ນັບແຕ່ເດືອນມັງກອນ ຫາ ເດືອນເມສາປີນີ້, ການລົງທຶນດ້ານຊັບສິນຄົງທີ່ຂອງທົ່ວປະເທດ ຊຶ່ງບໍ່ລວມເອົາຄອບຄົວຊາວກະສິກອນໄດ້ເພີ່ມຂຶ້ນ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການຂາຍຍ່ອຍເຄື່ອງບໍລິໂພກທາງສັງຄົມມີເຖິງ 16,184.5 ຕື້ຢວນ, ເພີ່ມຂຶ້ນ 4.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຍອດມູນຄ່າສິນຄ້າຂາເຂົ້າ-ຂາອອກ ໄດ້ເພີ່ມຂຶ້ນ 2.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສັງເກດຈາກດ້ານລວມແລ້ວ, ເສດຖະກິດຈີນໄດ້ເຕີບໂຕຢ່າງໝັ້ນທ່ຽງພາຍໃຕ້ຄວາມກົດດັນ, ໄດ້ສືບຕໍ່ພັດທະນາໄປໃນທາງທີ່ດີ ແລະ ມີທ່າອ່ຽງທີ່ດີ.
ຄໍາເຫັນ