ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ຢູ່ນະຄອນຫຼວງວຽງຈັນ

ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ຢູ່ນະຄອນຫຼວງວຽງຈັນ

ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ຢູ່ນະຄອນຫຼວງວຽງຈັນ
ວັນທີ 2 ມິຖຸນານີ້, ຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ (ຄອສພ) ຮ່ວມກັບວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດພິທີເລີ່ມອອກອາກາດສາລະຄະດີ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ແລະ ສາລະຄະດີອື່ນໆຂອງຈີນພ້ອມຮັບຟັງການອ່ານສານຊົມເຊີຍຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ປະທານປະເທດແຫ່ງ ສປປ ລາວ ຕໍ່ສາລະຄະດີເລື່ອງ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ”.
ຈດພທເລມອອກອາກາດສາລະຄະດ “ຄວາມຜກພນດານວດທະນະທຳຂອງທານ ສຈນຜງ” ຢນະຄອນຫວງວຽງຈນ - image 1
 

 

ເນື້ອໃນສານຊົມເຊີຍໄດ້ຂຽນບາງຕອນສຳຄັນວ່າ: ສາລະຄະດີເລື່ອງດັ່ງກ່າວເປັນການສະຫຼຸບທາງດ້ານທິດສະດີແລະ ພຶດຕິກໍາຕົວຈິງທີ່ສະແດງໃຫ້ເຫັນເຖິງວິໄສທັດອັນກວ້າງໄກ, ປັດຊະຍາການບໍລິຫານປະເທດທີ່ຕິດພັນກັບການອະນຸລັກມໍລະດົກທາງດ້ານວັດທະນະທໍາ, ຈິດໃຈຮັກຊາດອັນດູດດື່ມ ແລະ ຄວາມຮັກອັນເລິກເຊິ່ງຂອງປະທານ ສີຈິ້ນຜິງ ທີ່ມີຕໍ່ວັດທະນະທໍາພື້ນເມືອງທີ່ເກົ່າແກ່ຂອງຈີນ, ທັງສະແດງໃຫ້ເຫັນອະລິຍະທໍາຈີນທີ່ມີປະຫວັດສາດຍາວນານກວ່າ 5,000 ປີ ຊຶ່ງເປັນຮາກເຫງົ້າ ແລະ ພະລັງແຮງທີ່ຍືນຍົງໃນການຂັບເຄື່ອນໃຫ້ ສປ ຈີນ ບັນລຸຄວາມໃຝ່ຝັນແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ຊຶ່ງເປັນບົດຮຽນທີ່ດີເລີດໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າໃນການປົກປັກຮັກສາ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທໍາທີ່ເປັນເອກະລັກຂອງຊາດໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ຊຸກຍູ້ພາລະກິດແຫ່ງການສ້າງສັງຄົມນິຍົມຢູ່ ສປປ ລາວ.

ຈດພທເລມອອກອາກາດສາລະຄະດ “ຄວາມຜກພນດານວດທະນະທຳຂອງທານ ສຈນຜງ” ຢນະຄອນຫວງວຽງຈນ - image 2
 

ໃນພິທີຍັງໄດ້ຮັງຟັງຄຳເຫັນຂອງທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ທີ່ໄດ້ກ່າວຄຳປາໄສຜ່ານທາງວີດີໂອ. ໃຫ້ກຽດເຂົ້າຮວ່ມໃນພິທີຝ່າຍລາວມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ. ທ່ານ ວັນສີ ກົວມົວ ຮອງຫົວໜ້າ ຄອສພ, ທ່ານ ລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ, ຝ່າຍຈີນມີທ່ານ ຫວາງຊ້າງ ອຸປະທູດຊົ່ວຄາວຂອງສະຖານທູດຈີນປະຈໍາລາວພ້ອມດ້ວຍການນຳ, ອະດີດການນຳ, ລວມເຖິງຜູ້ຕາງໜ້າຈາກພາກສ່ວນຕ່າງໆ, ສື່ມວນຊົນ, ຊາວຈີນ ແລະ ຈີນຕ່າງດ້າວລວມທັງໝົດ 200 ກວ່າທ່ານເຂົ້າຮ່ວມ.

ທ່ານ ເຊີ້ນໄຫຊົງ ກ່າວວ່າ: ປີນີ້ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວ ຄົບຮອບ 65 ປີ, ທັງເປັນ “ປີມິດຕະພາບຈີນ-ລາວ” ທີ່ຜູ້ນຳສອງພັກສອງລັດຈີນ-ລາວ ໄດ້ຮ່ວມກັນຈັດຂຶ້ນ. ພາຍໃຕ້ການນຳພາດ້ານຍຸດທະສາດຂອງທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ, ການພົວພັນຈີນ-ລາວ ແລະ ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳຢ່າງບໍ່ຢຸດຢັ້ງ, ໄດ້ຮັບໝາກຜົນ ແລະ ຄວາມຄືບໜ້າໃໝ່ຫຼາຍຢ່າງ, ທັງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ສາລະຄະດີ 3 ເລື່ອງທີ່ພວກເຮົານຳສະເໜີໃນຄັ້ງນີ້ປະກອບດ້ວຍ “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ”, “ການນຳພາທີ່ໂດດເດັ່ນ” ແລະ “ແນວຄິດໃໝ່ຈາກຕຳລາບູຮານ”, ຊຶ່ງໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງການຄົ້ນຄິດອັນເລິກເຊິ່ງ ຂອງຜູ້ນຳຈີນກ່ຽວກັບການສືບສານ ແລະ ພັດທະນາອະລິຍະທຳຈີນ, ພ້ອມທັງນຳສະເໜີພຶດຕິກຳຕົວຈິງອັນຍິ່ງໃຫຍ່ ຂອງຄວາມທັນສະໄໝແບບຈີນຢ່າງໜ້າປະທັບໃຈ, ໄດ້ເປີດປ່ອງຢ້ຽມໃຫ້ແກ່ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈແນວຄິດການບໍລິຫານປະເທດຂອງ ທ່ານ ສີຈິ້ນຜິງ, ຊ່ວຍໃຫ້ທຸກທ່ານໄດ້ເຂົ້າໃຈວັດທະນະທຳຈີນ, ສະຕິປັນຍາຈີນ ແລະ ຈິດໃຈຈີນໃຫ້ດີຂຶ້ນ, ທັງເປັນການຮັບຮູ້ເຖິງມົນສະເໜ່ທີ່ມີເອກະລັກພິເສດຂອງຈີນໃນຍຸກໃໝ່. CMG ຍິນດີຮ່ວມກັບບັນດາເພື່ອນມິດໃນທຸກຂະແໜງການຂອງລາວ ຮຽນຮູ້ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ,ຈັບມືກັນກ້າວໄປຂ້າງໜ້າ, ປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.

ຈດພທເລມອອກອາກາດສາລະຄະດ “ຄວາມຜກພນດານວດທະນະທຳຂອງທານ ສຈນຜງ” ຢນະຄອນຫວງວຽງຈນ - image 3
 

ທ່ານ ວັນສີ ກົວມົວ ກ່າວວ່າ: ການອອກອາກາດສາລະຄະດີໃນຄັ້ງນີ້ຖືເປັນໂອກາດດີອີກຄັ້ງໜຶ່ງທີ່ຈະເຮັດໃຫ້ປະຊາຊົນລາວໄດ້ຮັບຮູ້ກ່ຽວກັບວັດທະນະທໍາກໍຄືຜົນສໍາເລັດໃນການສ້າງສາພັດທະນາປະເທດຈີນຫຼາຍຂຶ້ນ, ເຮັດໃຫ້ພວກເຮົາຮັບຮູ້ກ່ຽວກັບສະຕິປັນຍາດ້ານການບໍລິຫານປະເທດ, ຄວາມຜູກພັນດ້ານວັດທະນະທຳຂອງຜູ້ນຳຈີນ, ກໍຄື ໝາກຜົນອັນອຸດົມສົມບູນແຫ່ງຄວາມທັນສະໄໝແບບຈີນຢ່າງຈະແຈ້ງກວ່າເກົ່າ ແລະ ເຂົ້າໃຈແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານກວ່າເກົ່າ.

ທ່ານ ຫວາງຊ້າງ ກ່າວວ່າ: ວັດທະນະທຳເປັນຈິດວິນຍານຂອງປະເທດໜຶ່ງ ແລະ ຊົນຊາດໜຶ່ງ. ສາລະຄະດີເລື່ອງ “ຄວາມຜູກພັດດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ທີ່ໄດ້ຄັດເລືອກເລື່ອງລາວທີ່ມີຊີວິດຊີວາຂອງທ່ານ ສີຈິ້ນຜິງ ໃນການເອົາໃຈໃສ່ການສືບທອດ ແລະ ພັດທະນາວັດທະນະທຳໄດ້ນຳສະເໜີຢ່າງຮອບດ້ານກ່ຽວກັບຄວາມພະຍາຍາມໃນການຊອກຫາແຫຼ່ງທີ່ມາຂອງອະລິຍະທຳ ແລະ ການອະນຸລັກມໍລະດົກວັດທະນະທຳຂອງຈີນໃນຍຸກໃໝ່, ໃຫ້ເພື່ອນມິດລາວສາມາດສຳຜັດໂດຍກົງເຖິງປະຫວັດສາດອັນຍາວນານ, ເນື້ອໃນອັນເລິກເຊິ່ງ ແລະ ລັກສະນະເປີດກວ້າງ ແລະ ກວມລວມຂອງອະລິຍະທຳຈີນ, ພ້ອມທັງເຂົ້າໃຈເສັ້ນທາງການພັດທະນາ ແລະ ເຫດຜົນການພັດທະນາຂອງຈີນໃນຍຸກໃໝ່. ຈີນຍິນດີຮ່ວມກັນກັບລາວຖືເອົາຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງຜູ້ນຳສູງສຸດສອງພັກສອງລັດຈີນ-ລາວເປັນຫຼັກການ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ສືບຕໍ່ລົງເລິກການແລກປ່ຽນໃນຂົງເຂດວັດທະນະທຳເຊັ່ນ: ສື່ມວນຊົນ, ວັດທະນະທຳ ແລະ ການທ່ອງທ່ຽວເປັນຕົ້ນ, ສົ່ງເສີມການເຊື່ອມສານຈິດໃຈລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ອະລິຍະທຳຈີນ ແລະ ອະລິຍະທຳລ້ານຊ້າງພັດທະນາແບບເຊື່ອມໂຍງເຂົ້າກັນໃຫ້ມີຄວາມສະຫງ່າລາສີຫຼາຍຍິ່ງຂຶ້ນ.

ນັບແຕ່ວັນທີ 1 ມິຖຸນານີ້ເປັນຕົ້ນໄປ, ສາລະຄະດີ 3 ເລື່ອງ ຄື: “ຄວາມຜູກພັນດ້ານວັດທະນະທໍາຂອງທ່ານ ສີຈິ້ນຜິງ” “ການນຳພາທີ່ໂດດເດັ່ນ” “ແນວຄິດໃໝ່ຈາກຕຳລາບູຮານ” ທີ່ຜະລິດໂດຍ CMG ໄດ້ເລີ່ມອອກອາກາດຜ່ານສື່ມວນຊົນຕົ້ນຕໍຂອງລາວ ເຊັ່ນ: ໂທລະພາບແຫ່ງຊາດລາວ, ໜັງສືພິມປະຊາຊົນ, ຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບນະຄອນຫຼວງວຽງຈັນ. “ຄວາມຜູກພັນດ້ານວັດທະນະທຳຂອງທ່ານ ສີຈິ້ນຜິງ” ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງຄວາມຄິດອັນເລິກເຊິ່ງຂອງທ່ານປະທານ ສີຈິ້ນຜິງ ຕໍ່ການພັດທະນາ ແລະ ສືບທອດວັດທະນະທຳປະຊາຊາດຈີນ, ໄດ້ບັນລະຍາຍເນື້ອໃນທີ່ສຳຄັນຂອງແນວຄິດວັດທະນະທຳ ສີຈິ້ນຜິງ ແລະ ພື້ນຖານດ້ານວັດທະນະທຳທີ່ໜັກແໜ້ນຂອງແນວຄິດການປົກຄອງປະເທດ ແລະ ການບໍລິຫານການເມືອງຂອງທ່ານປະທານ ສີຈິ້ນຜິງ, ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາເຖິງທັດສະນະຄຸນຄ່າທີ່ “ວັດທະນະທຳທີ່ຈະເລີນຮຸ່ງເຮືອງຊຸກຍູ້ຊາຕາກຳຂອງຊາດທີ່ຈະເລີນ, ວັດທະນະທຳທີ່ເຂັ້ມແຂງຊຸກຍູ້ຊົນຊາດທີ່ເຂັ້ມແຂງ”. “ການນຳພາທີ່ໂດດເດັ່ນ” (ສະບັບສາກົນ)ໄດ້ສະແດງໃຫ້ເຫັນຢ່າງຮອບດ້ານເຖິງຜົນສໍາເລັດທີ່ຍິ່ງໃຫຍ່ຕ່າງໆທີ່ຈີນໄດ້ຮັບນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ໄດ້ສະແດງໃຫ້ເຫັນເຖິງກຳລັງສັດຈະທໍາທີ່ເຂັ້ມແຂງຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານ ສີຈິ້ນຜິງ. “ແນວຄິດໃໝ່ຈາກຕຳລາບູຮານ”ໄດ້ສະແດງຢ່າງມີຊີວິດຊີວາໃຫ້ເຫັນເຖິງເນື້ອໃນຈິດໃຈທີ່ເລິກເຊິ່ງ ແລະ ຄຸນຄ່າດ້ານວັດທະນະທຳຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານ ສີຈິ້ນຜິງ.

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ

ວັນທີ 1 ຕຸລາ 2026 ນີ້, ທີ່ ກອງພົນນ້ອຍຊ່າງແສງ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບແຜນການ ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ (ລາວ-ຫວຽດນາມ-ກຳປູເຈຍ)ປະຈໍາປີ 2026, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ຟ໋າມ ວັນຕີ ຮອງຫົວໜ້າກົມກອບກູ້ໄພພິບັດ ກອງທັບປະຊາຊົນຫວຽດນາມ ແລະ ຝ່າຍກຳປູເຈຍ ນຳໂດຍ ສະຫາຍ ພັນເອກ ຫຼົງກິມລຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ກອງທັບຣາຊະອານາຈັກກຳປູເຈຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທັງສາມຝ່າຍ ເຂົ້າຮ່ວມ.
ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

ສະຫະພັນແມ່ຍິງແຂວງຄໍາມ່ວນ ແລະ ແຂວງກວາງຈິ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື 2 ຝ່າຍ

​ ວັນທີ 30 ກັນຍາຜ່ານມາ, ທີ່ເມືອງທ່າແຂກ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນສະຫະພັນແມ່ຍິງແຂວງຄໍາມ່ວນ (ສປປ ລາວ) ແລະ ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວາງຈິ (ສສ ຫວຽດນາມ) ເພື່ອເສີມສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງສອງອົງການຈັດຕັ້ງແມ່ຍິງ. ຝ່າຍແຂວງຄໍາມ່ວນນໍາໂດຍ ທ່ານ ນາງ ໄພວັນ ພົນຫາລາດ ປະທານສະຫະພັນແມ່ຍິງແຂວງ, ທ່ານ ນາງ ດາລາມິນ ສີສະຫວ່າງ ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຄະນະ ແລະ ພະນັກງານຂະແໜງການກ່ຽວຂ້ອງ, ສ່ວນຝ່າຍແຂວງກວາງຈິ ນໍາພາໂດຍ ທ່ານ ນາງ ເຈິ່ນ ຖິ ຖຸຍ ງາ ຮອງປະທານຜູ້ປະຈຳການສະຫະພັນແມ່ຍິງແຂວງກວາງຈິ ພ້ອມດ້ວຍຄະນະກໍາມະການ ແລະ ວິຊາການ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ກັບ ສ ຕຣີນິດັດ ແລະ ໂຕບາໂກ

ໃນວັນທີ 29 ກັນຍາຜ່ານມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ແມ່ນ ທ່ານ ເນລ ພາຣຊັນ (H.E. Dr. Neil Parsan) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ຕຣີນິດັດ ແລະ ໂຕບາໂກ ປະຈໍາອົງການສະຫະປະຊາຊາດ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ແມ່ຍິງແຂວງ ແລະ ແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພົບປະແລກປ່ຽນບົດຮຽນ

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະຫະພັນແມ່ຍິງແຂວງ ແລະ ສະຫະພັນແມ່ຍິງສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາ, ທີ່ຫ້ອງປະຊຸມໂຮງຮຽນລາວ-ຫວຽດແຂວງເຊກອງ ໂດຍມີທ່ານ ນາງ ມະໂນລາ ສຸດທິຈັກ ກຳມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ, ມີທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາຄົມຄົນຫວຽດນາມຢູ່ແຂວງເຊກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ.
ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ສ​ສກເລີ່ມຄົ້ນຄວ້າ ປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນຊັ້ນ​ປະ​ຖົມ

ກະຊວງສຶກສາທິການ ແລະ ກິລາ (ສສກ)ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ(BEQUAL)ໄດ້ເລີ່ມດຳເນີນການຄົ້ນຄວ້າໃໝ່ ກ່ຽວກັບປັດໄຈທີ່ຊ່ວຍສົ່ງເສີມທັກສະພາສາລາວ ແລະ ການຮູ້ໜັງສືຂອງນັກຮຽນໂດຍສະເພາະແມ່ນກຸ່ມນັກຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນຫຼັກຢູ່ໃນຄອບຄົວ. ການຄົ້ນຄວ້າໃນຄັ້ງນີ້ ແມ່ນຈັດຕັ້ງປະຕິບັດໂດຍສູນຄົ້ນຄວ້າພາສາລາວ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ຮ່ວມກັບແຜນງານບີຄວາ (BEQUAL).
ເພີ່ມເຕີມ