ແຈ້ງການດັ່ງກ່າວລະບຸໄວ້ວ່າ: ໃນປີ 2025, ຈີນຈະປະຕິບັດອັດຕາພາສີການນຳເຂົ້າທີ່ກຳນົດໄວ້ຊົ່ວຄາວຕໍ່ສິນຄ້າ 935 ປະເພດ ຊຶ່ງຕ່ຳກວ່າອັດຕາພາສີຂອງປະເທດທີ່ມີບຸລິມະສິດ. ເພື່ອຊ່ວຍເຫຼືອປະເທດທີ່ດ້ອຍພັດທະນາແລະເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໃນປີ 2025, ຈີນຈະສືບຕໍ່ປະຕິບັດການປອດພາສີຕໍ່ປະເພດສິນຄ້າ 100% ຈາກປະເທດທີ່ດ້ອຍພັດທະນາ 43 ປະເທດທີ່ໄດ້ສ້າງສາຍພົວພັນທາງການທູດກັບຈີນ. ຂະນະດຽວກັນ, ຈີນຈະສືບຕໍ່ປະຕິບັດອັດຕາພາສີທີ່ເປັນບຸລິມະສິດພິເສດຕໍ່ສິນຄ້ານຳເຂົ້າທີ່ຜະລິດຢູ່ລາວ,ບັງກລາເດັດ,ກຳປູເຈຍແລະມຽນມາຈຳນວນໜຶ່ງຕາມສັນຍາການຄ້າອາຊີປາຊີຟິກແລະ ສັນຍາແລກເອກະສານລະຫວ່າງລັດຖະບານຈີນກັບປະເທດສະມາຊິກອາຊຽນທີ່ກ່ຽວຂ້ອງ ແລະເນື້ອໃນອື່ນໆ.
ຄໍາເຫັນ