ເມື່ອເບິ່ງຈາກແຫຼ່ງທີ່ມາແລ້ວ, ການລົງທຶນຕໍ່ຈີນຕົວຈິງຂອງເຢຍລະມັນໄດ້ເພີ່ມຂຶ້ນ 86.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ຂະນະທີ່ປະເທດສະວິດໄດ້ເພີ່ມຂຶ້ນ 57.4% ແລະ ສິງກະໂປ ເພີ່ມຂຶ້ນ 10.9% (ລວມທັງຂໍ້ມູນການລົງທຶນຜ່ານທ່າກໍາປັ່ນເສລີ).
ແຫຼ່ງຂ່າວແຈ້ງໃຫ້ຮູ້ວ່າ: ອີງຕາມບົດລາຍງານສໍາຫຼວດຄວາມໝັ້ນໃຈດ້ານການຄ້າປະຈໍາປີ 2025/2026 ທີ່ສະພາການຄ້າເຢຍລະມັນປະຈໍາຈີນເປີດເຜີຍຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ວິສາຫະກິດທີ່ໃຫ້ການສໍາພາດ 93% ຢືນຢັນວ່າຈະສືບຕໍ່ລົງເລິກຂະຫຍາຍທຸລະກິດຢູ່ຈີນ; ຂະນະທີ່ບົດລາຍງານສໍາຫຼວດສະພາບແວດລ້ອມດ້ານການຄ້າຂອງຈີນປີ 2026 ທີ່ເປີດເຜີຍໂດຍສະພາການຄ້າ ສະຫະລັດ ອາເມຣິກາປະຈໍາຈີນສະແດງໃຫ້ເຫັນວ່າ: ວິສາຫະກິດທຶນ ສະຫະລັດ ອາເມຣິກາ ທີ່ໃຫ້ການສໍາພາດປະມານ 60% ມີແຜນຈະເພີ່ມການລົງທຶນຢູ່ຈີນ.
ຄໍາເຫັນ