ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ
ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.

ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ໄດ້ປະກອບຄຳເຫັນຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນວັນທີ 6 ມັງກອນຜ່ານມາວ່າ: ຕາງໜ້າໃຫ້ອົງຄະນະພັກແຂວງຈຳປາສັກຂຶ້ນມີຄຳເຫັນແລກປ່ຽນໃນຫົວຂໍ້: “ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການ ພັດທະ ນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຢູ່ແຂວງຈໍາປາສັກ”, ໂດຍປະຕິບັດຕາມມະຕິເລກທີ 056 ຂອງຄະນະເລຂາທິການສູນກາງພັກ, ຄໍາສັ່ງເລກທີ 097 ຂອງກົມການເມືອງສູນກາງພັກ ແລະ ມະຕິ 076 ຂອງກົມການເມືອງສູນກາງພັກ, ຄະນະປະຈຳພັກແຂວງຈຳປາສັກໄດ້ອອກເປັນບົດແນະນຳ ເລກທີ 03 ຂອງຄະນະປະຈຳພັກແຂວງກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງ ໄດ້ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ ສະແດງອອກຄື: ວຽກງານການເມືອງແນວຄິດ. ຄະນະພັກແຂວງໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເປັນວຽກສໍາຄັນໃນການກໍ່ສ້າງພັກ ກໍຄືວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກຢ່າງແຂງແຮງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ແລະ ນໍາພາຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດາມະຕິ, ຄຳສັ່ງຕ່າງໆ ຂອງສູນກາງພັກ, ຂອງອົງຄະນະພັກແຂວງໃຫ້ບັນດາເປົ້າໝາຍຕ່າງໆຢ່າງເລິກເຊິ່ງ, ວຽກງານການປັບປຸງການຈັດຕັ້ງໃນລະບົບການເມືອງ ສຸມໃສ່ປັບປຸງການຈັດຕັ້ງໃນລະບົບການເມືອງຢູ່ຂັ້ນຮາກຖານ, ສາມາດປະຕິບັດບົດບາດເປັນແກນນໍາໃນລະບົບການເມືອງ ໄປຄຽງຄູ່ກັບການປັບປຸງພາລະບົດບາດ, ສັບຊ້ອນ, ຈັດວາງ ຄະນະພັກຂັ້ນຕ່າງໆໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ສາມາດນໍາພາຈັດຕັ້ງປະຕິບັດໜ້າທີ່ການ ເມືອງທັງມີຜົນສໍາເລັດໃນແຕ່ລະໄລຍະ ເຮັດໃຫ້ຮາກຖານໜັກແໜ້ນ, ການຈັດຕັ້ງພັກມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮາກຖານມີຄວາມສະຫງົບໜັກແໜ້ນ, ສະພາບການພັດທະນາຢູ່ຮາກຖານມີຖ່ວງທ່າກ້າວໜ້າ ແລະ ຂະຫຍາຍຕົວຢ່າງໝັ້ນທ່ຽງ, ການພັດທະນາເສດຖະກິດ-ສັງຄົມສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນດ້ວຍຫຼາຍຮູບ-ຫຼາຍວິທີການ ອັນສໍາຄັນໄດ້ສ້າງ ແລະ ປັບປຸງກຳລັງການຜະລິດ ແລະ ການພົວພັນການຜະລິດໃຫ້ເຂັ້ມແຂງ ຕາມທິດເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ (ສອຈ). ປັດຈຸບັນທົ່ວແຂວງມີກຸ່ມການຜະລິດທັງໝົດ 16 ກຸ່ມ, 89 ບ້ານ, ມີສະມາຊິກ 2,926 ຄອບຄົວ, ສະຫະກອນການຜະລິດ 14 ສະຫະກອນ, ສະມາຊິກ 2,045 ຄົນ ສາມາດຜະລິດເປັນສິນຄ້າກຸ້ມຕົນເອງ 188 ຜະລິດຕະພັນ, ເປັນສິນຄ້າໂອດັອບ 150 ຜະລິດຕະພັນ, ສ້າງເປັນຍີ່ຫໍ້ສິນຄ້າຂອງຕົນເອງ 40 ຜະລິດຕະພັນ ແລະ ສົ່ງອອກ 18 ຜະລິດຕະພັນ. ທົ່ວແຂວງມີກອງທຶນພັດທະນາບ້ານ 681 ກອງທຶນ, ມີສະມາຊິກ 7 ແສນກວ່າຄົນ, ມີທຶນ 90,2 ຕື້ກີບ ເພີ່ມຂຶ້ນ 8,88%; ກອງທຶນສະຫະກອນສິນເຊື່ອເງິນຝາກປະຢັດ (ສສງ) ມີ 8 ແຫ່ງ, ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະການກໍ່ສ້າງເສັ້ນທາງເພື່ອເຊື່ອມຕໍ່ລະຫວ່າງແຂວງ ກັບເມືອງ, ເມືອງຫາບ້ານ ແລະ ຫາເຂດຈຸດສຸມພັດທະນາ, ພິເສດໄດ້ສຸມໃສ່ແກ້ໄຂບ້ານທີ່ບໍ່ທັນພົ້ນທຸກຕາມມາດຖານ ດຳລັດ 348/ນຍ ທີ່ຍັງຄ້າງ 6 ບ້ານ ໄດ້ມີທາງທຽວໄດ້ 2 ລະດູ ສຳເລັດ 100% ສິ່ງທີ່ໂດດເດັ່ນ ແລະ ໜ້າຊື່ນຊົມທີ່ສຸດແມ່ນປະຊາຊົນບັນດາເຜົ່າມີຄວາມຕື່ນຕົວ ແລະ ສະຫຼະທຶນຮອນຢ່າງຫຼວງຫຼາຍ ທັງປະກອບສ່ວນເຫື່ອແຮງເຂົ້າໃນການກໍ່ສ້າງເສັ້ນທາງ ແລະ ຂົວ (ເສັ້ນທາງ 366,97 ກິໂລແມັດ, ຂົວ 295 ແມັດ) ມູນຄ່າທັງໝົດ 79,32 ຕື້ກີບ, ເດັ່ນກວ່າໝູ່ແມ່ນການກໍ່ສ້າງທາງເບຕົງລະຫວ່າງບ້ານຕໍ່ບ້ານ ມີຄວາມຍາວ 78,67 ກິໂລແມັດ ມູນຄ່າ 60,67 ຕື້ກວ່າກີບ ແລະ ຂົວເບຕົງ ຍາວ195 ແມັດ ມູນຄ່າ 9,01 ຕື້ກີບ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ໃນນັ້ນໄດ້ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງທັງໝົດ 1,001 ສະຫາຍ, ນໍາພາປັບປຸງກຳລັງກອງຫຼອນ, ປກສບ້ານ, ສ້າງ ແລະ ປັບປຸງທ່າສະໜາມສົງຄາມ 3 ຂັ້ນ. ສາມາດສ້າງໄດ້ບ້ານປ້ອມໝັ້ນ 301 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນ 125 ກຸ່ມບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 587 ບ້ານ ກວມເອົາ 91.43%, ບ້ານປ້ອງກັນຄວາມສະຫງົບດີ 623 ບ້ານ ກວມ 93.92% ພົ້ນເດັ່ນສາມາດຮັກສາບ້ານປ້ອງກັນຄວາມສະຫງົບ 3 ປີຊ້ອນ 550 ບ້ານ, ກວມ 85.66% ເຮັດໃຫ້ທົ່ວສັງຄົມ ແລະ ປະຊາຊົນບັນດາເຜົ່າຕື່ນຕົວປະກອບພັນທະເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມມູນຄ່າ 23.94 ຕື້ກວ່າກີບ, ໄດ້ຈັດຕັ້ງການອົບຮົມຫັດແອບຊ້ອມຮົບຂັ້ນຍຸດທະວິທີໃຫ້ເປົ້າໝາຍຕ່າງໆຢ່າງເປັນຂະບວນຕໍ່ເນື່ອງ, ພ້ອມກັນນັ້ນ, ຄະນະພັກແຕ່ລະຂັ້ນໄດ້ສຸມໃສ່ນໍາພາສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມດ້ວຍມາດຕະການຕ່າງໆ ຢ່າງເອົາໃຈໃສ່.

ສະຫາຍ ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ເພື່ອຫັນວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກນັ້ນ, ຄະນະພັກ, ຄະນະກຳມະການປົກຄອງ ແລະ ປະຊາຊົນຊາວແຂວງຈຳປາສັກ ຈະໄດ້ສຸມໃສ່ເພີ່ມທະວີວຽກງານການເມືອງແນວຄິດດ້ວຍການປັບປຸງວຽກງານໂຄສະນາເຜີຍແຜ່ສຶກສາອົບຮົມເພື່ອແນໃສ່ສ້າງສະຕິຊາດ, ສະຕິກົດໝາຍ, ສະຕິການຈັດຕັ້ງ, ສະຕິພັນທະຄວາມຮັບຜິດຊອບໃນສັງຄົມ ແລະ ສະຕິເປັນເຈົ້າດ້ວຍຫຼາຍຮູບການ, ວິທີການທີ່ສອດຄ່ອງກັບບັນຫາ ແລະ ເປົ້າໝາຍ, ບູລະນະລະບອບປະຊາທິປະໄຕປະຊາຊົນແຕ່ຮາກຖານ, ນໍາພາສ້າງ ແລະ ປັບປຸງຕາແສງ, ອົງການ ປົກຄອງບ້ານ ໂດຍສຸມໃສ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ແລະ ກົງຈັກຕ່າງໆ ຂອງຕາແສງ ແລະ 5 ໜ່ວຍງານຂັ້ນບ້ານໃຫ້ມີຄວາມສາມາດໃນການຄຸ້ມຄອງລັດ, ຄຸ້ມຄອງດ້ວຍກົດໝາຍ ເພື່ອເຮັດໃຫ້ສັງຄົມມີປະຊາ ທິປະໄຕ ຍຸຕິທຳແຕ່ຮາກຖານຂຶ້ນມາ, ສືບຕໍ່ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ການ ດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ 1 ຕິດພັນກັບການສົ່ງເສີມການຜະລິດເປັນສິນຄ້າ, ການປຸງແຕ່ງ ແລະ ການບໍລິການຕາມທ່າແຮງຂອງທ້ອງຖິ່ນ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ໄປຄຽງຄູ່ກັບການຊຸກຍູ້ການທ່ອງທ່ຽວທຳມະຊາດ, ປະຫວັດ ສາດ, ວັດທະນະທໍາຢ່າງເອົາໃຈໃສ່, ຍົກສູງຄຸນນະພາບການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເຂັ້ມແຂງດ້ວຍການສ້າງທ່າສະໜາມສາມຂັ້ນ, ສ້າງບ້ານປ້ອມໝັ້ນ, ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານປອດຢາເສບຕິດ ແລະ ສະກັດກັ້ນໜໍ່ແໜງຄວາມບໍ່ສະຫງົບຢ່າງເອົາໃຈໃສ່.

ຄໍາເຫັນ

ຂ່າວເດັ່ນ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກຢ້ຽມຢາມຫໍພິພິທະພັນສິລະປະລາວ

ຄະນະຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຄື່ອນໄຫວຢ້ຽມຢາມຫໍພິພິທະພັນສິລະປະລາວໃນວັນທີ 8 ມັງກອນນີ້ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໂອກາດນີ້, ທ່ານ ນາງ ອາສາຍາ ໄຊຍະທິດ ຜູ້ບໍລິຫານຫໍພິພິທະພັນສິລະປະລາວໄດ້ລາຍງານວ່າ:
ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ພັກເຮົາຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ການນໍາພາ ພາລະກິດປະຕິວັດໃນຕໍ່ໜ້າ

ໃນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,ໃນວັນທີ 6 ມັງກອນຜ່ານມາ ສະເໜີໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເນື້ອໃນສຳຄັນວ່າ:
ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ  ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ຈະນຳເອົາມະຕິກອງປະຊຸມໃຫຍ່ຄັ້ງທີ XII ໄປພັດທະນາແຂວງອຸດົມໄຊ ໃຫ້ກາຍເປັນໃຈກາງບັນດາແຂວງພາກເໜືອ

ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊໄດ້ສະແດງທັດສະນະຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລາວ) ໃນວັນທີ 7 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ກ່າວວ່າ:
ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ນວ ມີການລົງທຶນໃນເຂດເສດຖະກິດພິເສດ ລວມ 6.7 ຕື້ກວ່າໂດລາ

ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີການລົງທຶນໃນເຂດເສດຖະກິດພິເສດ ທັງໝົດ 5 ແຫ່ງ ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດພິເສດບຶງທາດຫຼວງ, ເຂດເສດຖະກິດພິເສດລ່ອງແທ່ງ–ວຽງຈັນ, ເຂດເສດຖະກິດພິເສດດົງໂພສີ ແລະ ເຂດໂລຈິສຕິກ.
ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ຈະນຳເອົາເນື້ອໃນຈິດໃຈກອງປະຊຸມໄປພັດທະນາກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍພົນໂທ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ປກຊ) ຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນຜ່ານມາວ່າ:
ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.
ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ເພີ່ມເຕີມ