ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ

ຈຳ​ນວນ​ຄົນ​ເຂົ້າ-​ອອກ​ຈີນ ປີ 2025 ສ້າງ​ສະ​ຖິ​ຕິ​ສູງ​ສຸດ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 28 ມັງ​ກອນ​ຜ່ານມາ, ອົງ​ການ​ຄຸ້ມ​ຄອງ​ຄົນ​ເຂົ້າເມືອງ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ໃນ​ໂອ​ກາດ​ນີ້, ໂຄ​ສົກ​ຖະ​ແຫຼງ​ຂ່າວ​ອົງ​ການ​ດັ່ງ​ກ່າວ​ໄດ້​ປະ​ກາດໂຕ​ເລກ​ຂໍ້​ມູນ​ສຳ​ຄັນ ແລະ ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ປີ 2025.

ກອງປະຊຸມຄັ້ງນີ້ໃຫ້ຮູ້ວ່າ: ປີ 2025, ອົງການຄຸ້ມຄອງຄົນເຂົ້າເມືອງໃນທົ່ວປະເທດຈີນໄດ້ກວດກາຄົນເຂົ້າ-ອອກເມືອງ 697 ລ້ານເທື່ອຄົນ, ເພີ່ມຂຶ້ນ 14.2% ເມື່ອທຽບໃສ່ ປີ 2024, ເປັນສະຖິຕິສູງສຸດໃນປະຫວັດສາດ. ໃນນັ້ນ ພົນລະເມືອງຢູ່ແຜ່ນດິນໃຫຍ່ຈີນມີເຖິງ 335 ລ້ານເທື່ອຄົນ ເພີ່ມຂຶ້ນ 15.1%, ພົນລະເມືອງຮົງກົງ, ມາກາວ ແລະ ໄຕ້ຫວັນ ມີເຖິງ 279 ລ້ານເທື່ອຄົນ ເພີ່ມຂຶ້ນ 10.1%, ຄົນຕ່າງປະເທດມີເຖິງ 82,035,000 ເທື່ອຄົນ, ເພີ່ມຂຶ້ນ 26.4%, ຄົນຕ່າງປະເທດເຂົ້າເມືອງດ້ວຍການຍົກເວັ້ນວີຊາມີເຖິງ 30,080,000 ເທື່ອຄົນ, ກວມເອົາ 73.1% ຂອງຄົນຕ່າງປະເທດທີ່ເຂົ້າເມືອງຈີນ, ເພີ່ມຂຶ້ນ 49.5% ເມື່ອທຽບໃສ່ ປີ 2024.

ຄໍາເຫັນ

ຂ່າວຕ່າງປະເທດ

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​​ການຍົກ​ເລີກ​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່​”

ຂ່າວສານຊີອາໄອລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ສື່ມວນ​ຊົນ​ອັງ​ກິດ​ລາຍ​ງານ​ໃນ​ວັນ​ທີ 26 ມັງ​ກອນ ຜ່ານມາວ່າ, ເນື່ອງ​ຈາກ​ພະ​ຍາດ​ໝາກ​ແດງ​ໃຫຍ່​ແຜ່ລະ​ບາດ​ຢ່າງ​ຕໍ່​ເນື່ອງ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຢືນ​ຢັນ​ໃນວັນ​ດຽວ​ກັນ​ວ່າ: ອົງ​ການ​​ໄດ້​ຍົກ​ເລີກ​​ການ​ຮັບ​ຮອງ “ບໍ່​ມີ​ພະ​ຍາດ​ໝາກ​ແດງ​ໃຫຍ່” ຢູ່​​ຫຼາຍ​ປະ​ເທດ​ເຊັ່ນ: ອັງ​ກິດ​ເປັນ​ຕົ້ນ.
ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ອົສຕຣາລີ ພວມປະເຊີນກັບໄຟໄໝ້ປ່າຮຸ່ນແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົສຕຣາລີກຳລັງປະເຊີນກັບຄື້ນຄວາມຮ້ອນທີ່ທຳລາຍສະຖິຕິ, ເຮັດໃຫ້ເກີດໄຟໄໝ້ປ່າຮຸ່ນແຮງຢ່າງໜ້ອຍ 6 ຈຸດ. ອຸນຫະພູມໃນຫຼາຍເມືອງໄດ້ເພີ່ມຂຶ້ນສູງ, ໂດຍບາງເມືອງມີອຸນຫະພູມເກືອບ 50 ອົງສາ.
ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຣັດເຊຍ ກະກຽມສົ່ງໂມດູນເພື່ອສ້າງໂຮງໄຟຟ້ານິວເຄລຍເທິງດວງຈັນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ຜ່ານມາວ່າ: ອົງການຂ່າວ TASS ຂອງຣັດເຊຍລາຍງານວ່າ, ຣັດເຊຍວາງແຜນທີ່ຈະສົ່ງໂມດູນ 3 ຊຸດຂຶ້ນສູ່ອະວະກາດເພື່ອສ້າງໂຮງງານໄຟຟ້ານິວເຄລຍເທິງດວງຈັນ ໃນລະຫວ່າງປີ 2033 - 2035.
ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ສິງກະໂປ ຈະລົງທຶນ 786 ລ້ານໂດລາ ຊຸກຍູ້ອຸດສາຫະກຳ AI ຂອງປະເທດ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ລັດຖະບານສິງກະໂປກຽມຈະລົງທຶນຫຼາຍກວ່າ 1 ຕື້ໂດລາສິງກະໂປ (ປະມານ 786 ລ້ານໂດລາ) ເພື່ອສະໜັບສະໜູນໂຄງການຄົ້ນຄວ້າປັນຍາປະດິດ (AI) ຂອງພາກລັດໃນໄລຍະ5 ປີຂ້າງໜ້າ, ໂດຍມີຈຸດປະສົງເພື່ອສົ່ງເສີມອຸດສາຫະກຳ AI ຂອງປະເທດໃຫ້ເຂັ້ມແຂງຂຶ້ນ ທ່າມກາງການແຂ່ງຂັນທີ່ຮຸນແຮງຈາກສະຫະລັດ ອາເມຣິກາ ແລະ ຈີນ ໃນຖານະເປັນປະເທດມະຫາອຳນາດຂອງໂລກໃນຂະແໜງການນີ້.
FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

FPT ປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ພິທີປະກາດການສ້າງໂຮງງານກວດກາທົດລອງ ແລະ ບັນຈຸພັນຊິບເຄິ່ງຊັກນຳໄຟຟ້າທີ່ກ້າວໜ້າ FPT ໂດຍກຸ່ມບໍລິສັດ FPT ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ ຊຶ່ງແມ່ນໂຮງງານກວດກາທົດລອງ ແລະ ບັນຈຸພັນທຳອິດຂອງ ຫວຽດນາມ ໂດຍຊາວ ຫວຽດນາມ ເປັນເຈົ້າຂອງ, ປະກອບສ່ວນສ້າງລະບົບຊີວະພາບເຄິ່ງຊັກນຳໄຟຟ້າດ້ວຍຂັ້ນຕອນຢ່າງຄົບຖ້ວນ ຈາກການຄົ້ນຄວ້າ, ອອກແບບ, ຜະລິດ, ບຳລຸງສ້າງ, ກວດກາທົດລອງ, ບັນຈຸພັນ ແລະ ດຳເນີນທຸລະກິດ. ຈາກນັ້ນກໍກ້າວໄປສູ່ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ.
ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ມູນຄ່າການ​ຄ້າສິນ​ຄ້າຈັບຕ້ອງໄດ້ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ ເພີ່ມຂຶ້ນ 6.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 26 ມັງ​ກອນຜ່ານມາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ປີ 2025, ຈີນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ພາຍ​ໃຕ້​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກ້າວ​ສູ່​ລວງ​ເລິກ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ຕັ້ງ​ໜ້າ​ໃນ​ດ້ານ​ຕ່າງໆ ເຊັ່ນ: ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງ​ທຶນ​ຕໍ່​ກັນ, ການ​ກໍ່​ສ້າງ​ໂຄງ​ການ ແລະ ​ອື່ນໆ.
ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຍອດ​ຜູ້​ເສຍ​ຊີ​ວິດ​ຈາກ​ເຫດດິນ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ເປັນ 48 ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 28 ມັງກອນນີ້ວ່າ: ຕາມ​ການ​ລາຍ​ງານ​ຈາກ​ຂ່າວ​ສານອັນ​ຕາ​ຣາ​ຂອງ​ອິນ​ໂດ​ເນ​ເຊຍ​​ໃນ​ວັນ​ທີ 27 ມັງ​ກອນ ຜ່ານມາໃຫ້​ຮູ້​ວ່າ, ດິນ​ພູ​ເຈື່ອນ​ທີ່​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າຂອງວັນ​ທີ 24 ​ມັງ​ກອນ ຜ່ານມາ​ຢູ່​ເຂດ​ຊິ​ຊາ​ຣົວ ​ເມືອງ​ບັນ​ດຸງຕາ​ເວັນ​ຕົກ ​ແຂວງ​​ຊາ​ວາ​ຕາ​ເວັນ​ຕົກ​​ຂອງອິນ​ໂດ​ເນ​ເຊຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 48 ຄົນ.
ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ສິງກະໂປ ຕິດຕາມຄວາມສ່ຽງຂອງໝອກຄວັນ ຫຼັງພົບຄວັນຈາກໄຟໄໝ້ປ່າ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ກຸມພາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ (NEA) ໄດ້ອອກຄຳເຕືອນກ່ຽວກັບຄວາມສ່ຽງບັນຫາໝອກຄວັນທີ່ອາດຈະເກີດຂຶ້ນ, ຫຼັງຈາກກວດພົບຈຸດຄວາມຮ້ອນທີ່ກ່ຽວ ຂ້ອງກັບການເຜົາພື້ນທີ່ກະສິກຳໃນເຂດພາກເໜືອ ຊຶ່ງເຮັດໃຫ້ມີຄວາມສ່ຽງທີ່ລົມຈະພັດຂ້າມຊາຍແດນ.
ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ອິນເດຍ ແລະ EU ບັນລຸຂໍ້ຕົກລົງການເສລີຄັ້ງປະຫວັດສາດ

ຂ່າວຕ່າງປະເທດລາຍງານວ່າ: ອິນເດຍ ແລະ ສະຫະພາບເອີຣົບ (EU) ໄດ້ບັນລຸຂໍ້ຕົກລົງການຄ້າເສລີຄັ້ງເປັນປະຫວັດສາດໃນວັນທີ 27 ມັງກອນ ຜ່ານມາ ຊຶ່ງເປັນການສິ້ນສຸດການເຈລະຈາທີ່ຍືດເຍື້ອມາຕັ້ງແຕ່ປີ 2007. ໂດຍຂໍ້ຕົກລົງດັ່ງກ່າວໄດ້ຮັບການຍ້ອງຍໍວ່າເປັນ "ແມ່ຂອງຂໍ້ຕົກລົງທັງໝົດ" ເນື່ອງຈາກກວມເອົາອັດຕາສ່ວນປະມານ 25% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງໂລກ ແລະ 1 ສ່ວນ 3 ຂອງການຄ້າສາກົນທັງໝົດ.
ຍີ່ປຸ່ນຫຼຸດຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດຂອງໂລກ

ຍີ່ປຸ່ນຫຼຸດຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດຂອງໂລກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 27 ມັງກອນ ຜ່ານມາວ່າ: ຍີ່ປຸ່ນໄດ້ຕົກຈາກ 3 ອັນດັບຜູ້ຜະລິດເຫຼັກດິບທີ່ໃຫຍ່ທີ່ສຸດໃນໂລກເປັນຄັ້ງທຳອິດໃນຮອບ 62 ປີ ໃນປີ 2025, ໂດຍຫຼຸດລົງມາຢູ່ອັນດັບທີ 4 ຍ້ອນການຜະລິດຫຼຸດລົງ 4% ເມື່ອທຽບກັບປີກ່ອນໜ້າ ເປັນ 80.68 ລ້ານໂຕນ ທ່າມກາງສະພາບຕະຫຼາດຊຸດໂຊມລົງ.
ເພີ່ມເຕີມ