ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 11 ມິຖຸນາ ຜ່ານມາ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 10 ໄດ້ເປີດຂຶ້ນຢູ່ ນະຄອນຄຸນມິງ ແຂວງຢຸນນານຈີນ. ງານຄັ້ງນີ້ໄດ້ດຶງດູດຜູ້ເຂົ້າຮ່ວມຈາກຫຼາຍກວ່າ 60 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງສາກົນ, ທັງຂະໜາດການຈັດງານ ແລະ ລະດັບສາກົນ ລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃໝ່, ກວມເອົາທຸກປະເທດໃນອາຊີໃຕ້, ມີວິສາຫະກິດຈາກປະເທດໃນອາຊີໃຕ້ປະມານ 560 ແຫ່ງເຂົ້າຮ່ວມວາງສະແດງ, ພ້ອມທັງຮວມເອົາວິສາຫະກິດຊັ້ນນຳເກືອບ 100 ແຫ່ງ ທັງພາຍໃນ ແລະ ຕ່າງປະເທດ ແລະ ຜູ້ຊື້ຫຼາຍກວ່າ 1,500 ຄົນ.
ຂ່າວລະບຸວ່າ: ງານວາງສະແດງຄັ້ງນີ້ໄດ້ຈັດຫ້ອງວາງສະແດງ 13 ຫ້ອງ, ກວມເອົາຂົງເຂດຕ່າງໆ ເຊັ່ນ: ປັນຍາປະດິດ, ພະລັງງານສີຂຽວ, ການຜະລິດແບບທັນສະໄໝ, ການທ່ອງທ່ຽວ ແລະ ການສ້າງນະວັດຕະກຳດ້ານການ ທ່ອງທ່ຽວ, ກາເຟຊັ້ນດີ ແລະ ອື່ນໆ ຊຶ່ງຈະຊ່ວຍຊຸກຍູ້ໃຫ້ການເປີດປະຕູ ແລະ ການຮ່ວມມືລະຫວ່າງຈີນກັບບັນດາປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ ໄດ້ຮັບປະສິດທິຜົນໃໝ່.
ຄໍາເຫັນ