ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025
ການແຂ່ງຂັນເຕະບານ ເຍົາວະຊົນ ຢູ12 ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຄັ້ງທີ 1 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໜາມກິລາເຕະບານ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທ່ານ ສົມມີໄຊ ສີສຸພັນທະວົງ ປະທານບໍລິສັດ ທີທີ ໂຮເທລ ຈຳກັດ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ອະດີດປະທານ ສຕ.ນວ ແລະ ທ່ານ ກອງແສງ ມິດທະສອນ ຜູ້ຈັດການຝ່າຍສາງສິນຄ້າບໍລິສັດ ມີດທີນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງຫຼວງຫຼາຍ.

 

ດບເບນໄອຈ ນາຄາ ໄດແຊມເຕະບານ ຢ12 ຊງຂນປະທານ ສຕ.ນວ ຄງທ 1 ປະຈຳປ 2025 - image 1
 

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ພ້ອມທັງສົ່ງເສີມການພັດທະນາກິລາບານເຕະເຍົາວະຊົນ ນະຄອນຫຼວງວຽງຈັນ ໃຫ້ມີການພັດທະນາ ກ້າວສູ່ການເປັນນັກກິລາ ນະຄອນຫຼວງວຽງຈັນ ແລະ ຕິດທີມຊາດໃນອະນາຄົດ ລາຍການນີ້ ຊຶ່ງມີ 16 ທີມເຂົ້າຮ່ວມ ແບ່ງເປັນຮຸ່ນລະ 8 ທີມ ແຂ່ງຂັນວັນດຽວສຳເລັດ.

ສຳລັບທີມທີ 1 (ແຊັມ) ຢູ12 ສະໂມສອນ ດັບເບີນໄອຈີ ນາຄາ ຈາກເມືອງຫາດຊາຍຟອງ, ທີ 2 ສະໂມສອນ ເບ ສະຫວັນ ເອັບຊີ ເມືອງໄຊເຊດຖາ, ທີ 3 ຮ່ວມ ໂຮງຮຽນ ກຽດຕິສັກນາໆຊາດ ເມືອງສີສັດຕະນາກ ແລະ ສະໂມສອນ ອາເອັນເອັດ ເອັບຊີ ເມືອງຫາດຊາຍຟອງ.

ສ່ວນທີມແຊັມ ຢູ14 ສະໂມສອນ ແສງດາຣາ ຈາກເມືອງສີສັດຕະນາກ, ທີ 2 ສະໂມສອນ ບີໄອເອັດ ເມືອງນາຊາຍທອງ, ທີ 3 ຮ່ວມແມ່ນ ສະໂມສອນ ໄຊຊະນະ ແລະ ດັບເບີນໄອຈີ ນາຄາ.

ຂະນະທີ່ລາງວັນແມນອອບເດີແມັດ ຢູ12 ທ້າວ ອານຸສັກ ວິໄລກຸນ ກອງໜ້າສະໂມສອນ ດັບເບີນໄອຈີ ນາຄາ ແລະ ລາງວັນແມນອອບເດີແມັດ ຢູ14 ທ້າວ ພົງສະຫວັດ ສິງຫາລາດ ຜູ້ຮັກສາປະຕູ ສະໂມສອນ ແສງດາຣາ.

ການແຂ່ງຂັນໃນລາຍການນີ້ ໃຫ້ການສະໜັບສະໜູນຫຼັກ ໂດຍບໍລິສັດ ອີຊູຊຸ ລາວ, ບໍລິສັດ ວົງພະຈັນ ຂົນສົ່ງ, ບໍລິສັດ ບີເອັມ ຈຳກັດ, ຮ້ານຂາຍເຄື່ອງກິລາພິມລາຍ ໄອ-ສະປອດ, ບໍລິສັດ ມີດທິນ, ບໍລິສັດ ເບສະຫວັນ ອິນເຕີ ຈຳກັດຜູ້ດຽວ ແລະ ຮ້ານບັນເທີງ ບີບີ 999.

(ຂ່າວ: ຕຸໄລເພັດ; ແຫຼ່ງຂໍ້ມູນ ສຶກສາກິລາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 10-11 ກັນຍານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີພະອາຈານ ຈັນດາ ເຄນສັກດາ ຄະນະ ອປສ ແຂວງ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ສົກຮຽນ 2025-2026 ນີ້ ວປກ ໄດ້ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບກວ່າເກົ່າ

ນັບແຕ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ທັນວາ 1996 ຜ່ານມາ, ຄະນະພັກ-ຄະນະອໍານວຍການແຕ່ລະຮຸ້ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ການປັບປຸງກໍ່ສ້າງຖັນແຖວພະນັກ ງານ-ຄູອາຈານຢູ່ ວປກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງໜັກແໜ້ນທາງດ້ານປະລິມານ ແລະ ຄຸນນະພາບ, ເວົ້າລວມ ເວົ້າສະເພາະກໍ່ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານທິດດີຫຼັກການ, ບົດຮຽນ ແລະ ປະສົບການໃນການນໍາພາ-ບັນຊາແຕ່ລະຂັ້ນ ປະກອບໃຫ້ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນ. ມາຮອດປັດຈຸບັນວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ໄດ້ກໍ່ສ້າງ ແລະ ບໍາລຸງນັກຮຽນ-ນັກສຶກສາແຕ່ລະລະບົບໄດ້ 6,000 ກວ່າສະຫາຍ, ຊຶ່ງບັນດາສະຫາຍທີ່ຈົບໄປແລ້ວນັ້ນ ລ້ວນແລ້ວແຕ່ໄດ້ເປັນການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ແລະ ຕໍາແໜ່ງສໍາຄັນຕ່າງໆ ຢູ່ອົງການ, ກະຊວງ, ບັນດາກໍາລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ.
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ

ເມື່ອບໍ່ດົນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳແຂວງ ໄດ້ເດີນທາງໄປຮ່ວມ ພິທີໄຂສົກຮຽນໃໝ່ 2025-2026 ພ້ອມທັງມອບຊຸດນັກຮຽນ ແລະ ອຸປະກອນການຮຽນ -ອຸປະກອນກິລາ ໃຫ້ໂຮງຮຽນແຫ່ງຕ່າງໆ ທີ່ນອນໃນເຂດຈຸດສຸມລາດຫໍ້, ຈຸດສຸມຜາບັງ ແລະ ກຸ່ມບ້ານຈຽງຕູບເມືອງ ເຊໂປນ ໂດຍການນຳພາທາງ ຂອງທ່ານ ພົງຄຳຮັກ ບຸດທະວົງ ກຳມະການພັກແຂວງ ເລຂາພັກເມືອງເຊໂປນ ພ້ອມຄະນະ, ມີຫົວໜ້າຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານ, ອຳນາດການປົກຄອງບ້ານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ລູກຫຼານນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງຫຼວງຫຼາຍ.
ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ໄຊສົມບູນ ສໍາເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານເຈົ້າແຂວງ

ແຂວງໄຊສົມບູນ ໄດ້ສຳເລັດການແຂ່ງຂັນກິລາບານເຕະ ແລະ ກິລາເປຕັງ ຊິງຂັນທ່ານ ເຈົ້າແຂວງໄຊສົມບູນ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກແຂວງ, ໄດ້ປິດລົງໃນວັນທີ 7 ກັນຍາຜ່ານມາ ທີ່ເດີ່ນກິລາ ຂອງແຂວງ ໂດຍມີການນໍາຂັ້ນແຂວງ ຕະຫຼອດຮອດພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຊົມ.
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ

ວັນທີ 8 ກັນຍາຜ່ານມານີ້, ທິມງານ ອາສາສະໝັກຂອງລັດວິສາຫະກິດສະໜາມບິນ ສາທາລະ ນະລັດ ເກົາຫຼີ (KAC) ຮ່ວມກັບ ນັກສຶກສາຄະນະພາສາສາດ ພາກພາສາເກົາຫຼີ ມະຫາວິທະຍາໄລ ສຸພານຸວົງ ໄດ້ເຄື່ອນໄຫວຈັດກິດຈະກຳ ຮ່ວມກັບ ນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ຮັບປະທານອາຫານທ່ຽງຮ່ວມກັບນັກຮຽນ, ທາສີຫ້ອງຮຽນ ແລະ ປະກອບເຄື່ອງຫຼີ້ນ.
ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ສາລະວັນ ຫາລືກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII

ແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫລວງວຽງຈັນ ເປັນເຈົ້າພາບ (ຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025)ຂຶ້ນໃນວັນທີ 5 ກັນຍານີ້ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ປະທານສະມາຄົມກິລາກາຍະກໍາແຂວງ; ທ່ານ ສຸນີ ນາມມະບົວລີ ຫົວ ໜ້າພະແນກສຶກສາທິການ ແລະ ກິລາແຂວງ; ມີບັນດາທ່ານປະທານສະຫະພັນກິລາ 16 ປະເພດ ເຂົ້າຮ່ວມ.
ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ຄໍາມ່ວນ ເປີດສົກຮຽນໃໝ່ ເອກະພາບທົ່ວແຂວງ ປະຈໍາສົກຮຽນ 2025-2026

ພິທີເປີດສົກຮຽນໃໝ່ ເອກະພາບທົ່ວແຂວງຄຳມ່ວນ ປະຈຳສົກຮຽນ 2025-2026 ໄດ້ຈັດຂຶ້ນໃນວັນທີ 3 ກັນຍາຜ່ານມາ ທີ່ສະໂມສອນ 21 ມີນາ (ໂຮງຮຽນການເມືອງ ແລະ ການປົກຄອງແຂວງ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີແຂກຖືກເຊີນ, ພະນັກງານຄູ - ອາຈານ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.
ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ແຂວງວຽງຈັນ ກຽມຈັດກິລາແລ່ນ-ຍ່າງຊີງຂັນເຈົ້າແຂວງ ສົ່ງເສີມການທ່ອງທ່ຽວ

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ຮ່ວມກັບ ວິສາຫະກິດ ສ່ວນບຸກຄົນ ອີເອັຟຈີ ລາວ ກຽມຈັດງານແຂ່ງຂັນແລ່ນ (Run Discovery) ຊີງຂັນທ່ານເຈົ້າແຂວງວຽງຈັນ ລວມມີ 46 ລາຍການ ໃນໄລຍະທາງ 5 ກິໂລແມັດ (ເພື່ອສຸຂະພາບ) ແລະ 10 ກິໂລແມັດ (ມິນິມາຣາທອນ) ຊາຍ-ຍິງ ລວມເງິນລາວັນ 41,600,000 ກີບ. ມາຮອດປັດຈຸບັນ ມີນັກກິລາລົງທະບຽນເຂົ້າຮ່ວມແຂ່ງຂັນແລ້ວເຖິງ 500 ຄົນ.
ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ:
ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ຫຼວງພະບາງໄຂສົກຮຽນໃໝ່ 2025-2026

ໃນວັນທີ 1 ກັນຍານີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ໄຂສົກຮຽນໃໝ່ 2025-2026 ຂຶ້ນ ໂດຍມີທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແຂກຖືກເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ເພີ່ມເຕີມ