ເຈົ້າໜ້າທີ່ ສະຫະລັດ ອາເມຣິກາ ກ່າວວ່າ: ເອກະສານດັ່ງກ່າວລົງນາມໂດຍທ່ານ ໂດໂນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ແລະ ເລີ່ມມີຜົນບັງຄັບໃຊ້ແລ້ວ.
ທ່ານ ອິສເມວ ບາກາອີ ໂຄສົກກະຊວງການຕ່າງປະເທດອີຣານ ກ່າວວ່າ: ນັບແຕ່ບົດບັນທຶກຄວາມເຂົ້າໃຈເລີ່ມມີຜົນບັງຄັບໃຊ້, ຈະດຳເນີນການເຈລະຈາກ່ຽວກັບບັນຫານິວເຄລຍ ແລະ ບັນຫາການລົງໂທດ ພາຍໃນເວລາ 60 ວັນ.
ກ່ອນການລົງນາມຄັ້ງນີ້, ສະຫະລັດ ອາເມຣິກາ ແລະ ອີຣານ ໄດ້ເຜີຍແຜ່ເນື້ອໃນທາງການຂອງບົດບັນທຶກຄວາມເຂົ້າໃຈລະຫວ່າງສອງຝ່າຍ, ກ່ຽວກັບບັນຫານິວເຄລຍຂອງອີຣານທີ່ວົງການພາຍນອກໃຫ້ຄວາມສົນໃຈ, ເນື້ອໃນເອກະສານສະແດງໃຫ້ເຫັນວ່າ: ຊ່ອງແຄບຮໍມຸສໄດ້ກັບມາເປີດໃຫ້ມີການເດີນເຮືອອີກຄັ້ງ; ອີຣານກ່າວຢ້ຳວ່າຈະບໍ່ຄອບຄອງ ຫຼື ບໍ່ຄົ້ນຄວ້າຜະລິດອາວຸດນິເຄລຍ, ສອງຝ່າຍເຫັນດີເຮັດໃຫ້ຄວາມຂຸ້ນຂອງຢູເຣນຽມ ຂອງອີຣານຈາງລົງ ພາຍໃຕ້ການຕິດຕາມຂອງອົງການພະລັງງານປະລະມານູສາກົນ.
ຄໍາເຫັນ