ຊຶ່ງເປັນຄັ້ງທຳອິດໃນເດືອນກຸມພາທີ່ມີນັກທ່ອງທ່ຽວຕ່າງປະເທດເພີ່ມຂຶ້ນ 3 ລ້ານກວ່າຄົນ, ໂດຍໄດ້ຮັບແຮງໜູນຈາກຄວາມຕ້ອງການກິລາລະດູໜາວແລະ ວັນພັກບຸນກຸດຈີນ.
ເມື່ອຈັດແບ່ງຕາມປະເທດ ແລະພາກພື້ນ, ນັກທ່ອງທ່ຽວຈາກ ສ ເກົາຫຼີມີຈຳນວນຫຼາຍທີ່ສຸດຢູ່ທີ່ 847,300 ຄົນ, ເພີ່ມຂຶ້ນ 3,5% ແລະ ຖືເປັນສະຖິຕິສູງສຸດຂອງເດືອນດັ່ງກ່າວ. ຮອງລົງມາແມ່ນນັກທ່ອງທ່ຽວຈາກຈີນ ຢູ່ທີ່ 722,700 ຄົນ, ເພີ່ມຂຶ້ນ 57.3%, ຍ້ອນແຮງໜູນຈາກຈຳນວນນັກທ່ອງທ່ຽວທີ່ເພີ່ມຂຶ້ນໃນໄລຍະວັນພັກກຸດຈີນ ຊຶ່ງແກ່ຍາວເວລາເຖິງຕົ້ນເດືອນກຸມພາ.
ຈໍານວນນັກທ່ອງທ່ຽວຈາກອົສຕຣາລີແລະສະຫະລັດ ອາເມຣິກາເພີ່ມຂຶ້ນສູງສຸດໃນເດືອນກຸມພາ ເຊັ່ນດຽວກັນ, ເພີ່ມຂຶ້ນ 33.5% ເປັນ 88,800 ຄົນ ແລະ ເພີ່ມຂຶ້ນ 28.8% ເປັນ 191,500 ຄົນ ຕາມລໍາດັບ.
ທັງນີ້, ບົດລາຍງານຍັງລະບຸວ່າ:ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຍີ່ປຸ່ນນັບແຕ່ຕົ້ນປີນີ້ ມີທັງໝົດປະມານ 7.04 ລ້ານຄົນ, ເພີ່ມຂຶ້ນ 28.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຄໍາເຫັນ