ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ

ດັບເບິນຢູໄອຈີ ນາຄາ ຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ
ໃນວັນທີ 10 ກໍລະກົດ ຜ່ານມານີ້, ທີມນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບເຖິງນະຄອນຫຼວງວຽງຈັນ ຫຼັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫຼື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ.

 

ດບເບນຢໄອຈ ນາຄາ ຄອງແຊມການແຂງຂນ ເຕະບານເຍາວະຊນອາຍບເກນ 13 ປ - image 1
 

ການເດີນທາງກັບຄືນສູ່ ສປປ ລາວ ຄະນະທີມນັກກິລາ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ. ຫຼັງຈາກນັ້ນ ທັບນັກກິລາກໍຖືກຕ້ອນຮັບຢ່າງສົມກຽດຕື່ມທີ່ີປະຕູໄຊ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ກິ່ງມະໂນ ໂພມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ຈາກນັ້ນກໍໄດ້ເຂົ້າພົບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ເພື່ອລາຍງານຜົນສຳເລັດຂອງການເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ ແລະ ໄດ້ຮັບການຕ້ອນຮັບຢ່າງສົມກຽດ.

ດບເບນຢໄອຈ ນາຄາ ຄອງແຊມການແຂງຂນ ເຕະບານເຍາວະຊນອາຍບເກນ 13 ປ - image 2
 

ການແຂ່ງຂັນລາຍການນີ້ ມີສະໂມສອນຈາກທົ່ວໂລກເຂົ້າຮ່ວມ ໂດຍສະເພາະຈາກທະວີບເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາໃຕ້ ແລະ ຄອນຄາເຄັບ, ສ່ວນຕົວແທນຈາກອາຊີ ນອກຈາກ ດັບເບິນຢູໄອຈີ ນາຄາ ຊຶ່ງເປັນທີມທຳອິດຈາກ ສປປ ລາວ ໃນທະວີບອາຊີ ທີ່ເຂົ້າຮ່ວມ ກໍຍັງມີ ມາເລເຊຍ, ສປ ຈີນ, ສະຫະລັດ ອາຣັບເອມິເຣດ, ມາເກົາ ສປ ຈີນ, ເນປານ, ຕັວກເມນິດສະຖານ, ອູຊະເບກິດສະຖານ ແລະ ຟີລິບປິນ.

ສະເພາະ ຢູ13 ລາຍການນີ້ ມີ 48 ທີມ ຈາກ 15 ປະເທດເຂົ້າຮ່ວມຄື: ປັອກຕຸຍການ ເຈົ້າພາບ, ແອັດສະປາຍ, ໂຄຣອາຊີ, ເອັດໂຕນີ, ຣູມານີ, ບຣາຊິວ, ສະຫະລັດ ອາເມຣິກາ, ສປປ ລາວ, ສະຫະລັດ ອາຣັບ ເອມິເຣດ, ອາຟຣິກາໃຕ້, ເອຢິບ, ແທນຊານີ, ກາບົງ, ເບີມູດາ ແລະ ເກາະເຄແມນ.

ໃນຈຳນວນ 48 ທີມ ແບ່ງອອກເປັນ 12 ກຸ່ມ, ກຸ່ມລະ 4 ທີມ ແຂ່ງພົບກັນໝົດແລ້ວຄັດເອົາພຽງທີ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າຮອບ Playoff Gold ຫຼື ລາຍການລະດັບສູງສຸດຂອງລາຍການ, ສ່ວນທີ 2 ຂອງກຸ່ມໄປແຂ່ງຂັນລະດັບດິວິຊັນ 2 ຫຼື ລາຍການ Playoff Silver ແລະ ທີ 3 ຂອງແຕ່ລະກຸ່ມ ໄປແຂ່ງຂັນລະດັບ ດິວິຊັນ 3 Playoff Bronze.

ດບເບນຢໄອຈ ນາຄາ ຄອງແຊມການແຂງຂນ ເຕະບານເຍາວະຊນອາຍບເກນ 13 ປ - image 3
 

ຜ່ານການແຂ່ງຂັນຢ່າງເຂັ້ມຂຸ້ນ ຜົນປະກົດວ່າ ທີມນັກເຕະບານເຍົາວະຊົນລາວ ດັບເບິນຢູໄອຈີ ນາຄາ ສ້າງຜົນງານໄດ້ຢ່າງໂດດເດັ່ນສະໝ່ຳສະເໝີ ດ້ວຍການເກັບໄຊຊະນະໃນແຕ່ລະນັດ ຕັ້ງແຕ່ນັດທຳອິດຈົນຮອດຮອບ 4 ທີມສຸດທ້າຍ ເຮັດໃຫ້ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດໄດ້ສຳເລັດ ໄປພົບກັບ ສະໂມສອນ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ ຊຶ່ງຜ່ານການແຂ່ງຂັນກໍຖືວ່າເປັນໄປຕາມເປົ້າໝາຍ ຢູ-13 ດັບເບິນຢູໄອຈີ ນາຄາ ໂຊຟອມເກັ່ງເອົາຊະນະ ທີມເຈົ້າພາບໄປໄດ້ 2-0 ປະຕູ ຄວ້າແຊັມລາຍການດັ່ງກ່າວມາຄອງ ທັງໄດ້ສ້າງຊື່ສຽງໃຫ້ກັບປະເທດຊາດໃນເວທີສາກົນ.

ສຳລັບບັນດາພາກສ່ວນທີ່ໃຫ້ການສະໜັບສະໜູນຄັ້ງນີ້ ປະກອບມີ ທ່ານ ອຸທິດ ນັນທະວົງ ປະທານບໍລິສັດ ເອັນທີວີ (NTV) ມອບ 60 ລ້ານກີບ, ອົງການປົກຄອງນະຄອນຫຼວງວຽງຈັນ 50 ລ້ານກີບ, ບໍລິສັດ NTP ການຄ້ານໍ້າມັນເຊື້ອໄຟລາວ 50 ລ້ານກີບ ແລະ ຫໍພິພິຕະພັນສິລະປະລາວ 40 ລ້ານກີບ.

(ຂ່າວ: ຕຸໄລເພັດ, ແຫຼງຂ່າວ ຂປລ)

ຄໍາເຫັນ

ຂ່າວສືກສາ-ກິລາ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ບົດຄົ້ນຄວ້າການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວໄດ້ນຳສະເໜີເວທີພາກພື້ນ ອາຊີ-ປາຊີຟິກ

ຜູ້ຕາງໜ້າກົມສ້າງຄູ ຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ແຜນງານບີຄວາ, ໄດ້ເຂົ້າຮ່ວມນຳສະເໜີການຄົ້ນຄວ້າທີ່ມີຄວາມກ້າວໜ້າກ່ຽວກັບການຮຽນ-ການສອນແບບຮຽນຮ່ວມ ໃນ ສປປ ລາວ ຢູ່ກອງປະຊຸມພັດທະນາການສຶກສາ ປີ 2025 ຄັ້ງທຳອິດທີ່ເມືອງເມວເບີນປະເທດອົດສະຕຣາລີ ໃນລະຫວ່າງວັນທີ 11-13 ພະຈິກ 2025.ກອງປະຊຸມ​ດັ່ງ​ກ່າວ ໄດ້ມີນັກວິຊາການ ແລະ ຜູ້​ຕາງ​ໜ້າສະຖານທູດຈາກປະເທດໃນເຂດອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ເພື່ອເຂົ້າຮ່ວມ. ຈຸຸດປະສົງເພື່ອສ້າງຈິນຕະນາການຄືນໃໝ່ ກ່ຽວກັບການສຶກສາເພື່ອຄວາມສະເໝີພາບ ແລະ ການຮຽນຮ່ວມ.
ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ປກຊ ຄອງເຈົ້າຫຼຽນຄຳ ປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ພິທີປິດການແຂ່ງຂັນກິລາປັນຈັກສີລັດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີXII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ໃນຕອນແລງວັນທີ 16 ພະຈິກ ຜ່ານມາ ພາຍຫຼັງໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 13 ພະຈິກ 2025 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.
ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ນວ ຍາດໄດ້ 6 ຫຼຽນຈາກກິລາລອຍນໍ້າ

ການແຂ່ງຂັນ ລອຍນໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 16 ພະຈິກ 2025 ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີຄະນະປະທານສະຫະພັນກິລາລອຍນໍ້ານະຄອນຫຼວງວຽງຈັນ (ນວ) ຄູຝຶກ ແລະ ຕົວແທນນັກກິລາແຕ່ລະແຂວງເຂົ້າຮ່ວມ.
ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ນາງ ພູທະລັດ ອິນນຸດ ນັກກິລາແລ່ນ-ລານ ຍາດໄດ້ 3 ຫຼຽນຄຳ

ການແຂ່ງຂັນກິລາແລ່ນ-ລານ ມີການຊີງໄຊ 7 ຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງເປັນເຈົ້າພາບ, ຊຶ່ງໃນຕອນເຊົ້າວັນທີ 17 ພະຈິກນີ້ ທີ່ສະໜາມກິລາຫຼັກ 16, ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດໄດ້ໃຫ້ສຳພາດວ່າ: ນ້ອງເອງແມ່ນລົງແຂ່ງລາຍການແລ່ນ-ລານ 10,000 ແມັດ ສາມາດຍາດໄດ້ຫຼຽນຄຳ ໃນເວລາ 42:43:38 ນາທີ, ກາຍເປັນຫຼຽນຄຳທີ 3 ຕໍ່ຈາກ ແລ່ນ 5,000 ແມັດ ແລະ ແລ່ນ 4x400 ແມັດປະສົມຍິງ-ຊາຍ, ຊຶ່ງນ້ອງເອງແມ່ນຮູ້ສຶກດີໃນຫຼາຍຊຶ່ງຍາດໄດ້ 3 ຫຼຽນຄໍາ ແລະ ກໍເປັນເປົ້າໝາຍທີ່ນ້ອງຄາດຫວັງໄວ້.
ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ກິລາກະຕໍ້ຊຸດຄູ່ຊາຍ ຈໍາປາສັກ ໄດ້ຫຼຽນຄໍາ

ວັນທີ 16 ພະຈິກ 2025 ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບລົງແຂ່ງຂັນໃນຮອບຮອງຊະນະເລີດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12 ພົບກັບ ແຂວງ ຈໍາປາສັກ ຜົນການແຂ່ງຂັນ ນັກກິລາກະຕໍ້ທີມຊຸດຄູ່ຊາຍກະຊວງປ້ອງກັນຄວາມສະຫງົບເສຍໃຫ້ກັບ ແຂວງ ຈໍາປາສັກ ໄປ 2-1 ຄູ່ ສົ່ງຜົນໃຫ້ຕົກຮອບ ເຮັດໃຫ້ໄດ້ພຽງແຕ່ຫຼຽນທອງຮ່ວມກັບກະຊວງປ້ອງກັນປະເທດ ທີ່ເສຍໃຫ້ກັບທີມກະຕໍ້ແຂວງສະຫວັນນະເຂດ ໄປ 2-1 ຄູ່ ໃນຮອບຮອງຊະນະເລີດເຊັນດຽວກັນ.
ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາ ຢູໂດມີການຊີງໄຊກັນ 25 ຫຼຽນຄໍາ

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 16 ພະຈິກ 2025 ທີ່ສູນບູໂດ ລາວ-ຍີ່ປຸ່ນ ນະຄອນຫຼວງວຽງຈັນ , ໂດຍມີທ່ານ ບໍ່ ສີປະເສີດຮອງປະທານ-ເລຂາທິການສະຫະພັນກິລາຢູໂດແຫ່ງຊາດລາວ, ພ້ອມດ້ວຍຮອງປະທານສະຫະພັນ, ຄະນະສະຫະພັນຈາກທຸກພາກສ່ວນ, ຄະນະກໍາມະການ, ຄູຝຶກ, ນັກກິລາ ແລະ ກອງຊົມກອງເຊຍເຂົ້າຮ່ວມ.
ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ຜູ້ແທນຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຢ້ຽມຊົມຫໍພິພິທະພັນສິລະປະລາວ

ໃນວັນທີ17ພະຈິກນີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XIIມີຊີງໄຊ 11 ຫຼຽນຄໍາ

ພິທີເປີດການແຂ່ງຂັນກິລາມວຍປໍ້າ ໃນງານມະຫະກຳກິລາແຫ່ງ ຊາດຄັ້ງທີ XII ໄດ້ຈັດຂຶ້ນໃນວັນທີ 16 ພະຈິກ 2025 ນີ້, ທີ່ສະໜາມແຂ່ງຂັນ ເດີ່ນຮົ່ມສະຖາບັນກິລາ-ກາຍຍະກຳ ໂດຍມີ ທ່ານ ວົງເພັດ ອຸດົມລິດ ປະທານ ສະຫະພັນມວຍປໍ້າແຫ່ງຊາດລາວ ຫົວໜ້າຄະນະຮັບຜິດ ຊອບລວມ, ທ່ານ ມະໂນລົດ ພິນິດ ເລຂາທິການສະຫະພັນມວຍປໍ້າແຫ່ງ ຊາດ, ມີຄະນະກໍາມະການຈັດການເເຂ່ງຂັນ ແລະ ນັກກິລາ ເຂົ້າຮ່ວມ.
ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ປັນຈັກສີລັດ ຄໍາມ່ວນໄດ້ທັງໝົດ 4 ຫຼຽນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ກິລາປັນຈັກສີລັດ ແມ່ນສີລະປະການຕໍ່ສູ້ຂອງປະເທດອິນໂດເນຍເຊຍ ທີ່ສືບທອດກັນມາແຕ່ສະໄໜບູຮານ, ເປັນກິລາທີ່ມີຄວາມນິຍົມຫຼາຍໃນພາກພື້ນອາຊີໂດຍມີຈຸດເລີ່ມປະເທດອິນໂດເນເຊຍ ແລະ ເລີ່ມຈັດເຂົ້າມາເປັນປະເພດກິລາໃນລາວ ແຕ່ປີ 1980 ໄດ້ເຂົ້າແຂ່ງຂັນກິລາຊີເກມຄັ້ງທີ່ 24 ໃນປີ 2007 ທີ່ປະເທດໄທ ແລະ ໄດ້ສືບຕໍ່ມາຮອດປັດຈຸບັນ.ສຳລັບແຂວງຄໍາມ່ວນ
ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ຄໍາມ່ວນ ຕັ້ງເປົ້າ 2 ຫຼຽນຄໍາ ໃນກິລາມວຍປໍ້າ ທີ່ນະຄອນຫຼວງວຽງຈັນເກມ

ການແຂ່ງຂັນກິລາມວຍປໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ແມ່ນໄດ້ເປີດແຂ່ງຂັນໃນວັນທີ 16 ພະຈິກ ແລະ ຈະດຳເນີນການແຂ່ງຂັນຮອດວັນທີ 18 ພະຈິກ 2025 ຢູ່ທີ່ເດີ່ມ ສະຖາບັນກິລາ-ກາຍະກຳ ສີເກີດ, ຊຶ່ງມີນັກກິລາເຂົ້າຮ່ວມແຂ່ງຂັນ ທັງໝົດ 46 ຄົນ ຍິງ 17 ຄົນ ເພື່ອຍາດເອົາຫຼຽນຄໍາ ທັງໝົດ ຈໍານວນ 11 ຫຼຽນຄໍາ.
ເພີ່ມເຕີມ