![]() |
ທ່ານ ທອງຈັນ ລັດຕະນະປະດິດ ໄດ້ລາຍງານສະພາບການຈັດຕັ້ງ-ປະຕິບັດວຽກງານຮອບດ້ານ ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ເຊິ່ງປັດຈຸບັນ ຄະນະໂຄສະນາອົບຮົມແຂວງ ມີລັດຖະກອນ ທັງໝົດ 60 ຄົນ, ຍິງ 17 ຄົນ, ອາສາສະໝັກ 2 ຄົນ, ຍີງ 1 ຄົນ. ໃນໄລຍະຜ່ານມາ ໄດ້ເປັນເຈົ້າການນໍາເອົາແນວທາງ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໂດຍຜ່ານການລົງຮາກຖານ, ເກັບກຳຫາງສຽງສັງຄົມ ແລະ ໂຄສະນາຜ່ານສື່ມວນຊົນທຸກຮູບແບບ, ພ້ອມທັງລາຍງານເຖິງບາງຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງມີຄວາມຫຍຸ້ງຍາກ ໃນການປະຕິບັດວຽກງານ, ທັງໄດ້ມີຂໍສະເໜີຕໍ່ຄະນະໂຄສະນາອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະນັກງານ ທາງດ້ານທິດສະດີ ແລະ ວຽກງານວິຊາສະເພາະ, ສະໜອງອຸກອນ-ພາຫະນະຮັບໃຊ້ວຽກງານສື່ມວນຊົນ ແລະຊ່ວຍຊຸກຍູ້ງົບປະມານ ເພື່ອໃຫ້ວຽກງານຄະນະໂຄສະນາອົບຮົມມີຄວາມເຂັ້ມແຂງ.
![]() |
ທ່ານ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ເຮັດໃຫ້ສາມາດຍາດມາໄດ້ຜົນງານຫຼາຍດ້ານທີ່ພົ້ນເດັ່ນ, ພ້ອມນັ້ນ, ໄດ້ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກງານໂຄສະນາ-ອົບຮົມ, ກຳແໜ້ນສະພາບການ, ຕິດຕາມບັນຫາທີ່ສັງຄົມສົນໃຈ ແລະ ເສີມສ້າງປະສິດທິຜົນວຽກງານໂຄສະນາ-ເຜີຍແຜ່ ແນວທາງຂອງພັກ ໃຫ້ສອດຄ່ອງກັບສະພາບການໃໝ່, ສຸມໃສ່ການປັບປຸງກົງຈັກ-ການຈັດຕັ້ງ, ຊັບຊ້ອນບຸກຄະລາກອນໃຫ້ເໜາະສົມກັບວຽກງານ, ໂດຍໝູນໃຊ້ພະນັກງານຜູ້ໜຶ່ງເຮັດວຽກໄດ້ຫຼາຍວຽກ, ສືບຕໍ່ປັບປຸງຮັກສາສະຖານີ ວິທະຍຸ-ໂທລະພາບ ໃຫ້ສາມາດນຳໃຊ້ງານໄດ້ປົກກະຕິ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ I ຂອງວຽກງານສື່ມວນຊົນທົ່ວປະເທດ ໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ຊຸກຍູ້ໃຫ້ພະນັກງານ ໃນຂະແໜງໂຄສະນາ-ອົບຮົມ ເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາສະເພາະ, ປັບປຸງວິທີການເຮັດວຽກໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງ ຕໍ່ວຽກງານໃນຍຸກດິຈິຕອນ.
![]() |
ພາຍຫລັງສຳເລັດການໂອ້ລົມ ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ, ໄດ້ໄປຢ້ຽມຢາມສະຖານີເຄື່ອງສົ່ງວິທະຍຸ ຕັ້ງຢູ່ບ້ານສັງຄະໂລກ ແລະ ສະຖານີຖ່າຍທອດວິທະຍຸ-ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານຜານົມ ນະຄອນ ຫຼວງພະບາງ ຕື່ມອີກ.
ພາບ-ຂ່າວ: ທະນູສິນ ອິດທິພົນ



ຄໍາເຫັນ