ໃນພິທີ, ທ່ານ ຈັນທະຄາດ ລັດຕະນາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກ່າວວ່າ: ໃນສົກຮຽນ 2025-2026 ທົ່ວເມືອງຈັນທະບູລີມີໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍທັງພາກລັດ ແລະ ເອກະຊົນ 62 ແຫ່ງ, ມີນັກຮຽນທັງໝົດ 13,398 ຄົນ ຍິງ 6,636 ຄົນ. ການແຂ່ງຂັນກິລາຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນຄື: ຊັ້ນອະນຸບານ 335 ຄົນ ຍິງ 85 ຄົນ, ກິລາແລ່ນໄວມີ 23 ໂຮງຮຽນ ມີນັກຮຽນຊາຍ 25 ຄົນ ຍິງ 20 ຄົນ, ກິລາແລ່ນປ່ຽນສົ່ງໄມ້ 21 ໂຮງຮຽນ ມີນັກຮຽນຊາຍ 75 ຄົນ ຍິງ 65 ຄົນ, ກິລາບານເຕະ (ຊາຍ) ມີ 10 ທີມ, ມີນັກກິລາທັງໝົດ 150 ຄົນ, ຊັ້ນປະຖົມມີນັກກິລາທັງໝົດ 467 ຄົນ, ກິລາແລ່ນໄວມີ 26 ໂຮງຮຽນ ມີນັກຮຽນຊາຍ 26 ຄົນ ຍິງ 26 ຄົນ, ກິລາກະຕໍ້ຊາຍມີ 11 ທີມ, ກິລາບານເຕະຊາຍ ມີ 24 ທີມຊັ້ນ,ມັດທະຍົມຕອນຕົ້ນມີນັກກິລາທັງໝົດ 370 ຄົນ ຍິງ 96 ຄົນ, ກິລາກະຕໍ້ມີນັກຮຽນຊາຍ 8 ທີມ ຍິງ 4 ທີມ, ກິລາບານສົ່ງມີນັກຮຽນຊາຍ 5 ທີມ ຍິງ 5 ທີມ, ກິລາບານເຕະມີນັກຮຽນຊາຍ 10 ທີມ, ກິລາເປຕັງມີນັກຮຽນຊາຍ 6 ທີມ ຍິງ 4 ທີມ, ຊັ້ນມັດທະຍົມຕອນປາຍມີນັກກິລາທັງໝົດ 455 ຄົນ ຍິງ 230 ຄົນ, ກິລາກະຕໍ້ມີນັກຮຽນຊາຍ 6 ທີມ ຍິງ 4 ທີມ, ກິລາບານສົ່ງມີນັກຮຽນຊາຍ 8 ທີມ ຍິງ 8 ທີມ, ກິລາບານເຕະມີນັກຮຽນຊາຍ 11 ທີມ ຍິງ 6 ທີມ, ກິລາເປຕັງມີນັກຮຽນຊາຍ 6 ທີມ ຍິງ 6 ທີມ ລວມນັກກິລາເຂົ້າຮ່ວມການແຂ່ງຂັນທັງໝົດ 1,627 ຄົນ ຍິງ 437 ຄົນ, ການແຂ່ງຂັນຈະດຳເນີນໄປເຖິງວັນທີ 9 ມັງກອນ 2026 ຈຶ່ງສໍາເລັດ. ຂ່າວ: ວຽງຈັນໃໝ່
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ
ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 )
ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ຄໍາເຫັນ