ເຈົ້າໜ້າທີ່ຈະລາຈອນສຸມໃສ່ອໍານວຍຄວາມສະດວກກອງປະຊຸມໃຫຍ່ຜູ້ແທນທົ່ວປະທດ ຄັ້ງທີ XII ຂອງພັກ

ເຈົ້າໜ້າທີ່ຈະລາຈອນສຸມໃສ່ອໍານວຍຄວາມສະດວກກອງປະຊຸມໃຫຍ່ຜູ້ແທນທົ່ວປະທດ ຄັ້ງທີ XII ຂອງພັກ
ສະຫາຍ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນວ່າ:
ເຈາໜາທຈະລາຈອນສມໃສອານວຍຄວາມສະດວກກອງປະຊມໃຫຍຜແທນທວປະທດ ຄງທ XII ຂອງພກ - image 1
 

 ໃນໄລຍະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ເປີດຂຶ້ນໃນລະຫວ່າງວັນທີ 6-8 ມັງກອນ 2026 ນີ້, ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດກະຊວງ ປກສ ໄດ້ປະຕິບັດຕາມແຜນແມ່ບົດຂອງກະຊວງ ປກສ ທີ່ໄດ້ກໍານົດໄວ້ ໂດຍສະເພາະໄດ້ວາງກໍາລັງເຂົ້າປ້ອງກັນປະຈໍາຈຸດທີ່ພັກຂອງຜູ້ແທນ, ແຂກທີ່ມາຮ່ວມກອງປະຊຸມຢູ່ບັນດາໂຮງແຮມ 7 ໂຮງແຮມ ແລະ ຈຸດຫໍປະຊຸມແຫ່ງຊາດ ຊຶ່ງເປັນສະຖານທີ່ຈັດກອງປະຊຸມໃຫຍ່ດັ່ງກ່າວ, ກ່ອນເຂົ້າປ້ອງກັນຄະນະຮັບຜິດຊອບໄດ້ເຜີຍແຜ່ໃຫ້ກໍາລັງຕໍາຫຼວດຈະລາຈອນທີ່ປະຕິບັດໜ້າທີ່ຢູ່ແຕ່ລະຈຸດຮັບຮູ້-ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ເພື່ອອໍານວຍຄວາມສະດວກໃຫ້ການນໍາພັກ-ລັດ ແລະ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ.

ເຈາໜາທຈະລາຈອນສມໃສອານວຍຄວາມສະດວກກອງປະຊມໃຫຍຜແທນທວປະທດ ຄງທ XII ຂອງພກ - image 2
 

ນອກຈາກນັ້ນ, ຍັງໄດ້ບັນຈຸກໍາລັງເຂົ້າອໍານວຍຄວາມສະດວກໃຫ້ການນໍາທີ່ໄປວາງພວງ ມາລາຢູ່ອານຸສາວະລີນັກຮົບນິລະນາມ, ວາງກະຕ່າດອກໄມ້ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສະຖານທີ່ສໍາຄັນອື່ນໆ ທີ່ຄະນະຜູ້ແທນໄດ້ເຄື່ອນໄຫວໃຫ້ມີຄວາມສະດວກປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ. ໃນລະຍະ 2 ຫາ 3 ວັນທີ່ຜ່ານມາ, ສະພາບໂດຍລວມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ ແລະ ຮັບປະກັນໃຫ້ບັນດາຜູ້ແທນ, ແຂກທີ່ມາຮ່ວມກອງປະຊຸມມີຄວາມປອດໄພດີ. ຊຶ່ງໃນໄລຍະການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້, ພວກເຮົາຈະໄດ້ປະສານສົມທົບກັບ ກໍາລັງຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃນການຈັດວາງກໍາລັງອໍານວຍຄວາມສະດວກຢູ່ຕາມເສັ້ນທາງໃຫ້ມີຄວາມສະດວກທີ່ສຸດ ບໍ່ໃຫ້ເກີດເຫດການອຸບັດເຫດ ແລະ ບັນຫາການຈະລາຈອນຕິດຂັດ.

ເຈາໜາທຈະລາຈອນສມໃສອານວຍຄວາມສະດວກກອງປະຊມໃຫຍຜແທນທວປະທດ ຄງທ XII ຂອງພກ - image 3
 

ຮຽກຮ້ອງປະຊາຊົນຜູ້ໃຊ້ລົດ-ໃຊ້ຖະໜົນ ຈົ່ງໃຫ້ການຮ່ວມມືອໍານວຍຄວາມສະດວກໃນການໄປ-ມາຂອງຂະບວນການນໍາພັກ-ລັດ ກໍຄືຂະບວນຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍສະເພາະ ໃຫ້ປະຕິບັດຕາມຄໍາສັ່ງຂອງເຈົ້າໜ້າທີ່ຕໍາຫຼວດຈະລາຈອນປະຕິບັດໜ້າທີ່ລະບາຍການສັນຈອນຢູ່ຕາມເສັ້ນທາງສາຍຫຼັກ ແລະ ປະຕິບັດກົດລະບຽບຈະລາຈອນ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.

ຄໍາເຫັນ

ຂ່າວເດັ່ນ

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍ​ໄດ້​ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.
ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:
ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດມາເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໄດ້ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກແຂວງຫຼວງນ້ຳທາ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດໃນຄັ້ງນີ້.
ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.
ເພີ່ມເຕີມ