ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຊີ້ນຳວຽກງານຮອບດ້ານຢູ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຈຳປາສັກ ເມື່ອບໍ່ດົນມານີ້ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ສກຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງໄດ້ຊີ້ນຳຫຼາຍບັນຫາ ໂດຍສະເພາະເນັ້ນໜັກໃຫ້ເອົາໃຈໃສ່ປັບປຸງລະບົບໃນຂົງເຂດການສຶກສາ-ກິລາຂັ້ນຮາກຖານ, ການຍາດແຍ່ງແຫຼ່ງທຶນແນວໃດເພື່ອມາພັດທະນາການສຶກສາ, ການສ້າງຄຸນນະພາບໃຫ້ພົ້ນເດັ່ນ, ປະຕິບັດມະຕິ IX ເພື່ອແກ້ໄຂການຂາດແຄນຄູສອນ ໂດຍປະຕິບັດນະໂຍບາຍແຫຼ່ງທຶນຕໍ່ຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນ, ເອົາໃຈໃສ່ວຽກງານວິຊາການໃຫ້ເຂັ້ມແຂງ ສະເໜີຊີ້ນຳຕື່ມດ້ານວຽກງານການເມືອງແນວຄິດ, ເອົາໃຈໃສ່ມະຕິ XI ຂອງສູນກາງພັກ, ມະຕິ VIII ອົງຄະນະພັກແຂວງ, ມະຕິ VIII ຂອງຄະນະພັກຮາກຖານພະແນກ (ສກຂ), ໃກ້ຊິດຕິດແທດນັກຮຽນ, ນັກສຶກສາ ນຳເອົາມະຕິຕ່າງໆຂອງສູນກາງ, ຂອງແຂວງ ແລະ ຄະນະພັກຮາກຖານພະແນກ (ສກຂ) ລົງໄປເຜີຍແຜ່ໃຫ້ໂຮງຮຽນຕ່າງໆໄດ້ຮັບຮູ້, ເອົາໃຈໃສ່ເຜີຍແຜ່ນິຕິກຳວຽກງານຂົງເຂດການສຶກສາ-ກິລາ, ປັບປຸງກົງຈັກໂດຍກຳນົດສ້າງພະນັກງານສືບທອດປ່ຽນແທນ, ປັບປຸງສັບຊ້ອນຜູ້ບໍລິຫານ ຕ້ອງໄດ້ວິເຄາະວິໄຈຄັກແນ່, ສ້າງພະນັກງານຄຸ້ມຄອງຂັ້ນເມືອງ, ຂັ້ນບ້ານໃຫ້ຂະແໜງການສຶກສາ-ກິລາ, ປະຕິບັດນະໂຍບາຍໃຫ້ແກ່ພະນັກງານລົງຮາກຖານຜູ້ທີ່ມີຜົນງານດີເດັ່ນ ຕ້ອງໄດ້ສະເໜີຫຼຽນໄຊ, ໃບຍ້ອງຍໍຂັ້ນຕ່າງໆ, ກວດກາເບິ່ງຄືນພະນັກງານຜູ້ທີ່ມີປະສົບການສຳນານງານ, ເອົາໃຈໃສ່ຕື່ມດ້ານວຽກງານວິຊາສະເພາະເພື່ອໃຫ້ບັນລຸ 15 ຕົວຊີ້ວັດ.
ສຳລັບຜູ້ທີ່ມີຄວາມສາມາດເປັນຄູທີ່ມີໃນຂະແໜງການອື່ນ ເຮົາສາມາດເຊີນເຂົາເຈົ້າມາຊ່ວຍເຫຼືອດ້ານວິຊາການສຶກສາ, ໃນສະຖາບັນໂຮງຮຽນສາຍສາມັນ ຄວນຈະເອົາວິຊາກະສິກຳເຂົ້າໂຄງການສິດສອນໃຫ້ຫຼາຍຂຶ້ນ ເພາະແຂວງຈຳປາສັກ ເປັນແຂວງຜະລິດກະສິກຳເປັນຫຼັກ, ການຮ່ວມມືກັບສາກົນພະນັກງານຄູ-ອາຈານເຮົາຄວນໄປຍົກລະດັບ ເພື່ອຮໍ່າຮຽນເອົາຄວາມຮູ້-ຄວາມສາມາດມານຳໃຊ້ພັດທະນາປະເທດ ແລະ ບັນຫາອື່ນໆອີກ.
ຂ່າວ-ພາບ: ຂາວພອນ ມ້າວຄຳຜິວ
ຄໍາເຫັນ