ໃນໂອກາດດັ່ງກ່າວ, ທ່ານຮັກສາການຫົວໜ້າບັນນາທິການໃຫຍ່ໜັງສືືພິມປະຊາຊົນ ໄດ້ໃຫ້ຮູ້ວ່າ: ຜ່ານມາໜັງສືພິມປະຊາຊົນ ກໍໄດ້ໂຄສະນາຜົນງານຂອງບໍລິສັດດ້ວຍດີຕະຫຼອດມາ ແລະ ຫວັງຢ່າງຍິງວ່າໃນຕໍ່ໜ້າຈະໄດ້ຮັບການຮ່ວມມືຈາກທາງບໍລິສັດໃນການໂຄສະນາກັບໜັງສືພິມປະຊາຊົນ ພວກເຮົາໃຫ້ຫຼາຍຂຶ້ນເລື້ອຍໆ. ໃນນັ້ນ, ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ແລະ ອວຍພອນໄຊອັນປະເສີດໃຫ້ຜູ້ອຳນວຍການ, ຄະນະອຳນວຍການ, ຕະຫຼອດຮອດຄະນະຜູ້ບໍລິຫານ ແລະ ພະນັກງານພາຍໃນບໍລິສັດຈົ່ງມີສຸຂະພາບແຂງແຮງ ແລະ ອວຍພອນໃຫ້ບໍລິສັດຈົ່ງເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ສໍານານ)
ຄໍາເຫັນ