ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ
ວັນທີ 10 ຕຸລາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ລົງຢ້ຽມຢາມ ແລະພົບປະໂອ້ລົມພະນັກງານງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ(ວຄສ)ເພື່ອເປັນການຊຸກຍູ້ສົ່ງເສີມການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນສ້າງຄູຮຸ່ນສືບທອດ ໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ, ສາມາດນຳເອົາຄວາມຮູ້ ແລະບົດຮຽນລົງສູ່ນັກຮຽນທັງໃນຕົວເມືອງ ແລະຊົນນະບົດໄດ້ຢ່າງມີປະສິດທິຜົນສູງ
ເຈາແຂວງ ສະຫວນນະເຂດ ພບປະໂອລມຄ-ອາຈານ, ນກສກສາວທະຍາໄລຄສະຫວນນະເຂດ - image 1
 
ໃນພິທີ, ແມ່ນໄດ້ຮັບຟັງການຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງນໍາພາ ແລະການປະຕິບັດຫຼັກສູດສ້າງຄູໃນໄລຍະຜ່ານມາ ແລະຈໍາສົກຮຽນ 2025-2026ຊຶ່ງລາຍງານໂດຍທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ວຄສ.ໃນສົກຮຽນ 2025-2026ນີ້, ວິທະຍາໄລພວກເຮົາ ມີຄູ-ອາຈານ ພະນັກງານທັງໝົດ 134 ທ່ານຍິງ 70 ທ່ານ, ກວມເອົາທັງຄູສອນໃນໂຮງຮຽນອະນຸບານ, ປະຖົມ ແລະມັດທະຍົມສາທິດ, ມີຈໍານວນນັກຮຽນ-ນັກສຶກສາທັງໝົດ 1,130 ຄົນຍິງ 675 ຄົນຮຽນ.ໃນນີ້, ພາກປົກກະຕິມີ 552 ຄົນຍິງ 362 ຄົນ, ພະນັກງານຄູປະຈໍາການມາຮຽນຍົກລະດັບວຸດທິຄູໃນໄລພັກປີຮຽນ 578 ຄົນຍິງ 313 ຄົນ.ໃນນີ້, ມີນັກຮຽນສາຍສາມັນທີ່ຮຽນໃນໂຮງຮຽນສາທິດທັງໝົດ770 ຄົນຍິງ 373 ຄົນ.

ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ວຽກງານການສຶກສາຂອງ ວຄສ ໂດຍທ່ານ ໄດ້ເນັ້ນໜັກໃນຫຼາຍບັນຫາສໍາຄັນເປັນຕົ້ນ: ການຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ ແລະສອດຄ່ອງກັບຄວາມຕ້ອງການຂອງສັງຄົມ;ການພັດທະນາຄູ-ອາຈານໃຫ້ມີຄວາມຮູ້ ແລະທັກສະທີ່ທັນສະໄໝ ເພື່ອສາມາດສອນໃຫ້ນັກຮຽນຮັກການຮຽນຮູ້ ແລະມີທັກສະຊີວິດ, ການລະດົມພາກສ່ວນຕ່າງໆ ລວມທັງພໍ່ແມ່, ຊຸມຊົນ ແລະອົງການທ້ອງຖິ່ນ ເຂົ້າຮ່ວມສົ່ງເສີມ ແລະລະດົມໃຫ້ເດັກນ້ອຍເຂົ້າໂຮງຮຽນ ໃຫ້ທັນເວລາ ແລະຢ່າງຄົບຖ້ວນ;ການສ້າງເງື່ອນໄຂ ແລະ ບັນຍາກາດການຮຽນທີ່ດຶງດູດໃຫ້ເດັກນ້ອຍຮັກໂຮງຮຽນ ແລະມີຄວາມສຸກໃນການຮຽນ.ນອກນັ້ນ, ທ່ານເຈົ້າແຂວງ ຍັງໄດ້ເນັ້ນໃຫ້ບັນດາຫົວໜ້າຫ້ອງການ, ຜູ້ບໍລິຫານໂຮງຮຽນ ແລະຄູ-ອາຈານ ຮ່ວມມືຢ່າງໃກ້ຊິດກັບພາກສ່ວນທ້ອງຖິ່ນ ເພື່ອລະດົມໃຫ້ນັກຮຽນເຂົ້າໂຮງຮຽນຄົບຈໍານວນ ໂດຍສະເພາະໃນພື້ນທີ່ຊົນນະບົດ ແລະເຂດຫ່າງໄກສອກຫຼີກ, ເພື່ອໃຫ້ເດັກທຸກຄົນໄດ້ມີໂອກາດຮຽນຮູ້ຢ່າງເທົ່າເຖິງ ແລະສ້າງອະນາຄົດທີ່ດີໃຫ້ຕົນເອງ.

ເຈາແຂວງ ສະຫວນນະເຂດ ພບປະໂອລມຄ-ອາຈານ, ນກສກສາວທະຍາໄລຄສະຫວນນະເຂດ - image 2
 
ຈາກນັ້ນ, ທ່ານ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍຄະນະ ກໍໄດ້ມອບອຸປະກອນສະໜັບສະໜູນການຈັດການຮຽນ-ການສອນ ລວມມູນຄ່າ 50 ລ້ານກວ່າກີບ ແລະແນກອຸດສາຫະກຳ ແລະການຄ້າແຂວງ ໄດ້ມອບປຶ້ມ300 ຫົວ, ເຄື່ອງກິລາອີກຈຳນວນໜຶ່ງ, ພະແນກແຮງງານ ແລະສະຫວັດດີການແຂວງ ມອບເຂົ້າສານຈຳນວນ1ໂຕນ.

ໂອກາດດັ່ງກ່າວ, ຄະນະນໍາຂັ້ນແຂວງ ຍັງໄດ້ໄປຢ້ຽມຊົມເບິ່ງສະຖານທີ່ຕ່າງໆພາຍໃນວິທະຍາໄລເຊັ່ນ: ຫໍພັກນັກສຶກສາ, ອາຄານຮຽນ ແລະຫ້ອງຮຽນອີກດ້ວຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ