເຂົ້າຮ່ວມແຂ່ງຂັນ ຂໍໃຫ້ນັກກິລາຈົ່ງແຂ່ງຂັນດ້ວຍນໍ້າໃຈນັກກິລາ ດ້ວຍຄວາມຮັກນະຄອນຫຼວງວຽງຈັນ ດ້ວຍຄວາມເປັນມືອາຊີບ ເຮັດດ້ວຍຄວາມຮັບຜິດຊອບ ຊຶ່ງ ຄຳຂັວນຂອງງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ກໍແມ່ນ ສາມັກຄື ມີວິໃນ ໂປ່ງໃສ ໄດ້ການພັດທະນາ ສະນັ້ນ ສຳລັບຄຳຂວັນນີ້ ກໍຂໍໃຫ້ນັກກິລາທຸກຄົນຢຶດຖື ເພື່ອເປັນແນວທາງ ເປັນແຮງບັນດານໃຈໃນການແຂ່ງຂັນ ແລະ ຮຽກຮ້ອງໃຫ້ປະຊາຊົນຊາວນະຄອນຫຼວງວຽງຈັນ ໃຫ້ຮ່ວມມືກັນເປັນເຈົ້າພາບທີ່ດີ.ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຈະເປີດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້.

ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ວິທະຍາໄລຄູສາລະວັນ ຍົກລະດັບຄວາມຮູ້ພື້ນຖານການສຶກສາພົນລະເມືອງໂລກ ໃຫ້ນັກສຶກສາ

ຊຸດຝຶກອົບຮົມສ້າງຄວາມເຂ້ັມແຂງດ້ານການສຶກສາພົນລະເມືອງໂລກ ໃຫ້ຄູຝຶກຢູ່ວິທະຍາໄລຄູສາລະວັນ, ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026, ຢູ່ທີ່ສະໂມສອນຂອງວິທະຍາໄລຄູສາລະວັນ, ໂດຍການປະທານຮ່ວມຂອງ ທ່ານ ນາງ ສົມປອງ ແສນທະວີສຸກ ຮອງຜູ້ອໍານວຍການວິທະຍາໄລຄູສາລະວັນ, ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນປະສານງານການສຶກສາພົນລະເມືອງໂລກ ປະຈຳ ສປປ ລາວ, ມີວິທະຍາກອນຈາກສູນກາງ ແລະ ພາຍໃນວິທະຍາຄູສາລະວັນ, ພ້ອມດ້ວຍສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 - 13 ກໍລະກົດ 2026) ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ແຂວງຄຳມ່ວນ ມອບໂຕະ-ຕັ່ງ ໃຫ້ໂຮງຮຽນເມືອງໜອງບົກ ພ້ອມທັງຕິດຕາມວຽກແກ້ໄຂນ້ຳຖ້ວມຢູ່ເມືອງທ່າແຂກ

ວັນທີ 13 ກໍລະກົດນີ້, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະນຳແຂວງ ໄດ້ລົງເຄື່ອນໄຫວຢູ່ເມືອງໜອງບົກ ເພື່ອມອບໂຕະ-ຕັ່ງ ຈຳນວນ 100 ຊຸດ ມູນຄ່າ 115 ລ້ານກີບ ໃຫ້ແກ່ໂຮງຮຽນມັດທະຍົມຕອນຕົ້ນໜອງບົກ ໂດຍມີ ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງໜອງບົກ ເປັນຜູ້ຕາງໜ້າຮັບ.
ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ສະຖາພອນ ສະຫຼຸບຜົນການຮຽນ-ການສອນ ປະຈຳສົກຮຽນ 2025-2026

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ-ມັດທະຍົມ ສົມບູນ ສະຖາພອນ ໄດ້ຈັດພິທີສະຫຼຸບຜົນການຮຽນ-ການສອນ ແລະ ການເຄື່ອນໄຫວຕ່າງໆ ປະຈຳສົກຮຽນ 2025-2026 ທີ່ໂຮງຮຽນດັ່ງກ່າວ ໃນວັນທີ 11 ກໍລະກົດ 2026 ໂດຍມີ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ, ພ້ອມດ້ວຍຕາງໜ້າສະມາຄົມຜູ້ປົກຄອງ ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ດັບເບິນຢູໄອຈີ ນາຄາ ແຊັມໄອເບີ ຄັບ 2 ສະໄໝ ຖືກຕ້ອນຮັບຢ່າງສົມກຽດ

ທີມເຕະບານ ສະໂມສອນ ດັບເບິນຢູໄອຈີ ນາຄາ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ພ້ອມຂັນແຊັມ ເຕະບານເຍົາວະຊົນຊີງແຊັມນານາຊາດ ລາຍການ ໄອເບີ ຄັບ 2026 ຈັດຂຶ້ນທີ່ປະເທດປອກຕຸຍການ ທີ່ສາມາດປ້ອງກັນແຊັມສະໄໝທີ 2 ຕິດຕໍ່ກັນ ໄດ້ຮັບການຕ້ອນຈາກການນຳ ນະຄອນຫຼວງວຽງຈັນ ແລະ ປະຊາຊົນບັນດາເຜົ່າ ຢ່າງສົມກຽດ.
ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຮຸ່ນທີ XV ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ (ນວ), ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຮຸ່ນທີ XV ໃນວັນທີ 7 ກໍລະກົດນີ້ ທີ່ສະໂມສອນຂອງໂຮງຮຽນການເມືອງ ແລະ ການປົກຄອງ ນວ. ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ, ສະຫາຍ ນາງ ວຽງພອນ ແກ້ວຄູນສີ ກຳມະການພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນວ, ສະຫາຍ ວຽງຄໍາ ສີຫາໂຄດ ກຳມະການພັກ ນວ ເລຂາຄະນະບໍລິຫານງານພັກເມືອງໄຊທານີ ພ້ອມດ້ວຍແຂກຖືກເຊີນ, ຄູອາຈານ - ພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ນວ, ຄະນະຮັບຜິດຊອບຊຸດຮຽນ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ປະທານສະຫະພັນຊາວໜຸ່ມລາວ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານງານຊາວໜຸ່ມກະຊວງ, ຜູ້ຕາງໜ້າຈາກກົມອົບຮົມສູນກາງຊາວໜຸ່ມ, ຄະນະຮັບຜິດຊອບໂຄງການ ຕະ ຫຼອດຮອດຖັນແຖວອາສາສະໝັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ເບ ສະຫວັນ ຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່

ສະໂມສອນ ເບ ສະຫວັນ ເອັບຊີ ໄດ້ເດີນທາງຈາກແຂວງຊຽງໃໝ່ ປະເທດໄທ ໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກສ້າງຜົນງານຄວ້າແຊັມເຕະບານເຍົາວະຊົນນາໆຊາດ ທີ່ແຂວງຊຽງໃໝ່ ກາານເເຂ່ງຂັນເຕະບານເຍົາວະຊົນນາໆຊາດ ລາຍການ COPA NAKA 2026 ໃນຮຸ່ນອາຍຸເກີນ 10 ປີ ຫຼື U10 ພ້ອມໄດ້ໂຄຕ້າໄປຮ່ວມເເຂ່ງຂັນທີ່ປະເທດສິງກະໂປ ນຳພາທີມເດີນທາງກັບໂດຍ ທ່ານ ຄອນສະຫວັນ ສິດທິໄທ ຫົວໜ້າຄູຝຶກສະໂມສອນ ເບ ສະຫວັນ ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະນະບໍລິຫານງານສະໂມສອນ ແລະ ຜູ້ປົກຄອງນັກກິລາ.
ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ຄໍາມ່ວນເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ບໍາລຸງ

ພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ບໍາລຸງເອກະພາບທົ່ວປະເທດ ປະຈໍາສົກຮຽນ 2025 – 2026 ສະເພາະແຂວງຄໍາມ່ວນແມ່ນໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ຢູ່ທີ່ສູນການສຶກສານອກໂຮງຮຽນຂອງແຂວງ ໂດຍການເປັນປະທານຂອງທ່ານ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ບຸນເພັງ ປະທໍາມະວົງ ຮອງຫົວໜ້າພະແນກຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ, ທ່ານ ນາງ ບັງອອນ ສຸກສາບັນ ຜູ້ອໍານວຍການສູນການສຶກສານອກໂຮງຮຽນແຂວງ , ມີບັນດາທ່ານໃນຄະນະຊີ້ນໍາສູນ, ພະນັກງານຄູ-ອາຈານ ແລະ ນັກສອບເສັງຈໍານວນ 77 ຄົນ, ຍິງ 39 ຄົນເຂົ້າຮ່ວມ .
ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມຊ ເປີດຮັບລົງທະບຽນສອບເສັງໃນສົກສຶກສາ 2026-2027 ຜ່ານລະບົບອອນລາຍ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປັບປຸງຂັ້ນຕອນການສະໝັກໃຫ້ງ່າຍຂຶ້ນ ແລະ ທັນສະໄໝຂຶ້ນໂດຍປະ ກອບມີ 2 ຂັ້ນຕອນຄື: 1. ສະໝັກລົງ ທະບຽນຜ່ານລະບົບອອນລາຍ (Online): ນ້ອງໆນັກຮຽນສາມາດ ສະໝັກໄດ້ດ້ວຍຕົນເອງຜ່ານທາງເວັບໄຊຂອງມະຫາວິທະຍາໄລ ຫຼື ລະບົບ ທີ່ກຳນົດໄວ້ ໂດຍບໍ່ຈຳເປັນຕ້ອງມາ ລຽນແຖວຍາວໆ ຢູ່ມະຫາວິທະຍາໄລ ຊຶ່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ ຈ່າຍ, 2. ນຳເອກະສານ, ຊຳລະຄ່າທຳ ນຽມ ແລະ ຮັບບັດເຂົ້າຫ້ອງສອບເສັງ: ຫຼັງຈາກສະໝັກອອນລາຍແລ້ວ, ຈະຕ້ອງນຳເອກະສານປະກອບການ ສະໝັກມາຢັ້ງຢືນ ແລະ ຊຳລະຄ່າທຳນຽມ ພ້ອມທັງຮັບບັດເຂົ້າຫ້ອງສອບເສັງ ທີ່ສະໂມສອນໃຫຍ່ ມຊ ຕາມ ກຳນົດການ.
ເພີ່ມເຕີມ