ບໍລິສັດ ອາຊີໂປຕາສ ເປີດຂະບວນເດືອນແຫ່ງຄວາມປອດໄພປີ 2026

ບໍລິສັດ ອາຊີໂປຕາສ ເປີດຂະບວນເດືອນແຫ່ງຄວາມປອດໄພປີ 2026

ບໍລິສັດ ອາຊີໂປຕາສ ເປີດຂະບວນເດືອນແຫ່ງຄວາມປອດໄພປີ 2026
ບໍລິສັດ ອາຊີໂປຕາສ ສາຂາ ສປປ ລາວ ໄດ້ຈັດພິທີເປີດກິດຈະກຳ “ເດືອນຄວາມປອດໄພໃນການຜະລິດ” ປະຈຳປີ 2026 ພາຍໃຕ້ຫົວຂໍ້ “ທຸກຄົນເວົ້າເຖິງຄວາມປອດໄພ, ທຸກຄົນຮູ້ຈັກຮັບມືສະຖານະການສຸກເສີນ - ກວດກາ ແລະ ແກ້ໄຂຄວາມສ່ຽງແຝງ” ເປັນແນວທາງ, ພ້ອມທັງໄດ້ຈັດວາງ ແລະ ມອບໝາຍວຽກງານສຳຄັນດ້ານຄວາມປອດໄພໃນການຜະລິດຢ່າງຮອບດ້ານ ຊຶ່ງ​ພິ​ທີ​ດັ່ງ​ກ່າວຈັດ​ຂຶ້ນ​ໃນ​ວັນ​ທີ 1 ມິ​ຖຸ​ນາ​ຜ່ານ​ມາ ທີ່​ແຂວງຄຳ​ມ່ວນ ໂດຍ​ມີທ່ານ ຢູ ກົວເຫວິນ ຮອງຜູ້ຈັດການໃຫຍ່ ບໍລິສັດ ອາຊີໂປຕາສ ແລະ ຮອງຜູ້ຈັດການໃຫຍ່ປະຈຳ ບໍລິສັດອາ ຊີໂປຕາສ ສາຂາ ສປປ ລາວ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ບລສດ ອາຊໂປຕາສ ເປດຂະບວນເດອນແຫງຄວາມປອດໄພປ 2026 - image 1
 

 

ກິດຈະກຳ “ເດືອນຄວາມປອດໄພໃນການຜະລິດ” ປະຈໍາປີນີ້, ບໍລິສັດ ອາຊີໂປຕາສ ສາຂາ ສປປ ລາວ ຈະຈັດຕັ້ງກິດຈະກຳພິເສດຫຼາຍລາຍການ ເຊັ່ນ: ການກວດກາຄົ້ນຫາຈຸດສ່ຽງດ້ານຄວາມປອດໄພແບບຄອບຄຸມທຸກດ້ານ, ການຝຶກອົບຮົມຮັບມືສຸກເສີນແບບສະຖານະການຈິງ ແລະ ການແຂ່ງຂັນຄວາມຮູ້-ທັກສະດ້ານຄວາມປອດໄພ. ຜ່ານກິດຈະກຳດັ່ງກ່າວ ຈະຊ່ວຍເສີມສ້າງ ແລະ ກຳນົດຄວາມຮັບຜິດຊອບດ້ານການບໍລິຫານຄວາມປອດໄພໃຫ້ຊັດເຈນໃນທຸກລະດັບ ພ້ອມທັງຜັນຂະຫຍາຍມາດຕະການປ້ອງກັນ ແລະ ຄວບຄຸມຄວາມສ່ຽງໃຫ້ມີປະສິດທິຜົນ.

ໃນພິທີເປີດງານ ໄດ້ມີການສາຍວີດີໂອການສຶກສາເຕືອນໄພດ້ານຄວາມປອດໄພໃນການຜະລິດ ໂດຍນຳເອົາກໍລະນີອຸບັດເຫດຈິງມາເປັນບົດຮຽນ ເພື່ອກະຕຸ້ນໃຫ້ພະນັກງານ ແລະ ຄະນະບໍລິຫານທຸກຄົນຄໍານຶງເຖິງຫຼັກການວ່າ “ຄວາມສ່ຽງແຝງຄືອຸບັດເຫດທີ່ອາດເກີດຂຶ້ນໄດ້” ແລະ ເສີມສ້າງຈິດສຳນຶກໃນການປ້ອງກັນຄວາມສ່ຽງ. ນອກຈາກນັ້ນ, ຕາງໜ້າຈາກບໍລິສັດ ແລະ ບັນດາໜ່ວຍງານກໍ່ສ້າງໄດ້ຂຶ້ນກ່າວຖະແຫຼງຈຸດຢືນຕາມລຳດັບ ໂດຍໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຕາມແຜນງານ ແລະ ຂໍ້ກຳນົດດ້ານຄວາມປອດໄພຂອງບໍລິສັດຢ່າງເຄັ່ງຄັດ, ທຸ່ມເທປົກປ້ອງຊີວິດ ແລະ ສຸຂະພາບຂອງພະນັກງານ ພ້ອມທັງສົ່ງເສີມໃຫ້ວິສາຫະກິດພັດທະນາຢ່າງໝັ້ນຄົງ ແລະ ຍືນຍົງ.

ບລສດ ອາຊໂປຕາສ ເປດຂະບວນເດອນແຫງຄວາມປອດໄພປ 2026 - image 2
 

ທ່ານ ຢູ ກົວເຫວິນ ໄດ້ສະເໜີ 4 ຂໍ້ກຳນົດທີ່ຊັດເຈນຕໍ່ວຽກງານຄວາມປອດໄພໃນການຜະລິດຂອງບໍລິສັດ ດັ່ງນີ້:

1. ຢຶດໝັ້ນໃນເຈດຈຳນົງເດີມດ້ານຄວາມປອດໄພ, ສ້າງດ່ານປ້ອງກັນທາງດ້ານແນວຄິດໃຫ້ແຂງແກ່ນ, ຕມີສະຕິລະວັງຕົວຢູ່ສະເໝີ ແລະ ຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງບໍ່ລະເລີຍ.

2. ກຳນົດ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານໃນແຕ່ລະຕຳແໜ່ງໃຫ້ຊັດເຈນ, ສ້າງເຄືອຂ່າຍການຄວບຄຸມ ແລະ ບໍລິຫານຄວາມປອດໄພໃຫ້ຮັດກຸມ ແລະ ຄອບຄຸມທຸກດ້ານ.

3. ຜັນຂະຫຍາຍການກວດກາ ແລະ ແກ້ໄຂຄວາມສ່ຽງແຝງຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ, ອຸດຊ່ອງວ່າງດ້ານຄວາມປອດໄພຈາກຕົ້ນຕໍ, ປ້ອງກັນ ແລະ ຫຼຸດຜ່ອນຄວາມສ່ຽງທຸກປະເພດ.

4. ເສີມສ້າງການພັດທະນາທີມງານຮັບມືສຸກເສີນ ແລະ ການຝຶກອົບຮົມທັກສະຢ່າງເຂັ້ມງວດ, ຍົກລະດັບຄວາມສາມາດໃນການຮັບມື ແລະ ແກ້ໄຂສະຖານະການສຸກເສີນຢ່າງຮອບດ້ານ, ເພື່ອສ້າງແນວປ້ອງກັນຄວາມປອດໄພໃນການຜະລິດໃຫ້ໝັ້ນຄົງ.

ບໍລິສັດອາຊີໂປຕາສ ສາກົນ ຈະຖືເອົາກິດຈະກຳເດືອນຄວາມປອດໄພໃນການຜະລິດຄັ້ງນີ້ເປັນໂອກາດ, ສືບຕໍ່ຈັດກິດຈະກຳປະຊາສຳພັນ ແລະ ອົບຮົມດ້ານຄວາມປອດໄພ ລວມເຖິງການຝຶກຊ້ອມຮັບມືເຫດສຸກເສີນແບບພາກປະຕິບັດ ທີ່ມີຮູບແບບໃໝ່ ແລະເຂັ້ມງວດ. ຜ່ານການວາງແຜນຢ່າງເປັນລະບົບ ແລະ ການດຳເນີນຢ່າງຕໍ່ເນື່ອງ, ຈະນຳເອົາຜົນສຳເລັດຂອງກິດຈະກຳເດືອນຄວາມປອດໄພໃນການຜະລິດ ມາພັດທະນາໃຫ້ເປັນກົນໄກການບໍລິຫານຄວາມປອດໄພໃນໄລຍະຍາວ, ສ້າງຮາກຖານຄວາມປອດໄພທີ່ໝັ້ນຄົງ ເພື່ອຮັບປະກັນ ແລະ ສົ່ງເສີມການພັດທະນາຂອງວິສາຫະກິດໃຫ້ເຕີບໂຕຢ່າງມີຄຸນນະພາບ, ໝັ້ນຄົງ ແລະ ຍືນຍົງ.

ຂ່າວ: ມະນີວັນ

ຄໍາເຫັນ

ຂ່າວການຮ່ວມມື

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ເວທີຕົວເມືອງແຫ່ງຊາດ ຄັ້ງທີ 5 ຊຸກຍູ້ການພັດທະນາຕົວເມືອງລາວ ສູ່ຄວາມສີຂຽວ, ທົນທານ ຍືນຍົງ

ກະຊວງໂຍທາ​ທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບອົງການສະຫະປະຊາຊາດດ້ານເຄຫາສະຖານ (UN​Habitat) ຈັດກອງປະຊຸມເວທີຕົວເມືອງແຫ່ງຊາດລາວ ຄັ້ງທີ 5 (5th Lao National Urban Forum – LNUF 2026) ເພື່ອຊຸກຍູ້ການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ທ້ອງຖິ່ນ ມຸ່ງສ້າງຕົວເມືອງລາວໃຫ້ມີຄວາມສີຂຽວ, ທົນທານ ແລະ ທັນສະໄໝຂຶ້ນໃນວັນທີ 6 ພະຈິກຜ່ານມາ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ, ມີຜູ້ຕາງໜ້າຈາກກະຊວງ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ທຸຕານຸທູດ, ອົງການສາກົນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ ແລະ ນັກຊ່ຽວຊານເຂົ້າຮ່ວມ.
ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ສອນພາສາຣັດເຊຍ

ພິທີມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ໃຫ້ບັນດາໂຮງຮຽນ ທີ່ມີການຮຽນ- ການສອນພາສາຣັດເຊຍ ຈັດຂຶ້ນວັນທີ 6 ພະຈິກຜ່ານມາ ທີ່ສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ຊຶ່ງມອບໂດຍທ່ານ ເຊຣເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຮັບໂດຍທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ (ສສກ) ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ຜູ້ອຳນວຍການໂຮງຮຽນຈຳນວນໜຶ່ງເຂົ້າຮ່ວມ.
ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ເພີ່ມເຕີມ