ຊຶ່ງເປັນການບັນລຸເປົ້າໝາຍ 700 ຕື້ໂດລາກ່ອນກຳນົດ. ຄຽງຄູ່ກັບຈີນເລັ່ງລັດເປີດປະຕູສູ່ພາຍນອກໃນລະດັບສູງ, ການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເປີດກວ້າງອອກຢ່າງຕໍ່ເນື່ອງ, ທ່າແຮງຕ່າງໆ ເຊັ່ນ: ຕະຫຼາດຂະໜາດໃຫຍ່ພິເສດ ແລະ ພະລັງຂັບເຄື່ອນການປະດິດສ້າງໃໝ່ເປັນຕົ້ນ ໄດ້ດຶງດູດວິສາຫະກິດຕ່າງປະເທດເຂົ້າມາລົງທຶນຢູ່ຈີນຢ່າງບໍ່ຢຸດຢັ້ງ.
ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ບໍລິຫານທຸລະກິດ APEC ປີ 2026 ແລະ ກ່າວຄຳປາໄສສຳຄັນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນຕອນເຊົ້າວັນທີ 18 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຜູ້ນຳບໍລິຫານທຸລະກິດອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ທີ່ຈັດຂຶ້ນຢູ່ນະຄອນເຊີ່ນເຈິ້ນຂອງຈີນ ແລະ ກ່າວຄຳປາໄສສຳຄັນພາຍໃຕ້ຫົວຂໍ້ “ຢຶດໝັ້ນຄວາມໝັ້ນໃຈ, ກ້າວໄປຂ້າງໜ້າຢ່າງກ້າຫານ ແລະ ຮ່ວມກັນສ້າງອະນາຄົດທີ່ສະຫວ່າງສະໄຫວໃຫ້ແກ່ອາຊີ-ປາຊີຟິກ”.
ຄໍາເຫັນ