ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ
ໃນວັນທີ 4 ສິງຫາ ຜ່ານມາ ທີ່ຮ້ານອາຫານຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາເຕະບານ ເປບຊີ ລາວລີກ 3 ລະດູການ ລວມເປັນເງິນ 4,950,000,000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.

 

ບລສດ ເບຍລາວ ສບຕສະໜບສະໜນເຕະບານລກສງສດຂອງ ສປປ ລາວ - image 1
 

ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ເບຍລາວ ຈຳກັດ ຊຶ່ງເວລາໃດກໍໄດ້ຄຽງຄູ່ກັບການພັດທະນາກິລາເຕະບານຕະຫຼອດມາ ໂດຍສະເພາະປີນີ້ ກໍສືບຕໍ່ເຊັນສັນຍາສົ່ງເສີມການແຂ່ງຂັນລີກສູງສຸດຂອງປະເທດລາວ ດ້ວຍໄລຍະ 3 ລະດູການ ນັບແຕ່ ປີ 2025 ຫາ 2028 ປີນີ້ ເປັນປີທີ 2 ທີ່ພວກເຮົາໄດ້ປັບ ການແຂ່ງຂັນໃຫ້ສອດຄ່ອງກັບການແຂ່ງຂັນຂອງ ສະຫະພັນບານເຕະອາຊີ (AFC) ຊຶ່ງໄດ້ເພີ່ມຈຳນວນສະໂມສອນເຂົ້າຮ່ວມການແຂ່ງຂັນຈາກ 8 ສະໂມສອນ ມາເປັນ 10 ສະໂມສອນ ຊຶ່ງມີ 2 ສະໂມສອນໃໝ່ ມາຈາກແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ເຂົ້າຮ່ວມ ສະນັ້ນ ແນ່ນອນຈຳນວນນັດແຂ່ງຂັນ ຈະເພີ່ມຈາກ 56 ນັດ ມາເປັນ 90 ນັດ ແຕ່ລະສະໂມສອນ ຈະໄດ້ແຂ່ງຂັນ 18 ນັດຕໍ່ລະດູການ ແລະ ລະດູການນີ້ ທາງ ສຕລ ໄດ້ມີການປັບປຸງກົດລະບຽບການແຂ່ງຂັນໃຫ້ມີຄວາມຮັດກຸມ ແລະ ຊັດເຈນຍິ່ງຂຶ້ນ ໂດຍສະເພາະແມ່ນລະບຸຈຳນວນໂຄຕ້ານັກກິລາຕ່າງປະເທດ ເພື່ອເຮັດໃຫ້ການແຂ່ງຂັນມີຄວາມເຂັ້ມຂຸ້ນ, ເຮັດໃຫ້ນັກກິລາບຸກບືນພັດທະນາຕົນເອງ, ພ້ອມທັງເປັນສີສັນໃນສະໜາມແຂ່ງຂັນລະດັບລີກສູງສຸດຂອງປະເທດ, ນອກຈາກນັ້ນ ກໍຈະເປັນການດຶງດູດແຟນບານມາຕິດຕາມ, ມາຊົມ-ມາເຊຍ ເພີ່ມຂຶ້ນອີກ.

ເປບຊີ ລາວລີກ ລະດູການນີ້ ຈະນຳໃຊ້ 7 ສະໜາມ ຄື: ສະໜາມກິລາແຫ່ງຊາດຫຼັກ 16 (ສະໜາມນອກ), ສະໜາມກິລາກອງທັບ ຫຼັກ 5, ສະໜາມກິລາແຂວງຈຳປາສັກ, ສະໜາມກິລາແຂວງຫຼວງພະບາງ, ສະໜາມກິລາແຂວງຫຼວງນ້ຳທາ, ສະໜາມກິລາແຂວງສາລະວັນ ແລະ ສະໜາມກິລາແຂວງສະຫວັນນະເຂດ.

ບລສດ ເບຍລາວ ສບຕສະໜບສະໜນເຕະບານລກສງສດຂອງ ສປປ ລາວ - image 2
 

ເຕະບານ ເປບຊີ ລາວລີກ 1 ລະດູການ 2025/2026 ຈະເລີ່ມການແຂ່ງຂັນໃນວັນທີ 16 ສິງຫາ 2025 ເປັນຕົ້ນໄປ. ສຳລັບແຊັມ ເຕະບານ ເປບຊີ ລາວລີກ 1 ລະດູການນີ້ ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມແຂ່ງຂັນລະດັບ AFC CHALLENGE LEAGUE 2026/2027 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີ ຈຶ່ງສາມາດເຂົ້າຮ່ວມໄດ້) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່-ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຂະບວນແຫ່ - ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 28 ຕຸລາ ນີ້ ຢູ່ໜ້າໂຮງໝໍມະໂຫສົດ (4 ແຍກໄຟອໍານາດ) ໂດຍມີທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ຄະນະຮັບຜິດຊອບລະດັບຊາດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະພັກແຂວງຫົວພັນ, ທ່ານ ແຫວນເພັດ ລັດດາວົງ ກໍາມະການປະຈໍາພັກແຂວງສາລະວັນ ພ້ອມດ້ວຍຄະນະຮັບຊອບລະດັບຊາດ ອົງການປົກຄອງເມືອງ ພະນັກງານ ທະຫານ ຕໍາຫຼວດ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ສມປຊ ຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ຂຶ້ນໃນວັນທີ 27 ຕຸລານີ້, ທີ່ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ, ມີຕາງໜ້າຄະນະກົມ, ຫ້ອງ ການ, ຄະນະ, ສູນຂໍ້ມູນຂ່າວສານ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນເຂົ້າຮ່ວມ.
ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ໄອສະປອດ ສະໜັບສະໜູນເຄື່ອງນຸ່ງກິລາ 30 ຊຸດ ໃຫ້ທີມເຕະບານຍິງ ນວ

ຮ້ານຈຳໜ່າຍເຄື່ອງກິລາຊື່ດັງໃນ ສປປ ລາວ ໄອສະປອດ (Ai-Sport) ຜະລິດຕະພັນເຄື່ອງກິລາພິມລາຍ ໃຫ້ການສະໜັບສະໜູນເຄື່ອງຝຶກຊ້ອມກິລາເຕະບານຍິງ ຈຳນວນ 30 ຊຸດ ລວມມູນຄ່າ 6 ລ້ານກວ່າກີບ ໃຫ້ແກ່ທີມນັກກິລາເຕະບານຍິງ ນະຄອນຫຼວງວຽງຈັນ ຫຼື ນວ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກນີ້.
ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.
ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 21 ຕຸລາ 2025 ຢູ່ໜ້າອະນຸສອນປາກປ່າສັກ ໂດຍມີທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຊອບລະດັບຊາດ, ອົງການປົກຄອງເມືອງ ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າກຳມະການກອງເລຂາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ​ວັນ​ທີ 21 ຕຸ​ລາ ຜ່ານມາ ທີ່ ນວ ວ່າ: ກຳມະການກອງເລຂາ ແມ່ນເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບລະດັບຊາດ ຈັດງາມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປັນໃຈກາງປະສານງານກັບບັນດາອະນຸກຳມະການ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫຼວວຽກງານຂອງອະນຸກຳມະການຕ່າງໆ
ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປຶກສາຫາລືກຽມຄວາມພ້ອມຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນາງ ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທີມນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເພີ່ມເຕີມ