ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII

ເຈົ້າພາບເຕະຈຸດໂທດເອົາຊະນະນະຄອນຫຼວງວຽງຈັນ

ເຈົ້າພາບເຕະຈຸດໂທດເອົາຊະນະນະຄອນຫຼວງວຽງຈັນ
ເຈົ້າພາບເຕະຈຸດໂທດຮອບຮອງຊະນະເລີດ ສາມາດເອົາຊະນະນະຄອນຫຼວງວຽງຈັນ5-3ປະຕູ ຜ່ານເຂົ້າໄປຕັດເຊືອກກັບ ສະຫວັນນະເຂດ ເຕະບານຊາຍ ສາລະວັນ ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII,ໃນວັນທີ 17 ທັນວານີ້

ທີ່ສະໜາມກິລາແຂວງສາລະວັນໂດຍມີຜູ້ຊົມເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ທີມເຕະບານຊາຍເຈົ້າພາບ ແຂວງສາລະວັນ ບໍ່ເຮັດໃຫ້ລູກຫຼານອົງແກ້ວອົງກົມມະດຳຜິດຫວັງທີ່ຫຼັ່ງໄຫຼເຂົ້າມາຊົມມາເຊຍກັນເຕັມອັດສະຈັນ ດ້ວຍການເຕະຈຸດໂທດສາມາດຊະນະ ທີມນະຄອນຫຼວງວຽງຈັນ ໄປໄດ້ 5-3 ປະຕູ, ຫຼັງຈົບເກມ90 ນາທີ ທັງສອງທີມໄດ້ພຽງສະເໝີກັນ 1-1ປະຕູເຮັດໃຫ້ເຈົ້າພາບ ຜ່ານເຂົ້າສູ່ຮອບຕັດເຊືອກ ຫຼື ຮອບຮອງຊະນະເລີດ ໄປພົບກັບ ແຂວງສະຫວັນນະເຂດ ທີ່ເອົາຊະນະເຕະຈຸດໂທດ ແຂວງບໍ່ແກ້ວມາໄດ້ 5-4 ປະຕູ (ໃນເວລາປົກກະຕິສະເໝີກັນ 1-1).
ສ່ວນຜົນການແຂ່ງຂັນອີກຄູ່ໃນວັນດຽວກັນ ທີ່ສະໜາມກິລາ ມສ ຊົນເຜົ່າແຂວງສາລະວັນ, ແຂວງອັດຕະປື ເຕະຈຸດໂທດເອົາຊະນະ ແຂວງຫຼວງພະບາງ 10-9 ຜ່ານເຂົ້າສູ່ຮອບຮອງຊະນະເລີດ ໄປພົບກັບ ແຂວງຄຳມ່ວນ.
ສຳລັບຕາຕະລາງການແຂ່ງຂັນເຕະບານຊາຍ ໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຮອບຊີງຊະນະເລີດ ຈະມີຂຶ້ນໃນວັນທີ 19 ທັນວາ 2024 ທີ່ສະໜາມກິລາໃໝ່ຂອງແຂວງສາລະວັນ ເລີ່ມເວລາ 13:00 ໂມງເປັນຕົ້ນໄປ.
(ຂ່າວ - ພາບ: ບຸນອູ້ມ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຖະແຫຼງຂ່າວແຂ່ງຂັນເຕະບານລາຍການ COPA COCA COLA LAOS 2026

ຖະແຫຼງຂ່າວແຂ່ງຂັນເຕະບານລາຍການ COPA COCA COLA LAOS 2026

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ ໄດ້ຖະແຫຼງຂ່າວການກະກຽມຄວາມພ້ອມຈັດງານແຂ່ງຂັນເຕະບານ COPA COCA COLA LAOS 2026 ເພື່ອຄັດເລືອກຫາສຸດຍອດນັກເຕະດາວເດັ່ນທົ່ວປະເທດ ຂຶ້ນບໍ່ດົນມານີ້ ທີ່ສະໂມສອນຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ການແຂ່ງຂັນເຕະບານນັກຮຽນມັດທະຍົມສຶກສາ ຍິງ-ຊາຍ ທົ່ວປະເທດ COPA COCA COLA LAOS ປະຈຳປີ 2026 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ(ສສກ) ຄັ້ງທີ VIII ຊຶ່ງເປັນການຮ່ວມມືລະຫວ່າງກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ສະຖາບັນກິລາກາຍະກຳ ແລະ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ບໍລິສັດ ຮຸ່ງອາລຸນ ການຄ້າເອເລັກໂຕນິກ ຈຳກັດ ເປັນຜູ້ປະສານງານຈັດການແຂ່ງຂັນ.
ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ເຊື່ອມ​ຊຶ​ມ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ເຊື່ອມ​ຊຶ​ມ​ເອ​ກະ​ສານ​ສຳ​ຄັນ​ຂອງ​ພັກ

ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ (ມຊ) ​ຈັດ​ກອງ​ປະ​ຊຸມ​ເຜີຍແຜ່​ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍມະ​ຕິ​ກອງ​ປະ​ຊຸມໃຫຍ່ຂອງ​ອົງ​ຄະ​ນະ​ພັກ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ (ສສກ) ​ຄັ້ງ​ທີ X ແລະ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII ຂອງ​ພັກ ​ຂຶ້ນ​ໃນ​ວັນ​ທີ 6 ກຸມ​ພາ​​ຜ່ານ​ມາ ທີ່ ມຊ ໂດຍ​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ນາງ ດາ​ລາ​ວອນ ກິດ​ຕິ​ພັນ ຮອງ​ເລ​ຂາ​ຄະ​ນະ​ພັກ ກະ​ຊວງ ສສກ, ມີ​ບັນ​ດາ​ຄະ​ນະ​ພັກ, ສະ​ມາ​ຊິກ​ພັກ ແລະ ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ນັກຮຽນມັດທະຍົມສົມບູນທົ່ວເມືອງອຸທຸມພອນຮຽນຮູ້ວິຊາພື້ນຖານປ້ອງກັນຕົວ

ໃນວັນທີ 9 ກຸມພານີ້ ທີ່ສະໂມສອນ ສຶກສາ ສາມັກຄີເມືອງອຸທຸມພອນ ແຂວງສະຫວັນນະເຂດ,ໄດ້ຍົກລະດັບຄວາມຮູ້ກ່ຽວກັບການຫັດແອບວິຊາພື້ນຖານປ້ອງກັນຕົວ,ໂດຍການເປັນປະທານຂອງທ່ານ ແຖວຄໍາ ພົມມະວົງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ.
ເມືອງພຽງ ສອບເສັງນັກຮຽນເກັ່ງ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026

ເມືອງພຽງ ສອບເສັງນັກຮຽນເກັ່ງ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ຂັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2025-2026 ຂຶ້ນໃນວັນທີ 4 ກຸມພານີ້ ທີຫ້ອງປະຊຸມຂອງເມືອງ ໂດຍມີທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງເຂົ້າຮ່ວມ.
ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ໃນວັນທີ 4 ກຸມພາ ນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ຫາລືກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມ AMMSTI-22

ຫາລືກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມ AMMSTI-22

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026 ເມື່ອວັນທີ 2 ກຸມພາຜ່ານມາ ທີ່ ສສກ ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ

ສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ

ສູນພັດທະນາການສຶກສານອກໂຮງຮຽນ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບຫ້ອງການ DVV International ຈັດກອງປະຊຸມເຜີຍແຜ່ ແລະ ປະກາດທົດລອງນໍາໃຊ້ “Ed App” ເພື່ອເປັນເຄື່ອງມືເສີມສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ ໃນຂະແໜງການສຶກສານອກໂຮງຮຽນທົ່ວປະເທດ.
ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາ, ຄູຝຶກ, ນັກກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສະຫະພັນກິລາກອັຟແຫ່ງຊາດລາວ ຈັດການແຂ່ງຂັນກິລາກອັຟ ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ ຫຼື “Laos Golf Application” ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ສະໜາມກອັຟ ລາວຄັນທຣີຄຣັບ (ຫຼັກ 14) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກອັຟແຫ່ງຊາດລາວ ແລະ ນັກກິລາກອັຟທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າຄົນ.
ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ (ASEAN ParaGames 2025) ໂດຍເຈົ້າພາບປະເທດໄທ ສາມາດຍາດໄດ້ 175 ຫຼຽນຄຳ ເປັນເຈົ້າຫຼຽນຄຳ ສະໄໝທີ 7 ແລະ ອາຊຽນພາຣາ ເກມ 2027 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ, ພິທີປິດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26 ມັງກອນ ນີ້ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ພາຍຫຼັງດຳເນີນມາແຕ່ວັນທີ 20 ມັງກອນ ຜ່ານມາ.
ເພີ່ມເຕີມ