ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ

ແຮງງານອົບພະຍົບ ມີບົດບາດສຳຄັນຕໍ່ເສດຖະກິດອີຕາລີ
ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ຕຸລາ ຜ່ານມາວ່າ: ມູນນິທິ Leone Moressa ທີ່ນະຄອນເວນິສ ປະເທດອີຕາລີ ໄດ້ເປີດເຜີຍບົດລາຍງານເສດຖະກິດທີ່ຂັບເຄື່ອນໂດຍແຮງງານອົບພະຍົບ ລະບຸວ່າ: ແຮງງານອົບພະຍົບສືບຕໍ່ມີບົດບາດສຳຄັນໃນເສດຖະກິດ ແລະ ປະຊາກອນຂອງອີຕາລີ ໃນປີ 2024 ເນື່ອງຈາກຈໍານວນຜູ້ປະກອບການຊາວຕ່າງປະເທດເພີ່ມຂຶ້ນຢ່າງຕໍ່ເນື່ອງ.

 

ແຮງງານອົບພະຍົບ ສ້າງມູນຄ່າເພີ່ມປະມານ 177 ຕື້ເອີໂຣ ໃນປີທີ່ຜ່ານມາ ຊຶ່ງກວມເອົາ 9% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂອງອີຕາລີ.

ບົດລາຍງານສະແດງໃຫ້ເຫັນວ່າ, ໃນຈຳນວນຜູ້ຢູ່ອາໄສຊາວຕ່າງປະເທດທັງໝົດ 5.4 ລ້ານຄົນໃນອີຕາລີ, ມີການແຈ້ງງານແຮງງານອົບພະຍົບ 2.5 ລ້ານຄົນ ໃນປີ 2024 ຊຶ່ງກວມເອົາ 10.5% ຂອງກຳລັງແຮງງານທັງໝົດ ແລະ ແຮງງານອົບພະຍົບຍັງເຂົ້າມາຕື່ມໃສ່ວຽກໃນຂະແໜງການຕ່າງໆທີ່ປະສົບບັນຫາການຂາດເຂີນແຮງງານທ້ອງຖິ່ນ.

ແຮງງານອົບພະຍົບສ່ວນໃຫຍ່ເຮັດວຽກໃນຕໍາແໜ່ງທີ່ມີຄວາມສໍານິຊໍານານຕໍ່າ ແລະ ບໍ່ໝັ້ນຄົງ, ໂດຍມີໂອກາດກ້າວໜ້າທາງດ້ານອາຊີບທີ່ຈໍາກັດ. ບົດລາຍງານຍັງລະບຸຕື່ມວ່າ, ການຍອມຮັບຄວາມສາມາດຂອງແຮງງານຕ່າງປະເທດສາມາດຊ່ວຍເພີ່ມ GDP ການບໍລິໂພກ ແລະ ລາຍຮັບຂອງລັດຖະບານ. ຜູ້ປະກອບການຊາວຕ່າງປະເທດຍັງມີການຂະຫຍາຍຕົວເຊັ່ນດຽວກັນ. ໂດຍໃນປີຜ່ານມາ, ທຸລະກິດທີ່ຜູ້ອົບພະຍົບເປັນເຈົ້າຂອງ ມີຈໍານວນ 787,000 ແຫ່ງ, ກວມເອົາ 10.6%, ເພີ່ມຂຶ້ນ 24.4% ເມື່ອທຽບກັບປີ 2014. ໃນຂະນະທີ່ຈໍານວນທຸລະກິດທີ່ເປັນຂອງຊາວອີຕາລີຫຼຸດລົງ 5.7% ໃນໄລຍະດຽວກັນ.

ຜູ້ອົບພະຍົບຍັງຊ່ວຍປະກອບສ່ວນໃຫ້ຄວາມດຸ່ນດ່ຽງທາງດ້ານປະຊາກອນຂອງອີຕາລີ, ໂດຍມີອັດຕາການເກີດ9.9 ຕໍ່ 1,000 ຄົນ ທຽບກັບປະຊາກອນອີຕາລີທີ່ມີອັດຕາການເກີດ 6.1 ຕໍ່ 1,000 ຄົນ ແລະ ຍັງມີອັດຕາການເສຍຊີວິດຕໍ່າກວ່າ.

ບົດລາຍງານສະຫຼຸບວ່າ: ຣູມານີ, ອານບານີ, ມາຣົກ ແລະ ຈີນ ຍັງຄົງເປັນຊຸມຊົນຊາວຕ່າງປະເທດທີ່ໃຫຍ່ທີ່ສຸດ ແລະ ຖ້າມີການຄຸ້ມຄອງຢ່າງຖືກຕ້ອງ, ການອົບພະຍົບຖິ່ນຖານຈະສືບຕໍ່ສົ່ງຜົນກະທົບທາງບວກຕໍ່ເສດຖະກິດ, ປະຊາ ກອນ ແລະ ການເງິນຂອງອີຕາລີ.

ຄໍາເຫັນ

ຂ່າວຕ່າງປະເທດ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ທະນາຄານລົງທຶນພື້ນຖານໂຄງລ່າງອາຊີຈະສ້າງຕັ້ງຫ້ອງການຢູ່ຮົງກົງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 21 ພະຈິກ ຜ່ານມາ ຢູ່ເຂດບໍລິຫານພິເສດຮົງກົງຂອງຈີນ, ລັດຖະບານຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງຫ້ອງການທະນາຄານລົງທຶນພື້ນຖານໂຄງລ່າງອາຊີຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານໃຫ້ແກ່ທະນາຄານດັ່ງກ່າວໃນການສ້າງຫ້ອງການຢູ່ຮົງກົງ.
ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ຍີ່ປຸ່ນ ປະສົບກັບຫິມະຕົກໜັກເຮັດໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ 1,400 ຄົນ ຕິດຄ້າງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 22 ພະຈິກ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຂອງຍີ່ປຸ່ນລາຍງານວ່າ, ຫິມະຕົກໜັກໃນແຂວງຟູກຸຊິມະ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ ເຮັດໃຫ້ຕົ້ນໄມ້ລົ້ມກີດຂວາງຖະໜົນຫຼາຍສາຍ, ເຮັດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວຕິດຄ້າງໃນໝູ່ບ້ານແຫ່ງໜຶ່ງ ປະມານ 1,400 ຄົນ.
ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຜູ້ນຳ ສ ເກົາຫຼີ ເລັ່ງຊຸກຍູ້ການແຂ່ງຂັນດ້ານ AI ລະດັບໂລກ

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ລີແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະເທດເລັ່ງພັດທະນາຂີດຄວາມສາມາດດ້ານປັນຍາປະດິດ (AI) ເພື່ອແຂ່ງຂັນໃນເວທີໂລກ ໂດຍລະບຸວ່າ: ຄວາມໄວແມ່ນປັດໄຈສຳຄັນໃນການແຂ່ງຂັນ ໃນຂະນະທີ່ຢ້ຽມຢາມສູນຂໍ້ມູນທີ່ກຳລັງກໍ່ສ້າງຢູ່ເມືອງອຸລຊານ ທາງພາກຕາເວັນອອກສ່ຽງໃຕ້ຂອງປະເທດ.
ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ຫວຽດ​ນາມ ແລະ ​ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ສຳຜັດສະເໜ່ສະໜາມຫຼວງເກົ່າ ທີ່ບັນຈຸປະຫວັດສາດກວ່າ 100 ປີ ຂອງເມືອງຕ້າຫຼຽນ

ຈາກລານກວ້າງໃຈກາງເມືອງ ສູ່ພິພິທະພັນປະຫວັດສາດກາງແຈ້ງ ທີ່ບອກເລົ່າເຖິງຮ່ອງຮອຍໃນອະດີດ ຜ່ານອາຄານເກົ່າແກ່ ແລະ ຖະໜົນທີ່ແຜ່ກະຈາຍອອກໄປຄືລັດສະໝີຂອງດວງຕາເວັນ.
ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ທ່ານ ສີ​ຈິ້ນ​ຜິງ ແລະ ທ່ານ ​ນາງ​ ເຜີງ​ລີ້ຢວນ ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ​​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມຜູ້​ນຳ​ເສດ​ຖະ​ກິດ​​ APEC ຄັ້ງ​ທີ 33

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນຄ່ຳວັນທີ 18 ພະຈິກ ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານ ນາງ ເຜີງລີ້ຢວນ ພັນລະຍາ ໄດ້ຈັດງານລ້ຽງຢູ່ສູນແລກປ່ຽນສາກົນເຊີ່ນເຈີ້ນແຂວງກວາງຕຸ້ງຈີນ ເພື່ອຕ້ອນຮັບແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 33.
ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງຕໍ່າກວ່າ 6%

ຂ່າວຕ່າງປະເທດລາຍງານວ່າ: ຜົນການສຳຫຼວດສຸຂະພາບຂອງນູແວນເຊລັງສະລັບຫຼ້າສຸດທີ່ເຜີຍແຜ່ໃນວັນທີ 18 ພະຈິກ ຜ່ານມາ ຊີ້ໃຫ້ເຫັນວ່າ: ອັດຕາການສູບຢາເປັນປະຈຳທຸກວັນໃນນູແວນເຊລັງ ຫຼຸດລົງເຫຼືອ 5.9% ໃນປີ 2025/2026 ຊຶ່ງເປັນຄັ້ງທຳອິດທີ່ຫຼຸດລົງຕໍ່າກວ່າ 6%.
ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ທ່ານ ກາວກິມຮຸນ ເນັ້ນການ​ຮ່ວມ​ມື​ດ້ານດີ​ຈີ​ຕອນ​​ມີ​ຄວາມ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ຫວ່າງມໍ່ໆມານີ້, ​ໜັງ​ສື​ພິມ China Daily ໄດ້​ລົງ​ພິມ​ບົດ​ຄວາມ​ຂອງ ທ່ານ ກາວ​ກິມ​ຮຸນ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ ທີ່​ລະ​ບຸ​ວ່າ, ເສດ​ຖະ​ກິດ​ອາ​ຊຽນ​ແລະ​ຈີນ​ພວມ​ຢູ່​ໃນ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ, ຕະ​ຫຼາດ​ດີຈີ​ຕອນ​ໄດ້​ກາຍ​ເປັນ​ຫົວ​ຈັກ​ຂັບ​ເຄື່ອນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ.
ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ປະຊາຊົນໃນອາຊຽນເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 18 ພະຈິກ ຜ່ານມາວ່າ: ສິງກະໂປໄດ້ເຜີຍແຜ່ບົດລາຍງານພາບລວມຄອບຄົວໃນອາຊຽນ ປີ 2026 ສະບັບທໍາອິດ, ໂດຍອີງໃສ່ຂໍ້ມູນຈາກອົງການຂອງພາກລັດ ແລະ ຜົນການສຳຫຼວດໃນ 10 ຕົວເມືອງອາຊຽນພົບວ່າ, ປະຊາຊົນໃນບັນດາປະເທດສະມາຊິກອາຊຽນມີທ່າອ່ຽງເລີ່ມສ້າງຄອບຄົວຊ້າລົງ ແລະ ອາໄສຢູ່ໃນຄົວເຮືອນຂະໜາດນ້ອຍລົງ. ໃນຂະນະທີ່ຄົວເຮືອນທີ່ໄດ້ຮັບການສຳຫຼວດສ່ວນໃຫຍ່ມີຄວາມເຂັ້ມແຂງ ແລະ ຊີວິດການເປັນຢູ່ທີ່ດີ ໃນລະດັບປານກາງຫາສູງ, ມີຄຸນນະພາບຊີວິດທີ່ດີ ແລະ ມີສາຍພົວພັນໃນຄອບຄົວທີ່ແໜ້ນແຟ້ນ.
ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ຖະ​ແຫຼງ​ການ​ສັນ​ຕິ​ພາບ​ຂອງ​ປະ​ມຸກລັດ​ຈີນ-ຣັດ​ເຊຍ-ອາ​ເມ​ຣິ​ກາ

ວິທະຍຸ, ໂທລະພາບສູນກາງຈີນ (CMG)​ ລາຍງານວ່າ: ໃນວັນ​ທີ 19 ພະ​ຈິກ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ແລະ ທ່ານ​ ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ​ອາ​ເມ​ຣິ​ກາ​ ໄດ້​​ພົບ​ປະ​ກັນ​ຢູ່​ນະ​ຄອນ​ເຊີ່ນ​ເຈີ້ນ​ແຂວງກວາງ​ຕຸ້ງ​ຈີນ. ຜູ້​ນຳ​ຣັດ​ເຊຍ ແລະ ສະຫະລັດ ອາ​ເມ​ຣິ​ກາ ໄດ້ສະແດງຄວາມຂອບ​ໃຈ​ຕໍ່ຈີນ​ທີ່ໄດ້ຈັດ​ກາ​ນ​ພົບ​ປະ​​ຄັ້ງ​​ປະ​ຫວັດ​ສາດນີ້. ປະ​ມຸກ​ລັດ​ 3 ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ, ທັງມຸ່ງໝັ້ນທີ່ຈະຮັກ​ສາ​ສະ​ຖຽນ​ລະ​ພາບທາງ​ຍຸ​ດ​ທະ​ສາດ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ.
ເພີ່ມເຕີມ