ບຸນກຸດຈີນ ຫຼື ປີໃໝ່ຂອງຈີນ ເປັນຊ່ວງວັນພັກທີ່ຍາວທີ່ສຸດ ເພື່ອສົ່ງເສີມການເດີນທາງ ແລະ ກະຕຸ້ນການບໍລິໂພກພາຍໃນປະເທດຈີນ

ບຸນກຸດຈີນ ຫຼື ປີໃໝ່ຂອງຈີນ ເປັນຊ່ວງວັນພັກທີ່ຍາວທີ່ສຸດ ເພື່ອສົ່ງເສີມການເດີນທາງ ແລະ ກະຕຸ້ນການບໍລິໂພກພາຍໃນປະເທດຈີນ
ຕາມການລາຍງານຂ່າວຈາກ CGTN ໃນວັນທີ 24 ກຸມພາຜ່ານມາວ່າ: ໃນຊ່ວງວັນພັກຂອງບຸນກຸດຈີນ ປີ 2026 ຊຶ່ງເປັນຊ່ວງວັນພັກທີ່ຍາວທີ່ບໍ່ເຄີຍມີມາກ່ອນເປັນເວລາ 9 ວັນ
 ໄດ້ເຫັນການເຄື່ອນໄຫວຂອງປະຊາກອນຢ່າງໜາແໜ້ນແລະ ຄຽງຄູ່ກັບການເຕີບໂຕຂອງການບໍລິໂພກຢ່າງແຂງແຮງ ເຊັ່ນວ່າ, ການທ່ອງທ່ຽວ, ລາຍຮັບຈາກຫ້ອງສາຍຮູບເງົາ (box office) ແລະ ພາກສ່ວນການຄ້າຫຍ່ອຍຕ່າງໆ.
ໂດຍຮູບກຣາຟຟິກທີ່ສະແດງໃຫ້ເຫັນໄດ້ຢ່າງສັດເຈນ ແລະ ຄົບຖ້ວນຂອງການເພີ່ມຂຶ້ນໃນຊ່ວງວັນພັກ ໂດຍໄດ້ເນັ້ນໃຫ້ເຫັນສະຖິຕິສູງສຸດເປັນປະຫວັດສາດໃໝ່ຂອງການເດີນທາງພາຍໃນປະເທດ, ການເຕີບໂຕຂອງການເດີນທາງຂ້າມຊາຍແດນ ແລະ ລາຍຮັບຈາກຫ້ອງສາຍຮູບເງົາທີ່ເພີ່ມສູງຢ່າງໂດດເດັ່ນ.
ອີງຕາມຂໍ້ມູນຈາກ ກຸ່ມບໍລິສັດລົດໄຟແຫ່ງຊາດຈີນ, ໃນຊ່ວງວັນພັກບຸນກຸດຈີນ (15–23 ກຸມພາ) ລະບົບລົດໄຟໄດ້ໃຫ້ບໍລິການຜູ້ໂດຍສານປະມານ 121 ລ້ານເທື່ອຄົນ, ສະເລ່ຍ 13,41 ລ້ານເທື່ອຄົນຕໍ່ວັນ, ເພີ່ມຂຶ້ນ 11,5 ເປີເຊັນ ເມື່ອທຽບກັບປີກ່ອນ. ໂດຍສະເພາະ, ວັນທີ 23 ກຸມພາ ມີຜູ້ໂດຍສານສູງສຸດເຖິງ 18,73 ລ້ານເທື່ອຄົນ, ສ້າງສະຖິຕິໃໝ່ສໍາລັບການເດີນທາງຕໍ່ມື້ໃນຊ່ວງດັ່ງກ່າວ.
ບນກດຈນ ຫ ປໃໝຂອງຈນ ເປນຊວງວນພກທຍາວທສດ ເພອສງເສມການເດນທາງ ແລະ ກະຕນການບລໂພກພາຍໃນປະເທດຈນ - image 1
 
ເພື່ອຮອງຮັບປະລິມານຜູ້ໂດຍສານທີ່ສູງ ຊຶ່ງປະກອບມີການເດີນທາງກັບບ້ານ, ການກັບຄືນຂອງແຮງງານຈາກຖິ່ນອື່ນ ແລະ ການທ່ອງທ່ຽວ, ລົດໄຟໄດ້ດໍາເນີນຂົນສົ່ງຂະບວນລົດໄຟຜູ້ໂດຍສານສະເລ່ຍ 12.380 ຂະບວນຕໍ່ວັນ. ພ້ອມນີ້, ຍັງໄດ້ປັບປຸງບໍລິການ ເຊັ່ນວ່າ, ການປັບປຸງກົນລະຍຸດຂອງການຂາຍປີ້, ການຫຼຸດລາຄາຄ່າໂດຍສານ ແລະ ການເພີ່ມຂະບວນລົດໄຟພິເສດສໍາລັບແຮງງານຈາກແຂວງໜຶ່ງສູ່ແຂວງໜຶ່ງ.
ໃນດ້ານການຂົນສົ່ງສິນຄ້າ, ລະບົບລົດໄຟແຫ່ງຊາດໄດ້ຂົນສົ່ງສິນຄ້າທັງໝົດ 85,38 ລ້ານໂຕນໃນຊ່ວງວັນພັກ. ຊ່ອງທາງໂລຈິສຕິກສາກົນສໍາຄັນ ເຊັ່ນ ຂະບວນລົດໄຟຈີນ ເອີຣົບ ແລະ ຊ່ອງທາງການຄ້າບົກ ທະເລສາກົນໃໝ່ ຍັງໄດ້ປະຕິບັດງານຢ່າງມັ່ນຄົງ, ຮັບປະກັນການຂົນສົ່ງສິນຄ້າຈໍາເປັນ ແລະ ການໄຫຼວຽນຂອງຫ່ວງໂຊ່ຕອບສະໜອງຂອງສາກົນຢ່າງຄຶກຄື້ນ.
ສ່ວນທາງດ້ານການບໍລິໂພກໃນຊ່ວງວັນພັກ ອີງຕາມຂໍ້ມູນຈາກ ກະຊວງການຄ້າຂອງຈີນ, ໃນ 4 ວັນທໍາອິດຂອງຊ່ວງວັນພັກ, ຍອດຂາຍສະເລ່ຍຕໍ່ວັນຂອງວິສາຫະກິດຄ້າປີກ ແລະ ຮ້ານອາຫານທົ່ວປະເທດ ເພີ່ມຂຶ້ນ 8,6% ເມື່ອທຽບກັບໃສ່ໄລຍະດຽວກັນຂອງປີກ່ອນ, ໂດຍມີການຈັດກິດຈະກໍາສົ່ງເສີມການຂາຍຢ່າງຕໍ່ເນື່ອງ ເພື່ອກະຕຸ້ນການຕະຫຼາດພາຍໃນ.
ນະໂຍບາຍສົ່ງເສີມການແລກປ່ຽນສິນຄ້າບໍລິໂພກ (trade-in) ໄດ້ສະແດງຜົນຢ່າງຊັດເຈນ. ດັ່ງຂໍ້ມູນຊີ້ໃຫ້ເຫັນວ່າ ຮອດວັນທີ 19 ກຸມພາ, ໂຄງການ trade-in ທົ່ວປະເທດ ໄດ້ຊ່ວຍເຫຼືອປະຊາຊົນ 28,88 ລ້ານເທື່ອຄົນ ແລະ ກະຕຸ້ນຍອດຂາຍລວມມູນຄ່າ 198,02 ຕື້ຢວນ (ປະມານ 27,5 ຕື້ໂດລາສະຫະລັດ). ໃນນັ້ນ, ໂຄງການແລກປ່ຽນລົດຍົນເພິ່ມຂຶ້ນເຖິງ 612.000 ຄັນ, ເຮັດໃຫ້ຍອດຂາຍລົດໃໝ່ມູນຄ່າ 100,53 ຕື້ຢວນ (ປະມານ 13,96 ຕື້ໂດລາ), ໂດຍສະເພາະລົດທີ່ນຳໃຊ້ພະລັງງານສະອາດ ຫຼື ສິນຄ້າສີຂຽວ ແລະ ສິນຄ້າອັດສະລິຍະ ເປັນທີ່ນິຍົມເປັນພິເສດ.
ພ້ອມນັ້ນ, ທາງດ້ານການບໍລິການກໍ່ມີຄວາມຄຶກຄື້ນ. ເຊິ່ງຂໍ້ມູນຈາກ ອົງການບໍລິຫານຮູບເງົາຈີນ ລະບຸວ່າ ລາຍຮັບຈາກຫ້ອງສາຍຮູບເງົາໃນຊ່ວງວັນພັກບັນລຸເຖິງ 5,75 ຕື້ຢວນ (ປະມານ 828,65 ລ້ານໂດລາ), ໃນຂະນະທີ່ຈໍານວນຜູ້ເຂົ້າຊົມທັງໝົດໂດຍສະເລ່ຍສູງເຖິງ 120 ລ້ານເທື່ອຄົນ.
ໃນນັ້ນ, ຮູບເງົາ “Pegasus 3” ຜົນງານລ່າສຸດໃນຊຸດຮູບເງົາແຂ່ງລົດແນວຕະຫຼົກ ກໍາກັບໂດຍ Han Han ແລະ ນໍາສະແດງໂດຍ Shen Teng ໄດ້ກາຍເປັນຮູບເງົາທີ່ສ້າງລາຍຮັບສູງສຸດໃນລະດູການນີ້.
ນອກຈາກນັ້ນ, ຕະຫຼາດດ້ານການທ່ອງທ່ຽວ ໂດຍສະເພາະການເດີນທາງເຂົ້າປະເທດ ໄດ້ສະແດງແນວໂນ້ມຟື້ນໂຕຢ່າງວວາ. ຂໍ້ມູນຈາກແພລດຟອມການທ່ອງທ່ຽວຫຼັກ ສະແດງໃຫ້ເຫັນວ່າ ການຈອງຖ້ຽວບິນໄປຍັງປະເທດຈີນໃນຊ່ວງບຸນກຸດຈີນ ແມ່ນໄດ້ເພີ່ມຂຶ້ນຫຼາຍກວ່າ 400 ເປີເຊັນ ເມື່ອທຽບກັບປີກ່ອນ, ສະທ້ອນໃຫ້ເຫັນສະເໜ່ຂອງປະເທດຈີນຕໍ່ນັກທ່ອງທ່ຽວຕ່າງຊາດ.

ຄໍາເຫັນ

ຂ່າວຕ່າງປະເທດ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ປີ 2025 ໜີ້ສິນທົ່ວໂລກ ບັນລຸລະດັບສູງສຸດ 348 ພັນຕື້ໂດລາ

ຂ່າວຕ່າງປະເທດລາຍງານວ່າ: ສະຖາບັນການເງິນສາກົນ (IIF) ໄດ້ເປີດເຜີຍບົດລາຍງານໃນວັນທີ 25 ກຸມພາ ຜ່ານມາ ໂດຍລະບຸວ່າ, ໜີ້ສິນທົ່ວໂລກບັນລຸລະດັບສູງສຸດເປັນປະຫວັດການທີ່ 348 ພັນຕື້ໂດລາ ໃນປີ 2025, ເພີ່ມຂຶ້ນ 29 ພັນຕື້ໂດລາ. ນີ້ຖືເປັນການເຕີບໂຕປະຈຳປີທີ່ໄວທີ່ສຸດນັບຕັ້ງແຕ່ການລະບາດຂອງພະຍາດໂຄວິດ-19.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຕີ​ມໍແລັ​ດສະ​ເຕ ​ກະ​ກຽມ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ​ອາ​ຊຽນ 2029

ຂ່າວສານຊີອາໄອລາຍງານໃນວັນທີ 25 ກຸມພາ ຜ່ານມາວ່າ: ຕີ​ມໍ​ແລັດ​ສະ​ເຕ​ ເລີ່ມ​​ກະ​ກຽມ​ຢ່າງ​ເປັນ​ທາງ​ການ​ສຳ​ລັບ​ການ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປີ 2029. ທ່ານ ​ຊາ​ນາ​ນາ ກູ​ສ​ມາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕີ​ມໍແ​ລັດ​ສະ​ເຕ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ອົງ​ການ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ ຫຼື ACNOC ແລະ ເປັນ​ປະ​ທານ​ພິ​ທີ​ສ້າງ​ຕັ້ງ ACNOC ​ແລະ ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລືກ​ຂອງ​ອົງ​ການ​ດັ່ງ​ກ່າວໃນ​ວັນ​ທີ 23 ກຸມ​ພາຜ່ານມາ​.
ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ກຳປູເຈຍ ເນລະເທດຜູ້ຕ້ອງສົງໄສຫຼອກລວງທາງອອນລາຍຫຼາຍກວ່າ 30,000 ຄົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 25 ກຸມພາ ຜ່ານມາວ່າ: ທ່ານ ຊາ ໂສກາ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກຳປູເຈຍກ່າວວ່າ: ກໍາປູເຈຍໄດ້ເນລະເທດຄົນຕ່າງປະເທດຫຼາຍກວ່າ 30,000 ຄົນທີ່ສົງໃສວ່າສໍ້ໂກງທາງອອນລາຍ ຫຼື ຜູ້ຫຼອກລວງກັບຄືນປະເທດຂອງເຂົາເຈົ້າ, ໃນຂະນະທີ່ອີກ 210,000 ຄົນໄດ້ເດີນທາງອອກຈາກກຳປູເຈຍໂດຍສະໝັກໃຈ. ຫຼັງຈາກກຳປູເຈຍເຂັ້ມງວດການປາບປາມການສໍ້ໂກງທາງອອນລາຍນັບແຕ່ເດືອນມິຖຸນາ 2025.
ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ທ່ານ ສີຈິ້ນຜິງ ພົບປະກັບນາຍົກລັດຖະມົນຕີເຢຍລະມັນ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 25 ກຸມ​ພາ ຜ່ານມາ, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ຟ​ຣີດ​ຣິ​ສ ເມີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການຢູ່​ຫໍ​ຮັບ​ແຂກ​ເມືອງ​ຕ້ຽວຢ​ວີ​​ຖາຍ ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.
ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຫວຽດນາມ ຜັນຂະຫຍາຍການພັດທະນາ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ຢ່າງ​ມີ​ປະ​ສິດ​ທິ​ຜົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 25 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຫົວໜ້າຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ດຳເນີນຢູ່ສຳນັກງານລັດຖະບານ ແລະ ເຊື່ອມຕໍ່ທາງໄກກັບ 34 ແຂວງ, ນະຄອນ. ກອງປະຊຸມແນໃສ່ຜັນຂະຫຍາຍບັນດາໜ້າທີ່ ແລະ ວິທີການຈຸດສຸມ ຊຶ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຊີ້ນຳແມ່ນ “ມີການກະທຳບຸກທະລຸ ແລະ ແຜ່ກະຈາຍໝາກຜົນ”.
ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ໃນອົສຕຣາລີ ໄດ້ເປີດເຜີຍຜົນການສຶກສາເບື້ອງຕົ້ນທີ່ຊີ້ໃຫ້ເຫັນວ່າ, ການບາດເຈັບທີ່ສະໝອງ (TBI) ຊຶ່ງລວມທັງສະໝອງໄດ້ຮັບການກະທົບກະເທືອນ, ອາດຈະເຮັດໃຫ້ເກີດການປ່ຽນແປງຂອງສະໝອງທີ່ສາມາດກວດພົບໄດ້ເຖິງແມ່ນວ່າຜ່ານໄປຫຼາຍທົດສະວັດ, ແມ່ນແຕ່ໃນຜູ້ໃຫຍ່ທີ່ມີສຸຂະພາບແຂງແຮງ.
20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ສ ເກົາຫຼີ ໄດ້ເປີດເຜີຍຫວ່າງມໍ່ໆມານີ້ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1 ຫາ 20 ກຸມພາ ເພີ່ມຂຶ້ນ 23.5% ເມື່ອທຽບກັບປີກ່ອນ ເປັນ 43.5 ຕື້ໂດລາ ຈາກ 35.2 ຕື້ໂດລາ ໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ເຖິງວ່າຈະມີຄວາມບໍ່ແນ່ນອນຈາກພາສີຂອງສະຫະລັດ ອາເມຣິກາ.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ເພີ່ມເຕີມ