ເຈົ້າແຂວງບໍລິຄໍາໄຊ ເຄື່ອນໄຫວເຮັດວຽກຢູ່ເມືອງໄຊຈໍາພອນ

ທ່ານເຈົ້າເມືອງໄຊຈໍາພອນ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານ
ທ່ານເຈົ້າເມືອງໄຊຈໍາພອນ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານ

ໃນວັນທີ 28 ພະຈິກຜ່ານມາ ຢູ່ຫ້ອງປະຊຸມ ເບີ2 ຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກເເຂວງ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍພະເເນກການກ່ຽວຂ້ອງ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ຊີ້ນໍາວຽກງານຕໍ່ຄະນະບໍລິຫານພັກເມືອງໄຊຈໍາພອນ ໂດຍການຕອນຮັບຂອງ ທ່ານ ໄກສອນ ຈັນສີນາ ກໍາມະການພັກເເຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ ພ້ອມດ້ວຍຄະນະ.

ເຈາແຂວງບລຄາໄຊ ເຄອນໄຫວເຮດວຽກຢເມອງໄຊຈາພອນ - image 1
 ກໍ່ສ້າງພື້ນຖານໂຄ່ງລ່າງເສັ້ນທາງເເຕ່ເມືອງວຽງທອງ ຫາ ເມືອງໄຊຈໍາພອນ

ທ່ານເຈົ້າເມືອງໄຊຈໍາພອນ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ, ການພັດທະນາເສດຖະກິດ-ສັງຄົມ ແລະ ກະຫ້າງຫາກະກຽມກອງປະຊຸມໃຫ່ຍຄັ້ງທີ IV ຂອງອົງຄະນະພັກເມືອງ ໃຫ້ທ່ານ ເຈົ້າແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະໄດ້ຮັບຟັງ. ຫຼັງຈາກການນໍາຂັ້ນເມືອງກໍໄດ້ສະເໜີບັນຫາທີ່ຕ້ອງແກ້ໄຂຢ່າງຮີບດ່ວນເປັນຕົ້ນເເມ່ນ: ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ; ກໍ່ສ້າງພື້ນຖານໂຄ່ງລ່າງເສັ້ນທາງເເຕ່ເມືອງວຽງທອງ ຫາ ເມືອງໄຊຈໍາພອນ ແລະ ເມືອງໄຊຈໍາພອນ ຫາ ດ່ານນໍ້າອ້ອນ-ເເທ໋ງທຸ້ຍ ສ.ສ ຫວຽດນາມ; ງົບປະມານຈັດສັນທີ່ຢູ່ອາໃສໃຫ້ປະຊາຊົນຈໍານວນ 40 ຄອບຄົວ ທີ່ຍົກຍ້າຍອອກຈາກເດີນ ໂຮງຮຽນ ມສ ນໍ້າອ້ອນ ແລະ ປະຊາຊົນບ້ານໂພນສີຈໍານວນ 21 ຄອບຄົວ ທີ່ຖືກຜົນກະທົບຈາກພາຍຸພັດຜ່ານດິນເຊາະເຈື່ອນໃນໄລ່ຍະຜ່ານມາ.

ໂອກາດນີ້, ທ່ານເຈົ້າເເຂວງບໍລິຄໍາໄຊ ໄດ້ເນັ້ນໜັກຕໍ່ຄະນະບໍລິຫານງານພັກເມືອງໄຊຈໍາພອນ ຈົ່ງເພີ່ມທະວີເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນບັນດາເຜົ່າ, ຕິດພັນກັບວຽກງານແກ້ໄຂຄວາມທຸກຍາກ ສົ່ງເສີມການປູກ, ການລ້ຽງ ຜະລິດຫຼາຍກາຍເປັນສິນຄ້າຕາມທ່າເເຮງເງື່ອນໄຂໃນແແຕ່ລະບ້ານ; ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ; ສືບຕໍ່ໃນການກະກຽມກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງເປັນຕົ້ນແມ່ນ: ທາງດ້ານເນື້ອໃນ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ບັນດາບຸກຄາລາກອນທີ່ຈະປະກອບເຂົ້າໃນຄະນະພັກເມືອງໃນຊຸດໃໝ່ໃຫ້ສໍາເລັດຕາມເປົ້າໝາຍທີວາງໄວ.

 

ຄໍາເຫັນ

ຂ່າວການເມືອງ

ພະແນກ ຕ​ສ ແຂວງສາລະວັນ ເຊື່ອມຊຶມມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພະແນກ ຕ​ສ ແຂວງສາລະວັນ ເຊື່ອມຊຶມມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕ​ສ) ແຂວງສາລະວັນ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອຊຶມ​ມະ​ຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ແກ່ພະນັກງານ - ສະມາຊິກພັກ ໃນ​ວັນ​ທີ 9 ມິ​ຖຸ​ນາ​ນີ້ ໂດຍການເປັນປະທານ ແລະ ບັນຍາຍໂດຍ ສະຫາຍ ສົມຄິດ ແສນທະວີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ມີບັນດາສະຫາຍຄະນະພັກຮາກຖານ; ເລຂາໜ່ວຍພັກ; ຄະນະໜ່ວຍພັກ; ສະມາຊິກພັກ ແລະ ພະນັກງານລັດຖະກອນ ພາຍໃນ ເຂົ້າຮ່ວມ.
ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ຮອງເລຂາພັກແຂວງ ຊຸກຍູ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່​ຂອງ​ພັກ ຢູ່ເມືອງຕຸ້ມລານ

ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານແນວຄິດ-ວຽກພັກ ແລະ ພະນັກງານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍຂອງພັກ, ວຽກປັບປຸງກົງຈັກການຈັດຕັ້ງ ແລະ ວຽກກໍ່ສ້າງຮາກຖານການເມືອງ ຢູ່ທີ່ເມືອງຕຸ້ມລານ ແຂວງສາລະວັນ ເມື່ອ​ວັນ​ທີ 8 ມິ​ຖຸ​ນາ​ຜ່ານ​ມາ, ໂດຍມີສະຫາຍ ບົວແກ້ວ ວົງຄໍາຈັນ ກໍາມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະນະໃຫ້​ການ​ຕ້ອນ​ຮັບ.
ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກປັບປຸງກົງຈັກການຈັດຕັ້ງເປັນວຽກໜຶ່ງທີ່ສຳຄັນ

ພັກຍາມໃດ ກໍຖືວຽກງານປັບປຸງກົງຈັກການຈັດຕັ້ງ ເປັນວຽກງານໜຶ່ງທີ່ສຳຄັນໃນການນຳພາ-ຊີ້ນຳ ເພື່ອຂັບເຄື່ອນການພັດທະນາຕາມແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ມີປະສິດທິຜົນສູງ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດປະເທດ.
ທະຫານຜົ້ງສາລີ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ

ທະຫານຜົ້ງສາລີ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ

ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆຂອງພັກ ແລະ ປະກາດບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ເລຂາຄະນະໜ່ວຍພັກ ແລະ ປະກາດການເລື່ອນຊັ້ນນາຍທະຫານ ຂຶ້ນໃນວັນທີ 26 ພຶດສະພາຜ່ານມາ, ທີ່ສະໂມສອນເມືອງບຸນເໜືອ,ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກໍາມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາກ່ຽວຂ້ອງເຂົ້າຮ່ວມ.
ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຊິກ​ພັກ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພັກ​ສູນ​ກາງ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ

ກອງ​ປະຊຸມ​ໃຫຍ່​ສະມາ ຊິກ​ພັກ ຄັ້ງ​ທີ V ອົງຄະ​ນະພັກ ສູນ​ກາງ​ສະຫະ​ພັນ​ກໍາມະບານ ​ລາວ ໄດ້​ເປີດ​ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ​ນີ້ ທີ່​ສູນ​ກາງ​ສະຫະ ພັນ​ກຳມະບານ​ລາວ (ສກລ), ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ຄຳ​ຜອຍ ວັນນະ​ສານ ກຳມະການ​ສູນ​ກາງ​ພັກ ເລຂາ​ຄະນະ​ບໍລິຫານ​ງານ​ພັກ ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ກິ​ແກ້ວ ໄຂ​ຄໍາ​ພິທູນ ກໍາ​ມະ​ການ​ກົມ​ ການເມືອງ​ສູນ​ກາງ​ພັກ ປະ ທານ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຜູ້​ຊີ້​ນໍາ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ມີ​ບັນດາ​ຄະນະ​ພັກ, ສະມາຊິກ​ພັກ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ຄອສພ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ພຶດສະພານີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ມີຜູ້ແທນສົມບູນ 189 ສະຫາຍ, ຍິງ 83 ສະຫາຍ, ມີສະມາຊິກພັກອາວຸໂສບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ກອງບັນຊາການທະຫານເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງອົງຄະນະພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃນວັນທີ 21 ພຶດສະພາຜ່ານມາ, ທີ່ສະໂມສອນກອງບັນຊາການທະຫານເມືອງບຸນໃຕ້ ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງສະຫາຍ ພົຈວ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນໂທ ພອນ ສານສຸກ ຄະນະພັກ ກອງບັນຊາການທະຫານແຂວງ, ຫົວໜ້າພະແນກຈັດຕັ້ງພັກຫ້ອງການເມືອງ, ສະຫາຍ ພັນໂທ ທອງດີ ພົມປັນຍາ ກຳມະການປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫສປທ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສໍາຄັນຕ່າງໆ ຂອງພັກ ໃນວັນທີ 18 ມີນານີ້ ທີ່ຫໍຄໍາ ໂດຍໃຫ້ກຽດເຜີຍແຜ່ຂອງທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນະນໍາ, ຄະນະກົມ, ຄະນະພະແນກພາຍໃນ ຫສປທ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ໃນວັນທີ 23 ເມສາ ຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກຂຶ້ນທີ່ສະໂມສອນຄະນະກວດກາສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ; ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ຕະຫຼອດຮອດສະມາຊິກພັກ-ພະນັກງານ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມຢ່າງພ້ອມພຽງ.
ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃນວັນທີ 7 ເມສານີ້, ໂດຍການເປັນປະທານເຜີຍແຜ່ຂອງສະຫາຍ ພົຕ ຄອນສະຫວັນ ສົມພາໄຊ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປກສ, ສະຫາຍ ພົຕ ສຸລິນະ ແກ້ວປະ ເສີດ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ, ກົມໃຫຍ່, ຫ້ອງວ່າການ, ວິທະຍາຄານ ພ້ອມດ້ວຍນາຍຕຳຫຼວດເຂົ້າຮ່ວມ.
ເພີ່ມເຕີມ