ບົດສຳພາດທ່ານ ກິແກ້ວ ໄຂຄຳພິທູນ ໃນໂອກາດສະຫຼອງວັນຄົບຮອບ 34 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສະຫຼອງ 50 ປີ ການພົວພັນຮ່ວມມືລາວ ແລະ ອົງການອຸຍນີເຊັບ

ບົດສຳພາດທ່ານ ກິແກ້ວ ໄຂຄຳພິທູນ ໃນໂອກາດສະຫຼອງວັນຄົບຮອບ 34 ປີ ຂອງສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສະຫຼອງ 50 ປີ ການພົວພັນຮ່ວມມືລາວ ແລະ ອົງການອຸຍນີເຊັບ
ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ການນໍາພັກ-ລັດ ກໍຄືໃນນາມປະທານຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະ ເດັກ ຂັ້ນສູນກາງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 34 ປີຂອງສົນທິສັນຍາວ່າດ້ວຍສິດທິເດັກ ຫຼືວັນເດັກໂລກ (20/11/1989 -20/11/2023) ແລະ ໂອກາດສະເຫຼີມສະຫຼອງຄົບຮອບ50ປີການພົວພັນຮ່ວມມືລະຫວ່າງລັດຖະບານລາວ ແລະ ອົງການອຸຍນີເຊັບປະຈໍາ ສປປ ລາວພາຍໃຕ້ຄໍາຂວັນທີ່ວ່າ: “ການລົງທຶນໃນອະນາຄົດ ຄືການລົງທຶນໃສ່ເດັກ”.
1. ກ່ຽວກັບຜົນສຳເລັດ, ຄວາມຫຍຸ້ງຍາກແລະທິດທາງໃນຕໍ່ໜ້າກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ຢູ່ສປປ ລາວ:
1). ຜົນສຳເລັດໃນການຈັດຕັ້ງປະຕິບັດຜ່ານມາ:
ພັກ ແລະ ລັດເຮົາ ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ສົ່ງເສີມ, ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງເດັກ. ທັດສະນະດັ່ງກ່າວໄດ້ຮັບການເຊື່ອມຊຶມ ແລະສະແດງອອກແຈ້ງໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍແຜນດຳເນີນ,ແຜນງານ,ໂຄງການແລະກິດຈະກໍາຕ່າງໆ.ແນໃສ່ຮັບປະກັນສິດທິຂັ້ນພື້ນຖານຂອງເດັກທັງສ້າງເງື່ອນໄຂໃຫ້ເດັກໄດ້ຮັບການປົກປ້ອງແລະພັດທະນາຢ່າງຮອບດ້ານ ໃຫ້ເດັກໃນມື້ນີ້ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບໃນອະນາຄົດ, ບົ່ມເພາະເດັກທີ່ປຽບເໝືອນເມັດພືດສໍາຄັນຂອງປະເທດຊາດ.
- ພາຍໃຕ້ພັນທະສະມາຊິກຂອງສົນທິສັນຍາວ່າດ້ວຍສິດທິເດັກສປປລາວພວກເຮົາສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ໜຶ່ງ: ແມ່ນໄດ້ປັບປຸງສໍາເລັດກົດໝາຍແລະ ນິຕິກຳໃນການຈັດຕັ້ງການເຄື່ອນໄຫວ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ. ບົດລາຍງານແຫ່ງຊາດການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກແລະສອງອະນຸສັນຍາເພີ່ມເຕີມກ່ຽວກັບ ການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກແລະ ການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກຳລັງປະກອບອາວຸດ ເພື່ອສົ່ງໃຫ້ອົງການ ສປຊ ໃນທ້າຍປີນີ້; ສອງ: ໄດ້ສ້າງບົດສຶກສາວິໄຈປະເມີນສະຖານະພາບຂອງເດັກ ແລະ ປັບປຸງຖານຂໍ້ມູນລະດັບຊາດ ທີ່ກ່ຽວຂ້ອງກັບເດັກໂດຍອີງໃສ່ການກະກຽມສຳຫຼວດພົນລະເມືອງ ແລະການສໍາຫຼວດແຮງງານເດັກແລະ ການສ້າງແຜນງານແຫ່ງຊາດເພື່ອປ້ອງກັນແລະລຶບລ້າງການນໍາໃຊ້ແຮງງານເດັກທັງໄດ້ປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໃຫ້ມີຄວາມເຂັ້ມແຂງ ແລະກົມກຽວກັນ; ສາມ: ໃນທຸກໆປີການນຳພັກ-ລັດ ປະຊາຊົນລາວບັນດາເຜົ່າໄດ້ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດວັນທີ1ມິຖຸນາແລະ ກິດຈະກຳອື່ນໆ ເພື່ອເປັນເວທີແລກປ່ຽນວັດທະນະທໍາ-ສັງຄົມ, ວິຖີດຳລົງຊີວິດທ້ອງຖິ່ນເດັກທັງເປັນເວທີແຫ່ງຄວາມສາມັກຄີລະຫວ່າງເດັກດ້ວຍກັນ ທັງສ້າງໂອກາດໃຫ້ເດັກໄດ້ເຂົ້າຮ່ວມເວທີເດັກສໍາຄັນຕ່າງໆໃນອາຊຽນ, ພາກພື້ນນ ແລະ ສາກົນ; ສີ່: ໃນທຸກປີໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຄົບຮອບສົນທິສັນຍາ ວ່າດ້ວຍສິດທິເດັກຫຼືວັນເດັກໂລກ (20 ພະຈິກ) ທັງການສະແດງສັນຍາລັກການຍ້ອມໄຟສີຟ້າໃສ່ສໍານັກງານອົງການ ແລະສະຖານທີ່ສໍາຄັນ ເພື່ອຊຸກຍູ້ສົ່ງເສີມ ແລະ ປົກປ້ອງສິດທິເດັກ ແລະ ເປັນການໂຄສະນາປູກຈິດສຳນຶກໃຫ້ທົ່ວປວງຊົນລາວບັນດາເຜົ່າໄດ້ພ້ອມກັນລະນຶກເຖິງຄວາມສຳຄັນ,ຊຸກຍູ້ສົ່ງເສີມ, ປົກປ້ອງສິດທິເດັກແລະພ້ອມກັນສະເຫຼີມສະຫຼອງຮ່ວມກັບປະຊາຄົມໂລກ ແລະກິດຈະກຳອື່ນໆ...
2). ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດສົນທິສັນຍາ:ໃນໄລຍະທີ່ຜ່ານມາໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານວ່າດ້ວຍສິດທິເດັກເປັນຕົ້ນການລະບາດຂອງພະຍາດໂຄວິດ-19, ບັນຫາການຫົດຖອຍຂອງເສດຖະກິດ, ສະພາບການຊີວິດການເປັນຢູ່ຝືດເຄືອງທີ່ຕິດພັນກັບບັນຫາຄວາມທຸກຍາກຂາດເຂີນຂອງເດັກ, ສະພາບການໃຊ້ຄວາມຮຸນແຮງ, ການເຄື່ອນຍ້າຍແຮງງານເດັກ, ການໃຊ້ແຮງງານເດັກ, ການຄ້າປະເວນີເດັກ,ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ອັດຕາການອອກໂຮງຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ, ການແຕ່ງດອງແອບແຝງ, ການປ່ຽນແປງດິນຟ້າອາກາດແລະ ໄພພິບັດ, ການເກັບກຳ -ສ້າງຖານສະຖິຕິສໍາລັບເດັກບໍ່ທັນລະອຽດ, ບັນຫາຢາເສບຕິດ ແລະ ອື່ນໆ...ບັນຫາທັງໝົດເຫຼົ່ານັ້ນເປັນໄພຄຸກຄາມແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນີ້, ກົງຈັກເສນາທິການຊ່ວຍວຽກຂອງຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະເດັກ ລວມທັງກົນໄກການປົກປ້ອງ ແລະ ຊ່ວຍເຫຼືອເດັກໃນຂັ້ນສູນກາງ ແລະ ທ້ອງຖິ່ນຍັງຈຳກັດສະແດງອອກໃນການຈັດຕັ້ງປະຕິບັດວຽກງານ, ການຕິດຕາມກວດກາ ແລະການສະຫຼຸບລາຍງານໃນການປະຕິບັດພັນທະສາກົນ ແລະພາກພື້ນຍັງບໍ່ໄດ້ດີເທົ່າທີ່ຄວນ; ບຸກຄະລາກອນ ແລະງົບປະມານນໍາໃຊ້ເຂົ້າໃນວຽກດັ່ງກ່າວຍັງຈໍາກັດ.
3). ທິດທາງແຜນການໃນຕໍ່ໜ້າ:ໃນຕໍ່ໜ້າລັດຖະບານແຫ່ງສປປລາວຈະເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານກ່ຽວກັບສິດທິເດັກໂດຍຮ່ວມມືພາຍໃນ ແລະ ອົງການຈັດຕັ້ງສາກົນໂດຍສະເພາະຮ່ວມມືກັບອົງການອຸຍນີເຊັບພາຍໃຕ້ພັນທະຂອງລັດຖະບານຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມເຕີມໃນການປົກປ້ອງ ແລະ ພັດທະນາເດັກລາວບັນດາເຜົ່າມີດັ່ງນີ້:ອັນທີ1: ວຽກຍຸດທະສາດແລະ ແຜນດໍາເນີນງານ: 1). ທົບທວນຄືນກາງສະໄໝການຈັດຕັ້ງປະຕິບັດແຜນຍຸດທະສາດວຽກແມ່ແລະເດັກ 2016-2025 ແລະ ວິໄສທັດຮອດ 2030 2). ທົບທວນກາງສະໄໝການຈັດຕັ້ງປະຕິບັດ ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ແລະເດັກ ແລະ ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ ແລະ ເດັກ.ອັນທີ2: ວຽກພັນທະຕໍ່ສົນທິສັນຍາວ່າດ້ວຍສິດທິເດັກແລະ ອະນຸສັນຍາເພີ່ມເຕີມ: 1). ຈັດພິມປື້ມ ແລະເຜີຍແຜ່ບົດລາຍງານແຫ່ງຊາດປະຈໍາໄລຍະ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໃຫ້ຄກມດ ກະຊວງ, ອົງການ ແລະ ຄກມດ ແຂວງ. 2). ຈັດກອງປະຊຸມຕອບຄໍາຖາມເຈາະຈີ້ມຈາກຄະນະກໍາມະການສິດທິເດັກ ສປຊ ຕໍ່ບົດລາຍງານແຫ່ງຊາດ ປະຈໍາໄລຍະ 7 ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິເດັກຮ່ວມກັບຂະແໜງການກ່ຽວຂ້ອງ. 3).ຈັດກອງປະຊຸມປຶກສາຫາລືກະກຽມຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມພິຈາລະນາບົດລາຍງານແຫ່ງຊາດ ປະຈໍາໄລຍະ 7 ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ; 4). ຈັດກອງປະຊຸມບົດບາດຈໍາລອງການປ້ອງກັນບົດລາຍງານແຫ່ງຊາດ ປະຈໍາໄລຍະ 7 ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິເດັກ; 5). ເຂົ້າຮ່ວມກອງປະຊຸມພິຈາລະນາບົດລາຍງານແຫ່ງຊາດປະຈໍາໄລຍະ7ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຂອງຄະນະກໍາມະການສິດທິເດັກສປຊທີ່ເຈນີວາ, ປະເທດສະວິດເຊີແລນ. 6). ຈັດກອງປະຊຸມເຜີຍແຜ່ຜົນການເຂົ້າຮ່ວມພິຈາລະນາບົດລາຍງານ ແລະ ເຜີຍແຜ່ຂໍ້ສະເໜີແນະ.ອັນທີ3:ວຽກງານປົກປ້ອງເດັກ: 1). ປັບປຸງຄູ່ມືຝຶກອົບຮົມແລະ ຂະຫຍາຍການຈັດຝຶກອົບຮົມກ່ຽວກັບທັກສະດ້ານສັງຄົມ ແລະ ທັກສະຊີວິດໃຫ້ເດັກແລະ ໄວໜຸ່ມຢູ່ 5 ແຂວງພາກເໜືອ. 2). ຈັດກອງປະຊຸມຜັນຂະຫຍາຍສິ່ງຄົ້ນພົບ ແລະຄໍາແນະນໍາຂອງ 2 ບົດວິໄຈຄວາມທຸກຍາກຂອງເດັກ ຈາກການປ່ຽນແປງດິນຟ້າອາກາດແລະ ໄພພິບັດ ແລະ ບົດສຶກສາການແຕ່ງດອງກ່ອນໄວອັນຄວນຂອງເດັກ ແລະ ການຖືພາຂອງໄວໜຸ່ມ ໃນ ສປປ ລາວ. 3).ສ້າງສື່ໂຄສະນາສິດທິເດັກ, ວຽກປົກປ້ອງເດັກການປ່ຽນແປງດິນຟ້າອາກາດ, ການແຕ່ງດອງກ່ອນໄວອັນຄວນຂອງເດັກ ແລະ ການຖືພາຂອງໄວໜຸ່ມ, ການປົກປ້ອງເດັກຈາກສື່ອອນລາຍ.ອັນທີ4: ວຽກສ້າງຄວາມເຂັ້ມແຂງ: +ສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ແລະ ເດັກທຸກຂັ້ນ ໂດຍສະເພາະວຽກເສນາທິການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ແລະ ອະນຸສັນຍາວ່າດ້ວຍການເຂົ້າຮ່ວມຂອງເດັກໃນການປະທະກັນດ້ວຍກໍາລັງປະກອບອາວຸດແລະອະນຸສັນຍາວ່າດ້ວຍການຄ້າຂາຍເດັກ, ການຄ້າປະເວນີເດັກແລະສິ່ງລາມົກອານາຈານກ່ຽວກັບເດັກ ໂດຍການໄປຝຶກອົບຮົມ ແລະ ແລກປ່ຽນຢູ່ທັງພາຍໃນ ແລະ ຕ່າງປະເທດ.ອັນທີ5: ວຽກພາກພື້ນອາຊຽນ: 1). ກະກຽມການຈັດເວທີເດັກອາຊຽນ ຄັ້ງທີ8 ທີ່ສປປລາວເປັນເຈົ້າພາບໃນປີ2024. 2). ກະກຽມກອງປະຊຸມ (ໄອຊີທີ)ອາຊຽນ ກ່ຽວກັບການປົກປ້ອງເດັກທາງອອນລາຍທີ່ ສປປ ລາວເປັນເຈົ້າ ພາບໃນປີ2024. 3). ກະກຽມກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແຜນປະຕິບັດງານລະດັບພາກພື້ນອາຊຽນ ວ່າດ້ວຍການປົກປ້ອງເດັກຈາກທຸກຮູບແບບຂອງການຂູດຮີດແລະ ການລ່ວງລະເມີດທາງອອນລາຍ. 4). ກະກຽມກອງປະຊຸມປຶກສາຫາລືກ່ຽວກັບ ການສຶກສາ/ສໍາຫຼວດການເຂົ້າເຖິງແລະການຊົມ ໃຊ້ອິນເຕີເນັດຂອງເດັກ ໃນ ສປປ ລາວ.ອັນທີຫົກ: ວຽກຂະບວນການ: 1). ສືບຕໍ່ສ້າງຂະບວນການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ດ້ວຍຮູບແບບແລະ ກິດຈະກຳຕ່າງໆ ເພື່ອສົ່ງເສີມແລະສ້າງຈິດສຳນຶກໃຫ້ກັບເດັກໃນການເຕີບໂຕເປັນຜູ້ໃຫຍ່ທີ່ມີຄຸນນະພາບແລະເປັນອະນາຄົດຂອງປະເທດຊາດ. 2). ຊີ້ນຳ ແລະ ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ -ສັງຄົມເຂົ້າມາມີສ່ວນຮ່ວມໃນການສະເຫຼີມສະຫຼອງ ວັນສົນທິສັນຍາ ວ່າດ້ວຍສິດທິເດັກຫຼືວັນເດັກໂລກ20ພະຈິກໂດຍສະເພາະສ້າງແຜນຈັດກິດຈະກຳເປັນປະຈຳ ປີ2024 ຊຶ່ງຄົບຮອບ 35 ປີເປັນປີໃຫຍ່ການຈັດຕັ້ງປະຕິບັດວຽກສິດທິເດັກ ຢູ່ ສປປ ລາວ(ວັນເດັກໂລກ) ລວມທັງການຕິດຕາມຄວາມຄືບໜ້າຄວາມໝາຍໝັ້ນຂອງພາກສ່ວນຕ່າງໆ ແລະ ມີກິດຈະກຳອື່ນໆ.
2. ກ່ຽວກັບທັດສະນະຕໍ່ຄູ່ຮ່ວມງານ ໂດຍສະເພາະອົງການອຸຍນີເຊັບ ຊຶ່ງໃນປີນີ້ເປັນປີຄົບຮອບ 50 ປີອົງການອຸຍນີເຊັບປະຈຳຢູ່ ສປປ ລາວ:ປີນີ້ເປັນປີສຳຄັນທີ່ພວກເຮົາສະເຫຼີມສະຫຼອງວັນຄົບຮອບ 34 ປີສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼືວັນເດັກໂລກ (20 ພະຈິກ 2023) ແລະສະເຫຼີມສະຫຼອງ 50 ປີການພົວພັນຮ່ວມມືລະຫວ່າງ ສປປລາວແລະອົງການອຸຍນິເຊັບປະຈໍາລາວ. ຕະຫຼອດໄລຍະເຄິ່ງສະຕະວັດຜ່ານມາອົງການອຸຍນີເຊັບໄດ້ເປັນເຈົ້າການໃຫ້ການຊ່ວຍເຫຼືອ,ສະໜັບສະໜູນວຽກງານດ້ານຕ່າງໆທີ່ພົວພັນກັບວຽກງານແມ່ຍິງ,ແມ່ແລະເດັກຢ່າງຫຼວງຫຼາຍທັງທາງດ້ານງົບປະມານ,ອຸປະກອນເຕັກນິກເຕັກໂນໂລຊີ, ບຸກຄະລາກອນແລະ ດ້ານຕ່າງໆ ເຂົ້າຮ່ວມຊ່ວຍເຫຼືອຂົງເຂດເສດຖະກິດແລະ ວັດທະນະທຳ-ສັງຄົມເປັນຕົ້ນວຽກງານສາທາລະນະສຸກ, ວຽກງານສຶກສາ, ແຮງງານ -ສະຫວັດດີການສັງຄົມ, ວຽກງານຍຸຕິທຳ, ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ວຽກງານແຜນການແລະ ການລົງທຶນ, ວຽກງານໃນຂົງເຂດຕຸລາການ, ສະພາແຫງຊາດ, ປ້ອງກັນຄວາມສະຫງົບ, ແນວລາວສ້າງຊາດ,ສະຫະພັນແມ່ຍິງ ແລະ ອື່ນໆ...ຂ້າພະເຈົ້າຕາງໜ້າການນໍາພັກ-ລັດ, ຕາງໜ້າຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ແລະເດັກກໍຄືໃນນາມສ່ວນຕົວຂໍສະແດງຄວາມຮູ້ບຸນຄຸນແລະ ເຊື່ອໝັ້ນວ່າອົງການອຸຍນີເຊັບປະຈໍາ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມືແລະສະໜັບສະໜູນຊ່ວຍເຫຼືອວຽກສິດທິເດັກພາຍໃຕ້ພັນທະຂອງລັດຖະບານ ຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມເຕີມການປົກປ້ອງ ແລະ ພັດທະນາເດັກລາວບັນດາເຜົ່າ,ລວມທັງການຮ່ວມມືແລະ ໃຫ້ການຊ່ວຍເຫຼືອທີ່ມີປະສິດທິຜົນ ແລະ ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດການນໍາພາປະເທດຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ, ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະຂອບວຽກອື່ນໆພາຍໃຕ້ແຜນບຸລິມະສິດ, ຂອບການຮ່ວມມືແລະແຜນງານຕ່າງໆລະຫວ່າງລັດຖະບານລາວ ກັບອົງການອຸຍນີເຊັບ.
3. ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ 34 ປີສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼືວັນເດັກໂລກ (20 ພະຈິກ 2023) ແລະ ການສະເຫຼີມສະຫຼອງ 50 ປີການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ອົງການອຸຍນີເຊັບປະຈໍາ ສປປ ລາວນີ້ໃນນາມປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກຂັ້ນສູນກາງ ກໍຄືໃນນາມສ່ວນຕົວ ຂ້າພະເຈົ້າ ຂໍອວຍພອນມາຍັງເດັກທົ່ວໂລກແລະ ເດັກລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄຳຮູ້ເຊື່ອຟັງຄຳສັ່ງສອນຂອງພໍ່ແມ່, ເປັນນັກຮຽນດີຮຽນເກັ່ງແລະມີຄວາມເຄົາລົບຕໍ່ຄູ-ອາຈານ, ເປັນລູກຫຼານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້ເອົາໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອສ້າງອະນາຄົດທີ່ດີກວ່າ ບົນພື້ນຖານຄວາມຮູ້, ຄວາມສາມາດ ແລະຄວາມໄຝ່ຝັນຂອງແຕ່ລະຄົນ.ປີນີ້ຂໍໃຫ້ລູກຫຼານທັງຫຼາຍ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນທີ່ເຕັມໄປດ້ວຍຮອຍຍິ້ມອັນຊື່ນບານ. ຂໍອວຍພອນໄຊໃຫ້ການສະເຫຼີມສະຫຼອງວັນຄົບຮອບ 34ປີຂອງສົນທິສັນຍາວ່າດ້ວຍສິດທິເດັກຫຼືວັນເດັກໂລກ (ວັນທີ20ພະຈິກ2023)ແລະການສະເຫຼີມສະຫຼອງ 50 ປີການພົວພັນຮ່ວມມືລະຫວ່າງ ສປປລາວ ແລະ ອົງການອຸຍນີເຊັບປະຈໍາ ສປປ ລາວ ຈົ່ງດຳເນີນໄປດ້ວຍດີແລະ ສໍາເລັດຜົນຢ່າງຈົບງາມ.

ຄໍາເຫັນ

ຂ່າວການຮ່ວມມື

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າສາກົນ

ງານວາງສະແດງສິນຄ້ານຳເຂົ້າ ຫຼື CIIE ຄັ້ງທີ8 ໄດ້ຈັດຂຶ້ນໃນວັນທີ 5 ພະຈິກນີ້ທີ່ສູນວາງສະແດງ ຫໍປະຊຸມແຫ່ງຊາດທີ່ເມືອງສິ່ງຜູ່ ນະຄອນຊຽງໄຮ້ ສປຈີນ ຈັດໂດຍກະຊວງການຄ້າຂອງຈີນ, ຊຶ່ງງານສະແດງດັ່ງກ່າວຈະດຳເນີນໄປຈົນເຖິງວັນທີ10 ພະຈິກນີ້
ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ແຜນການ 5 ປີ ຄັ້ງທີ 15​ຂອງ​ຈີນໄດ້​ວາດ​ພາບ​ມຸ່ງ​ໄປ​ຂ້າງ​ໜ້າ​ທີ່​ງົດ​ງາມ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ XX ໄດ້ປິດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມເມື່ອ​ບໍ່​ດົນ​ມາ​ນີ້ ທີ່ນະຄອນຫຼວງປັກກິ່ງ. ກອງປະຊຸມຄັ້ງ​ນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີຂອງສູນກາງພັກກອມມູນິດຈີນກ່ຽວກັັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15, ອັນໄດ້ເປັນການ​ວາງ​ຄາດ​ໝາຍ​ຢ່າງຖີ່​ຖ້ວນ ແລະ ວາງແຜນຍຸດທະສາດ ສຳລັບການພັດທະນາເສດຖະກິດ-ສັງຄົມຂອງຈີນໃນ 5 ປີຂ້າງໜ້າ.
ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ງານລ້ຽງສະຫຼອງວັນຊາດສາທາລະນະລັດຕວັກກີ ຄົບຮອບ 102 ປີ

ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈໍາລາວ ໄດ້ຈັດງານ ສະ ເຫຼີມສະຫຼອງ (ວັນຊາດ) ວັນປະກາດເອກະລາດສາທາລະນະລັດຕວັກກີ ຄົບຮອບ 102 ປີ ຂຶ້ນໃນວັນທີ 29 ຕຸລາ ຜ່ານມາ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ເປັນກຽດເຂົ້າຮ່ວມໃນພິທີ ໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ, ບັນດາທ່ານຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນ.
ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ ມືແຫ່ງຄວາມຫວັງ ສະແດງໃຫ້ເຫັນມິດຕະພາບ ລາວ-ຈີນ

ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ທີ່ເນັ້ນໃສ່ມິດຕະພາບອັນຍາວນານລະຫວ່າງ ລາວ-ຈີນ ພ້ອມດ້ວຍກິດຈະກຳວັນເປີດບ້ານຮັບແຂກ ໂດຍມີຄຳຂວັນວ່າ “ແສງສະຫວ່າງໄປສູ່ການສຶກສາ, ສ້າງພັນທະມິດແມ່ນ້ຳຂອງ”. ກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 30 ຕຸລາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (CSG); ໃນໂອກາດດັ່ງກ່າວ, ທ່ານ ວັນໄຊ ຕະວິຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ໄດ້ກ່າວວ່າ: CSG ມີບົດບາດສຳຄັນໃນການສ້າງເສດຖະກິດລາວ ໃຫ້ຂະຫຍາຍຕົວ ແລະ ສົ່ງເສີມການຮ່ວມມືດ້ານພະລັງງານພາກພື້ນ. ກິດຈະກຳຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງເສັ້ນທາງຄວາມຮ່ວມມືເທົ່ານັ້ນ, ຍັງຊ່ວຍເລິກເຊິ່ງຄວາມເຂົ້າໃຈ ແລະ ພັນທະມິດລະຫວ່າງປະຊາຊົນ ຈີນ-ລາວ ຜ່ານການບອກເລື່ອງ ແລະ ການແລກປ່ຽນວັດທະນະທຳ. ພ້ອມດຽວກັນນັ້ນ ຜົນງານນີ້ໄດ້ນຳໃຊ້ວິດີໂອສາລະຄະດີ “ມືແຫ່ງຄວາມຫວັງ” ເປັນສື່ກາງຊຶ່ງໄດ້ປະກອບສ່ວນໃນການສະທ້ອນຊີວິດການເປັນຢູ່ຂອງປະຊາຊົນ, ເຜີຍແຜ່ແນວທາງນະໂຍບາຍ ແລະ ເຕົ້າໂຮມຄວາມເປັນເອກະພາບ.
ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ອິນໂດເນເຊຍ ມີຄວາມຕ້ອງການຫຼາຍທີ່ຈະຊື້ສິນຄ້າຈາກລາວ

ການຮ່ວມມືດ້ານການຄ້າລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິນໂດເນເຊຍ ກຳລັງກ້າວເຂົ້າສູ່ໂອກາດໃໝ່ທີ່ໜ້າເພິ່ງພໍໃຈ, ພ້ອມດ້ວຍທ່າແຮງທາງການຄ້າທີ່ມີທ່າອ່ຽງເຕີບໂຕສູງ ໂດຍສະເພາະການເປີດຕະຫຼາດສຳລັບສິນຄ້າກະສິກຳ ແລະ ຜະລິດຕະພັນອາຫານແປຮູບຂອງລາວ.
ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ອົງການກວດສອບແຫ່ງລັດເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ)

ໃນລະຫວ່າງວັນທີ 27-31 ຕຸລານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ຊຶ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນສະຖາບັນກວດສອບສູງສຸດສາກົນ (ອິນໂຕຊາຍ) ທີ່ຊາມ ເອວ ແຊັກ ປະເທດ ເອຢິບ. ກອງປະຊຸມຄັ້ງນີ້, ຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດທົ່ວໂລກຫຼາຍກວ່າ 150 ປະເທດ, ມີຜູ້ແທນຫຼາຍກວ່າ 800 ຄົນເຂົ້າຮ່ວມ ແລະ ໃນພິທີເປີດກອງປະຊຸມອັນມີຄວາມໝາຍຄວາມສໍາຄັນ ໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໃນພິທີເປີດກອງປະຊຸມ ໂດຍ ທ່ານ ມູສຕາຟາ ມາດບູລີ (Dr. Mostafa Madbouly) ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດເອຢິບ. ກ່າວຕ້ອນຮັບ ໂດຍທ່ານ ໂມຮາເມດ ເອ ເຟຊໍ ຢູດເຊບ(Mohamed El Faisal Youssef) ປະທານອົງການກວດສອບແຫ່ງລັດ ເອຢິບ ໃນນາມເຈົ້າພາບຈັດກອງປະຊຸມ ແລະ ປະທານອິນໂຕຊາຍຜູ້ຕໍ່ໄປ; ພ້ອມດຽວກັນນັ້ນ, ທ່ານ ນາງ ມາກິດ ກຮາກເກີ (Dr. Margit Kraker) ປະທານສານ (ກວດສອບ ໂອຕຣິດ, ໃນນາມເລຂາທິການ ອິນໂຕຊາຍ ແລະ ທ່ານ ວິຕານ ໂດ ເຣໂກ ຟີໂຮ (Vital do Rego Fiho) ປະທານສານກວດສອບບັນຊີ ເບຣຊິນ ໃນຖານະປະທານ ອິນໂຕຊາຍທີ່ໃກ້ຈະໝົດວາລະກໍມີຄຳເຫັນຕໍ່ກອງປະຊຸມ.
ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ຄະນະຜູ້ແທນນະຄອນດາໜັງ ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ

ວັນທີ29ຕຸລານີ້,ສະຫາຍຫງວຽນດິ່ງຫວີ໊ງຮອງເລຂາຜູ້ປະຈຳການພັກນະຄອນດາໜັງສສຫວຽດນາມໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມແລະເຮັດວຽກຢູ່ແຂວງສາລະວັນ, ໂດຍການຕ້ອນຮັບຂອງສະຫາຍດາວວົງພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງພ້ອມຄະນະ ແລະຄະນະນໍາທັງສອງຝ່າຍເຂົ້າຮ່ວມ.
ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ລມຕ ຕ່າງປະເທດ ສປປ ລາວ ແລະ ສ ເກົາຫຼີ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

ໃນວັນທີ 27 ຕຸລາ ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂຈ ຮຸນ (Cho Hyun) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ໃນໂອກາດຕິດຕາມ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ນາຍົກເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47

ໃນວັນທີ 28 ຕຸລາ ນີ້ ທີ່ ກົວລາລໍາເປີ ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 28, ກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ນິວຊີແລນ ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 5.
ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ເພີ່ມເຕີມ