![]() |
ໂດຍໄດ້ດຳເນີນການເກັບດີນຂໍເກົ່າອອກ, ມ້າງໂຄງຫຼັງຄາເກົ່າອອກໝົດ ເພື່ອດຳເນີນການສ້າງໂຄງຫຼັງຄາໃໝ່ແທນ, ປັດຈຸບັນ ໄດ້ສຳເລັດໂດຍພື້ນຖານ ຕາມບັນດາໜ້າວຽກທີ່ກຳນົດໄວ້ຕາມແຜນການ, ພາຍຫຼັງສຳເລັດການມ້າງໂຄງຫຼັງຄາເກົ່າ ຈະສືບຕໍ່ດຳເນີນການກໍ່ສ້າງ ຕາມການອອກແບບ ຄາດວ່າຈະໃຫ້ສຳເລັດຕາມແຜນການທີ່ກຳນົດ, ເນື່ອງຈາກງົບປະມານ ແລະວັດສະດຸທີ່ຈະນຳໃຊ້ເຂົ້າໃນການກໍ່ສ້າງ-ສ້ອມແປງ ແມ່ນມີຄວາມພ້ອມເປັນສ່ວນໃຫຍ່, ໂດຍໄດ້ຮັບການປະກອບສ່ວນທຶນຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດການນຳຂັ້ນສູງ, ພ້ອມດ້ວຍສັດທາຂອງຊາວພຸດທະສາສະນິກະຊົນຜູ້ໃຈບຸນ. ຜ່ານການປະຕິບັດຕົວຈິງ ແມ່ນພົບຄວາມຫຍູ້ງຍາກບາງດ້ານ ແລະອາດຈະມີໜ້າວຽກໃໝ່ເພີ້ມອີກ ເນື່ອງຈາກໂຄງຫຼັງຄາມມີຄວາມຊຸດໂຊມຫຼາຍ, ວັດຄົກວ່າຄຸນວິເສດ ເປັນວັດທີ່ເກົ່າແກ່ ໃນນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ, ເປັນວັດທີ່ພະເຈົ້າກີວ ອົງພະທີ່ສັກສິດ ເປັນທີ່ເຄົາລົບ ນົບໄຫວ້ຂອງຊາວຫຼວງພະບາງມາເປັນເວລາຍາວນານ, ເພື່ອເຮັດໃຫ້ໂຄງການບູລະນະ-ສ້ອມແປງ ຫຼັງຄາພັດທະສີມມາ (ອາຣາມ) ວັດຄົກວ່າຄຸນວິເສດ ນະຄອນ ຫຼວງພະບາງ ສຳເລັດຕາມແຜນການທີ່ວາງໄວ້ ຂໍເຊີນຊວນຊາວພຸດທະສາສະນິກະຊົນຜູ້ໃຈບຸນ ຮ່ວມອານຸໂມທະນາເປັນວັດຖຸ-ປັດໄຈເຂົ້າໃນການບູລະນະ-ສ້ອມແປງ ເຊີ່ງສາມາດໂມທະນາກັບຄະນະກຳມະການ ແລະເຈົ້າອະທິການຂອງວັດໂດຍກົງ ຕາມຄວາມສະດວກ.
ຂ່າວ-ພາບ: ອາພຸດເດດ ບຸບຜາ

ຄໍາເຫັນ