ທ່ານ ອູເຫວີຍເຣີ໋ນ ກ່າວຕື່ມວ່າ: ຈີນຈະສົ່ງຍານຂຶ້ນສູ່ອະວະກາດເພື່ອໄປສະກັດດ້ວຍການຕໍາວັດຖຸຂະໜາດນ້ອຍທີ່ຢູ່ໄກໂລກ ປະມານ 10 ລ້ານກິໂລແມັດ ແລະ ພວມໂຄຈອນສວນທາງເຂົ້າມາເຊິ່ງໜ້າ ເພື່ອພະຍາຍາມເຮັດໃຫ້ເກີດແຮງເດີນເຄື່ອນຂະໜາດໃຫຍ່ ແລະ ບັງຄັບໃຫ້ວັດຖຸຂະໜາດນ້ອຍໜ່ວຍນີ້ປ່ຽນເສັ້ນທາງໂຄຈອນ. ພາຍຫຼັງສຳເລັດແລ້ວ ຕ້ອງເຮັດໃຫ້ວັດຖຸທີ່ໂຄຈອນຢູ່ອະວະກາດໜ່ວຍນີ້ບໍ່ສາມາດໂຄຈອນມາຕຳໃສ່ໂລກອີກພາຍໃນເວລາຫຼາຍສິບປີ ຫຼື 100 ປີ ເປັນຢ່າງໜ້ອຍ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ
ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຄໍາເຫັນ