ຈາກ​ການ​ນຳ​ຂັ້ນ​ສູງ​​ຂອງ​ແຂວງກ້າວ​ສູ່​​ຜະ​ລິດກະ​ສິ​ກຳປອດສານພິດ ຫຼັງ​ບຳ​ນານ

ຈາກ​ການ​ນຳ​ຂັ້ນ​ສູງ​​ຂອງ​ແຂວງກ້າວ​ສູ່​​ຜະ​ລິດກະ​ສິ​ກຳປອດສານພິດ ຫຼັງ​ບຳ​ນານ

ຈາກ​ການ​ນຳ​ຂັ້ນ​ສູງ​​ຂອງ​ແຂວງກ້າວ​ສູ່​​ຜະ​ລິດກະ​ສິ​ກຳປອດສານພິດ ຫຼັງ​ບຳ​ນານ
ຫຼັງຈາກອອກ​ພັກ​ການ-ຮັບ​ອຸດ​ໜູນ​ບຳ​ນານຫຼາຍຄົນອາດຈະເລືອກພັກຜ່ອນຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ພະ​ນັກ​ງານ​ບຳ​ນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ທົດລອງປູກໝາກມັງກອນ ແລະ ໝາກໄມ້ປອດສານພິດຫຼາກຫຼາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງອັນດີໃນການສ້າງລາຍຮັບ ແລະ ສ້າງຄວາມສຸກໃນໄວບຳນານ ໃຫ້ແກ່ບັນດາພະນັກງານບຳນານ ແລະ ປະຊາຊົນທົ່ວໄປ.
ຈາກ​ການ​ນຳ​ຂນ​ສງ​​ຂອງ​ແຂວງກາວ​ສ​​ຜະ​ລດກະ​ສ​ກຳປອດສານພດ ຫງ​ບຳ​ນານ - image 1
 

 

ເສັ້ນທາງການເຮັດກະສິກຳຂອງທ່ານ ນາງ ແພງ ກັນຍາພີມ ເລີ່ມຕົ້ນຂຶ້ນໃນທ້າຍປີ 2020 ໂດຍເລີ່ມຈາກການເຊົ່າດິນ 2 ເຮັກຕາ ຢູ່ເມືອງວຽງໄຊ ເພື່ອປູກມອນລ້ຽງມ້ອນ, ແຕ່ເນື່ອງຈາກສະພາບດິນຟ້າອາກາດຢູ່ບໍລິເວນດັ່ງກ່າວບໍ່ເອື້ອອຳນວຍ ຈຶ່ງຫັນມາທົດລອງປູກໝາກມັງກອນ 60 ຕົ້ນ ຢູ່ສວນບ້ານກໍ່ ເມືອງຊຳເໜືອ ແທນ. ພາຍຫຼັງປູກໄດ້ປີກວ່າສາມາດເກັບຜົນຜະລິດຊຸດທຳອິດ ໄດ້ຫຼາຍກວ່າ 300 ກິໂລ ແລະ ຈຳໜ່າຍໄດ້ໃນລາຄາ 30,000-35,000 ກີບຕໍ່ກິໂລ. ຈາກຜົນສຳເລັດດັ່ງກ່າວ ຈຶ່ງໄດ້ຂະຫຍາຍພື້ນທີ່ປູກເພີ່ມຕື່ມຢູ່ທີ່ດິນສຳປະທານເມືອງວຽງໄຊ ຈົນເຮັດໃຫ້ສວນ ຂະຫຍາຍໃຫຍ່ຂຶ້ນເລື້ອຍໆ.

ປັດຈຸບັນ, ສວນມີຕົ້ນໝາກມັງກອນຫຼາຍກວ່າ 700 ຕົ້ນ ແບ່ງເປັນ 2 ສາຍພັນ ຄື: ພັນເນື້ອຂາວ ແລະ ພັນເນື້ອແດງ. ນອກຈາກໝາກມັງກອນແລ້ວ, ຍັງໄດ້ປູກໝາກໄມ້ ແລະ ພືດຜັກຕາມລະດູການອີກຫຼາຍຊະນິດ ເປັນຕົ້ນ ໝາກສີດາ, ອາໂວກາໂດ, ໝາກກ້ຽງ, ໝາກພຸກຫວານ, ໝາກເຂົ້າ, ໝາກລຳມຸດ, ໝາກມາດ, ໝາກນອດ, ໜໍ່ໄມ້ຫົກຫວານ, ໝາກຄໍ້ ແລະ ໝາກນັດ ພ້ອມທັງລ້ຽງປາ ແລະ ປູກພືດຜັກສວນຄົວ, ເຮັດໃຫ້ສວນແຫ່ງນີ້ກາຍເປັນແຫຼ່ງຜະລິດອາຫານທີ່ຫຼາກຫຼາຍ.

ທ່ານ ນາງ ແພງ ກັນຍາພິມ ກ່າວວ່າ: ຈຸດເດັ່ນສຳຄັນຂອງສວນແມ່ນເນັ້ນການປູກແບບປອດສານພິດ ປູກຕາມທຳມະຊາດ 100%, ໂດຍນຳໃຊ້ຝຸ່ນທຳມະຊາດທີ່ຫາໄດ້ຕາມທ້ອງຖິ່ນ ເປັນຕົ້ນແມ່ນ ຝຸ່ນຄອກ, ແກບ ແລະ ຫຍ້າທຳມະຊາດ ເອົາມາເຜົາໂຮມກັນ ແລ້ວນຳມາເຮັດເປັນຝຸ່ນບົ່ມເພື່ອບຳລຸງດິນ ຊຶ່ງການໃຊ້ຝຸ່ນທຳມະຊາດ ເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ແຂງແຮງດີ, ຜົນຜະລິດມີຄຸນນະພາບ, ລົດຊາດແຊບ ແລະ ທີ່ສຳຄັນແມ່ນມີຄວາມປອດໄພຕໍ່ຜູ້ບໍລິໂພກ. ສ່ວນເຕັກນິກການປູກ ແລະ ບົວລະບັດຮັກສາຕົ້ນໄມ້ນັ້ນ ບໍ່ໄດ້ຢຸດການຮຽນຮູ້ພຽງແຕ່ຈາກປະສົບການສ່ວນຕົວເທົ່ານັ້ນ, ແຕ່ຍັງໄດ້ຄົ້ນຄວ້າ ແລະ ສຶກສາເພີ່ມເຕີມຈາກສື່ອອນລາຍ ໂດຍສະເພາະທາງ ຢູທູບ (YouTube ) ແລ້ວນຳມາປັບໃຊ້ຕົວຈິງກັບສວນຂອງຕົນ ຈົນປະສົບຜົນສຳເລັດ. ໃນແຕ່ລະປີ, ຕົ້ນໝາກມັງກອນຢູ່ສວນສາມາດເກັບຜົນຜະລິດໄດ້ເຖິງ 4 ຊຸດ ໂດຍເລີ່ມອອກໝາກໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ.ສ່ວນບ່ອນຈໍາໜ່າຍແມ່ນຂາຍຢູ່ໜ້າເຮືອນຂ້າງຕະຫຼາດເມືອງຊຳເໜືອ ແລະ ສົ່ງໃຫ້ລູກຄ້າຕາມການສັ່ງຈອງ.

ຈາກ​ການ​ນຳ​ຂນ​ສງ​​ຂອງ​ແຂວງກາວ​ສ​​ຜະ​ລດກະ​ສ​ກຳປອດສານພດ ຫງ​ບຳ​ນານ - image 2
 

ທ່ານ ນາງ ແພງ ກັນຍາພີມ ໃຫ້ຮູ້ຕື່ມວ່າ: ຄວາມສຳເລັດຂອງສວນບໍ່ພຽງແຕ່ເປັນການສ້າງລາຍຮັບເສີມເຂົ້າ ຄອບຄົວ ແລະ ສ້າງຄວາມສຸກ-ສຸຂະພາບທີ່ດີ ໃນໄວພັກຜ່ອນບຳນານເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນດີເລີດໃຫ້ແກ່ພະນັກງານບຳນານ ກໍຄືປະຊາຊົນບັນດາເຜົ່າ ໃນການນຳໃຊ້ເວລາຫວ່າງ ແລະ ທ່າແຮງຂອງທີ່ດິນໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ໃນອະນາຄົດໃກ້ນີ້ ຈະເປີດໃຫ້ມວນຊົນໄດ້ເຂົ້າທ່ຽວຊົມ ແລະ ທັດສະນະສຶກສາ ເພື່ອແບ່ງປັນປະສົບການໃຫ້ຊາວກະສິກອນຜູ້ສົນໃຈໄດ້ເຂົ້າໄປສຶກສາຮຽນຮູ້ແລ້ວນຳໄປຕໍ່ຍອດໃນອະນາຄົດຕື່ມອີກ.

ການຫັນຈາກຄະນະບໍລິຫານພັກແຂວງມາສູ່ອາຊີບກະສິກຳສະແດງໃຫ້ເຫັນວ່າ ການບຳນານບໍ່ແມ່ນຈຸດສີ້ນສຸດຂອງຊີວິດການເຮັດວຽກ, ແຕ່ສາມາດເປັນຈຸດເລີ່ມຕົ້ນຂອງໂອກາດໃໝ່ ດ້ວຍຄວາມດຸໝັ່ນ, ການຮຽນຮູ້ ແລະ ຄວາມຮັກໃນອາຊີບກະສິກຳ, ຊີວິດໃນໄວບຳນານກໍສາມາດສ້າງທັງລາຍຮັບ, ສຸຂະພາບ, ຄວາມສຸກ ແລະ ຄຸນຄ່າໃຫ້ແກ່ຄອບຄົວ ແລະ ສັງຄົມ.

ໂດຍ: ໄອແກ້ວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ຄົ້ນຄວ້າ-ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດປີ 2026

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າ, ກວດກາ ການສະເໜີຂໍອະໄພຍະໂທດໃຫ້ນັກໂທດທີ່ຖືກສານຕັດສິນປະຫານຊີວິດປະຈຳປີ 2026 ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ, ພາຍໃຕ້ການເປັນປະທານຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ, ມີບັນດາຮອງຫົວໜ້າກອງເລຂາ ແລະ ຄະນະກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດ ທີ່ມາຈາກອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສານປະຊາຊົນສູງສຸດເຂົ້າຮ່ວມ.
ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ປະທານສະຫະພັນແມ່ຍິງແຂວງເຊກອງ ເຄື່ອນໄຫວຊຸກຍູ້ວຽກງານຢູ່ສູນພັດທະນາແມ່ຍິງບັນດາເຜົ່າແຂວງ

ໃນວັນທີ 2 ກັນຍາ 2026 ນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ພ້ອມຄະນະ ໄດ້ລົງຕິດຕາມ,ຊຸກຍູ້ວຽກງານການຫຍິບຜ້າອະນາໄມຂອງໄວໜຸ່ມຍິງ ທີ່ມີຄວາມເປັນພິການ ແລະ ດ້ອຍໂອກາດ ໂດຍໄດ້ຮັບທຶນສະໜັບຈາກໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ ( SFE ).
ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ພະແນກ ຮສສ ແຂວງຄໍາມ່ວນສະຫຼຸບວຽກງານ 9 ເດືອນ ປີ 2026

ວັນທີ 1 ກັນຍາ 2026 ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນໄດ້ສະຫຼຸບວຽກງານຮອບດ້ານພາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການ ຫົວໜ້າພະແນກ, ມີຮອງຫົວໜ້າພະແນກ, ຄະນະຂະແໜງການປິ່ນອ້ອມ ແລະ ພາກສ່ວນທີ່ຂຶ້ນກັບເຂົ້າຮ່ວມ.
ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ພາກລັດເຂົ້າຄຸ້ມຄອງວັດພູຈຳປາສັກ ເຕັມຮູບແບບ ພາຍຫຼັງສິ້ນສຸດສັນຍາສຳປະທານລົງທຶນ

ເລີ່ມວັນທີ 1 ກັນຍາ 2026 ເປັນຕົ້ນໄປ, ພາກລັດໄດ້ເຂົ້າມາຄຸ້ມຄອງ, ປົກປັກຮັກສາ ແລະ ບໍລິຫານຈັດການແຫຼ່ງທ່ອງທ່ຽວມໍລະດົກໂລກວັດພູຈຳປາສັກ ຢ່າງເຕັມຮູບແບບ ພາຍຫລັງໂຄງການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ຂອງກຸ່ມບໍລິສັດ ຍິ່ງໂຊກໄຊ ຈຳກັດຜູ້ດຽວ ໄດ້ສິ້ນສຸດກຳນົດອະນຸຍາດລົງທຶນ ໃນວັນທີ 22 ມິຖຸນາ 2026 ທີ່ຜ່ານມາ.
ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ຄໍາມ່ວນ ມອບເຄື່ອງຊ່ວຍ​ເຫຼືອໃຫ້ 10 ເມືອງມູນ​ຄ່າ 350 ລ້ານ​ກີບ

ແຂວງຄໍາມ່ວນ ລະດົມການຊ່ວຍເຫຼືອ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາໄປແຈກຢາຍແກ່ປະຊາຊົນທີ່ປະສົບໄພ.
ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ຄໍາມ່ວນ ປະເມີນຄວາມເສຍຫາຍຈາກ​ໄພ​ນ້ຳ​ຖ້ວມ​ ເບື້ອງ​ຕົນ275 ຕື້ກວ່າກີບ

ແຂວງຄໍາມ່ວນ ໄດ້ປະເມີນຄວາມເສຍຫາຍ ຈາກໄພນໍ້າຖ້ວມໃນ 10 ເມືອງ ໃນໄລຍະເດືອນກໍລະກົດ ຫາ ເດືອນ ສິງຫາ 2026 ມູນຄ່າເສຍຫາຍເບື້ອງຕົ້ນ 275.57 ຕື້ກີບ ແລະ ມີປະຊາຊົນ 151.000 ຄົນໄດ້ຮັບຜົນກະທົບ,ປັດ​ຈຸ​ບັນກຳ​ລັງເລັ່ງ ສືບຕໍ່ປະເມີນຄວາມເສຍຫາຍ ແລະ ຟື້ນຟູພື້ນຖານໂຄງລ່າງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ມອບ-ຮັບໂຄງການພັດທະນາຊີວິດການເປັນຢູ່ຂອງປະຊາຊົນປັບຕົວຕໍ່ກັບການປ່ຽນແປງດິນຟ້າອາກາດ

ເມືອງບໍ່ແຕນ ແຂວງໄຊຍະບູລີໄດ້ຈັດພິມອບ-ຮັບ ໂຄງການສ້າງຄວາມເຂັມແຂງ ແລະ ພັດທະນາຊີວິດການເປັນຢູ່ຂອງຊຸມຊົນໃນການປັບຕົວຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດເມື່ອ​ບໍ່​ດົນ​ມາ​ນີ້ ທີ່ ບ້ານຕາລິ່ງເມືອງ​ບໍ່​ແຕນໂດຍການເປັນປະທານຮ່ວມຂອງທ່ານ ບຸນເດີມ ເສີມນະພາ ຮອງຫົວໜ້າຫ້ອງການ ກະສິກຳ ແລະສິ່ງແວດລ້ອມເມືອງ​ບໍ່​ແຕນ, ທ່ານສຽງພິນ ບຸນມີອາໄພ ຜູ້ປະສານງານໂຄງການ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະຊວງ ອ​ຄ ແລະ ບໍລິສັດ ເບຍລາວ ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງອຸດົມໄຊ

ກະ​ຊວງ​ອຸດ​ສາ​ຫະ​ກຳແລະການ​ຄ້າ (ອ​ຄ)ແລະບໍ​ລິ​ສັດ​ເບຍ​ລາວຈຳ​ກັດໄດ້​ນຳ​ເອົາ​ເງິນແລະເຄື່ອງອຸປະໂພກ-ບໍລິໂພກ ໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງອຸດົມໄຊເຊິ່ງ​ກະ​ຊວງ ອ​ຄ ໄດ້ມອບ​ເງິນ 200 ລ້ານ​ກີບ; ສ່ວນ​ບໍ​ລິ​ສັດ​ເບຍ​ລາວມອບນ້ຳ​ຫວານແລະນ້ຳ​ດື່ມ.
ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ວັນໃໝ່ ເປັນສ່ວນໜຶ່ງຮ່ວມສະເຫຼີມສະຫຼອງຄົບຮອບ 32 ປີ ຕັງຈະເລີນ

ບໍລິສັດ ວັນໃໝ່ ອະສັງຫາລິມະຊັບ ຮ່ວມສະເຫຼີມສະຫຼອງ ວັນສ້າງຕັ້ງ ຕັງຈະເລີນ ຄົບຮອບ 32ປີ, ພິທີດັ່ງກ່າວ ຈັດຂຶ້ນເປັນເວລາ 9 ວັນ ຄື ເລີ່ມແຕ່ວັນທີ 1-9 ກັນຍານີ້ ທີ່ຕັງຈະເລີນ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ບໍລິຈາກເລືອດໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ (ສນຊ) ຄົບຮອບ 76 ປີ, ອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີແນວລາວສ້າງຊາດ ຮ່ວມກັບອົງການກາແດງແຫ່ງຊາດລາວ, ສູນເລືອດແຫ່ງຊາດ ຈັດກິດຈະກໍາຮັບບໍລິຈາກເລືອດ ພາຍໃຕ້ຫົວຂໍ້ ‘‘ ໃຫ້ເລືອດຊ່ວຍຊີວິດ ’’ ຂຶ້ນໃນວັນທີ 2 ກັນຍາຜ່ານມາ, ທີ່ ສນຊ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິປັນຍາ ຣາຊສົມບັດ ຮອງປະທານ ສນຊ, ຮອງຫົວໜ້າອະນຸກຳມະການເນື້ອໃນ, ໂຄສະນາ-ຂະບວນການ ແລະ ຍ້ອງຍໍ 76 ປີຂອງແນວລາວສ້າງຊາດ, ມີທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີຄະນະປະຈໍາ ສນຊ, ແຂກຖືກເຊີນ, ຄະນະຮັບຜິດຊອບ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ເພີ່ມເຕີມ