ນາງ ເຈນຈິລາ ຂຸນລິວົງ ເປັນນັກຮຽນຂອງໂຮງຮຽນພອນສະຫວັນກິລາ ສະຖາບັນກິລາ-ກາຍະກຳ (ສບກ) ປັດຈຸບັນເປັນນັກສຶກສາຢູ່ ສບກ ລະບົບປະລິນຍາຕີ ສາຂາ ຄູພະລະສາຍຟິດເນັດ ຫຼື ເວດເທັນນິ້ງ ປີ 3 ໃຫ້ຮູ້ວ່າ: ຕົນເອງໄດ້ມີການເກັບຕົວຝຶກຊ້ອມຢ່າງເປັນປົກກະຕິທຸກມື້ ຊຶ່ງກໍໄດ້ມີການເຄື່ອນໄຫວຕາງໜ້າທີມຊາດລາວ ອອກໄປແຂ່ງຂັນລາຍການຕ່າງໆ ໃນປັດຈຸບັນນ້ອງໄດ້ມີການພັດທະນາດີຂຶ້ນຫຼາຍ ໂດຍສະເພາະມີສະຖິຕິດີຂຶ້ນກວ່າເກົ່າ ແລະ ມີຄວາມພ້ອມເຕັມຮ້ອຍ ປີນີ້ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຈະລົງສະໜາມແຂ່ງຂັນຢູ່ 4 ລາຍການ ຈາກປະເພດລານ 2 ລາຍການ ກໍມີ ເຕັ້ນຍາວ ແລະ ເຕັ້ນ 3 ກ້າວ ສ່ວນແລ່ນ ແມ່ນ 4×400 ແລະ 4×100 ສຳລັບເປົ້າໝາຍຂອງຕົນເອງ ກໍຫວັງຢາກຈະສ້າງຜົນງານຄັ້ງປະຫວັດສາດໃນວົງການກິລາແລ່ນ-ລານ ກໍຄື ແຂວງບ້ານເກີດໃຫ້ໄດ້ 3 ຫຼຽນຄຳ ສະນັ້ນ ເພື່ອເປັນຂວັນກຳລັງໃຈທີ່ດີ ຂໍຝາກເຖິງພໍ່ແມ່ພີ່ນ້ອງຊາວແຂວງສະຫວັນນະເຂດ ກໍຄືທົ່ວປະເທດ ສົ່ງກຳລັງໃຈມາຊົມເຊຍດ້ວຍ.
ນາງ ເຈນຈິລາ ຂຸນລິວົງ ເກີດທີ່ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ເຂົ້າໂຄຕ້າທຶນລັດຖະບານ ໄດ້ມາຮຽນທີ່ໂຮງຮຽນພອນສະຫວັນກິລາ (ສາຍສາມັນ) ຕັ້ງແຕ່ ຊັ້ນມັດທະຍົມ ຈົນເຖິງປັດຈຸບັນ ຜ່ານມາ “ເຈນ” ໄດ້ເປັນຕົວແທນຂອງແຂວງບ້ານເກີດ ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ປີ 2022 ມາແລ້ວ ຊຶ່ງເປັນຄັ້ງທຳອິດ ແລະ ສາມາດສ້າງຜົນງານຍາດໄດ້ 2 ຫຼຽນເງິນ ຈາກ 4×400 ແລະ 4×100 ສ່ວນ 1 ຫຼຽນທອງ ໄດ້ຈາກແລ່ນ 400 ແມັດຍິງ.
ພາບ-ຂ່າວ: ສົງການ ພັນແພງດີ
ຄໍາເຫັນ