ເຈົ້າແຂວງເຊກອງ ຊີ້ນໍາເຂດ 6 ດອນຊາ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຢ່າງແຂງແຮງ

ເຈົ້າແຂວງເຊກອງ ຊີ້ນໍາເຂດ 6 ດອນຊາ ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຢ່າງແຂງແຮງ
ໃນໂອກາດລົງເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ຢູ່ເຂດຈຸດສຸມພັດທະນາທີ 6 ບ້ານດອນຊາ ເມືອງທ່າແຕງ ໃນວັນທີ 27 ກັນຍາ ນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ຊີ້ນໍາໃຫ້ຄະນະພັກເຂດຈຸດສຸມ, ຄະນະພັກ-ອົງການປົກຄອງບ້ານ ເອົາໃຈໃສ່ປັບປຸງກໍາລັງ ປກຊ-ປກສ ບ້ານ, ກຸ່ມບ້ານໃຫ້ເຂັ້ມແຂງ ເຮັດໜ້າທີ່ປ້ອງກັນເວນຍາມ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆຢ່າງແຂງແຮງ ໂດຍສະເພາະບັນຫາຢາເສບຕິດ, ຂີ້ລັກງັດແງະ, ບັນຫາສາສະໜາ-ການໂຄສະນາໃສ່ປ້າຍສີຕໍ່ການນໍາພາຂອງພັກ-ລັດ ແລະ ອື່ນໆທີ່ຜິດຕໍ່ລະບຽບກົດໝາຍໃຫ້ຫຼຸດໜ້ອຍຖອຍລົງ ເຮັດໃຫ້ບ້ານມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີ ແລະ ສັງຄົມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ພ້ອມນີ້, ກໍຕ້ອງເອົາໃຈໃສ່ກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງພັກ, ສຸມໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງບ້ານ, ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ປະຕິບັດລະບອບປະຈໍາການໃຫ້ເປັນປົກກະຕິ. ເພີ່ມທະວີສຶກສາອົບຮົມປະຊາຊົນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ຂໍ້ກໍານົດ-ກົດໝາຍຂອງລັດ, ນໍາພາປະຊາຊົນພັດທະນາເສດຖະກິດ ໂດຍຖືເອົາທ່າແຮງໄດ້ປຽບ-ທ່າແຮງດ້ານກະສິກໍາ (ປູກຝັງ-ລ້ຽງສັດ) ແລະ ຫັນປ່ຽນຮູບແບບການຜະລິດຈາກແບບເກົ່າ ໄປສູ່ແບບໃໝ່ ນໍາໃຊ້ເຕັກນິກວິທະຍາສາດ ເພື່ອຍົກສະມັດຖະພາບຜົນຜະລິດ, ຫຼຸດຜ່ອນການນໍາໃຊ້ສານເຄມີ, ສຸມໃສ່ຜະລິດກະສິກໍາສະອາດ ປອດສານພິດ ເພື່ອຕອບສະໜອງການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າ. ກໍານົດເຂດປ່າສະຫງວນ, ປ່າປ້ອງກັນ, ປູກໄມ້ຟື້ນຟູປ່າ ແລະ ປົກປັກຮັກສາປ່າໃຫ້ຍືນຍົງ. ປະຕິບັດຫຼັກການອະນາໄມ 3 ສະອາດ ແລະ ຊຸກຍູ້ສົ່ງເສີມເດັກໃນເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນ.
ທ່ານ ບົວວັນ ບຸດຕະວົງ ຮັກສາການຫົວໜ້າເຂດຈຸດສຸມພັດທະນາທີ 6 ບ້ານດອນຊາ ໄດ້ລາຍງານໃຫ້ຮູ້ວ່າ: ເຂດ 6 ບ້ານດອນຊາ ປະກອບມີ 4 ບ້ານ 996 ຫຼັງຄາເຮືອນ ມີ 1.343 ຄອບຄົວ ແລະ ມີພົນລະເມືອງ 6.501 ຄົນ ຍິງ 3.327 ຄົນ; ເຊິ່ງຄະນະພັກເຂດຈຸດສຸມ ຍາມໃດກໍ່ເອົາໃຈໃສ່ນໍາພາ-ຊີ້ນໍາອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນບັນດາເຜົ່າ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ, ໂດຍນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2023 ສາມາດມ້າງຄະດີມົ້ວສຸມ ແລະ ຄ້າຂາຍຢາເສບຕິດໄດ້ 2 ລາຍ, ກັກຕົວຜູ້ຖືກຫາໄດ້ 4 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 525 ເມັດ, ໂທລະສັບຕັ້ງໂຕະ 1 ໜ່ວຍ ແລະ ເງິນສົດ 930.000 ກີບ. ພ້ອມນັ້ນ, ຍັງໄດ້ເຄື່ອນໄຫວເກັບກໍາຂໍ້ມູນ ແລະ ສຶກສາອົບຜູ້ກ່ຽວຂ້ອງກັບຢາເສບຕິດ.
ໂອກາດລົງເຄື່ອນໄຫວຊີ້ນໍາວຽກງານຄັ້ງນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ມອບປຶ້ມ-ບິກຂຽນ ແລະ ອຸປະກອນກິລາໃຫ້ບ້ານ ເພື່ອນໍາໃຊ້ເຂົ້າໃນວຽກງານສຶກສາ ແລະ ກິລາຂອງບ້ານ.
                     ຂ່າວ: ສັນຍາ ພາບ: ເຈິນ ແດນວົງວິຈິດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.
6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດລະດົມແຫຼ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 222.22 ຕື້ກີບ ປະຕິບັດໄດ້ 16.99% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13.71%; ທືຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 14.79 ຕື້ກີບ ປະຕິບັດໄດ້ 8.70%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 103.95 ຕື້ກີບ ປະຕິບັດໄດ້ 9.92% ຂອງແຜນການປີ.
ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ
ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນການທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ບ້ານໜອງກອກກຸ່ມ II ຂອງເມືອງ.
ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ໃນລະຫວ່າງວັນທີ່ 18 - 20 ກໍລະກົດຜ່ານມານີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນຳໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານ ສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ (ເມືອງເງິນ) ໄດ້ລົງຕິດຕາມຜົນກະທົບເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ. ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ຊຶ່ງເລີ່ມແຕ່ຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ຊຶ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.
ເພີ່ມເຕີມ