ນັກກິລາຈູຈິດຊູລາວ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ ການແຂ່ງຂັນຈູຈິດຊູ ຊີງແຊັມອາຊຽນ 2026

ນັກກິລາຈູຈິດຊູລາວ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ ການແຂ່ງຂັນຈູຈິດຊູ ຊີງແຊັມອາຊຽນ 2026

ນັກກິລາຈູຈິດຊູລາວ ໄດ້ 1 ຫຼຽນເງິນ 2 ຫຼຽນທອງ ການແຂ່ງຂັນຈູຈິດຊູ ຊີງແຊັມອາຊຽນ 2026
ການແຂ່ງຂັນກິລາຈູຈິດຊູ ຊີງແຊັມອາຊຽນ ປະຈຳປີ 2026 (ASEAN Jiu-Jitsu Championship 2026) ທີ່ປະເທດກຳປູເຈຍ ລະຫວ່າງວັນທີ 21-23 ສິງຫາ 2026 ໂດຍທີມນັກກິລາຈູຈິດຊູທີມຊາດລາວ ເລີ່ມຕົ້ນໄດ້ຢ່າງສວຍງາມ ລົງສະໜາມແຂ່ງຂັນໃນມື້ທຳອິດ 21 ສິງຫາ 2026 ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ.
ນກກລາຈຈດຊລາວ ໄດ 1 ຫຽນເງນ 2 ຫຽນທອງ ການແຂງຂນຈຈດຊ ຊງແຊມອາຊຽນ 2026 - image 1
 

ສໍາລັບ 1 ຫຼຽນເງິນ ໄດ້ຈາກນາງ ແປງ ແສງມະນີ ຮຸ່ນນໍ້າໜັກ -57 ກິໂລຍິງ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ສ່ວນ 2 ຫຼຽນທອງ ໄດ້ຈາກນາງ ມາລາ ຈັນທະລັກສາ ຄູ່ກັບ ນາງ ກຸ້ງກິ້ງ ບຸດດາໄຊ ປະເພດດູໂອ ຄູ່ຍິງ (Duo Women) ແລະ ປະເພດສະແດງ ຄູ່ຍິງ (Show Women) ຂະນະທີ່ ຜົນງານຂອງທ້າວ ຈິນດາວອນ ສີວັນວິໄລ ຮຸ່ນ -69 ກິໂລຊາຍ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ໄດ້ພຽງອັນດັບທີ 9 ແລະ ທ້າວ ຄຳແກ້ວ ວິໄລພອນ ຮຸ່ນ -62 ກິໂລຊາຍ ປະເພດຕໍ່ສູ້ ຈິວຈິດຊູ (Jiu-Jitsu) ຫຼື ເນວາຊາ (Ne Waza) ກໍໄດ້ອັນດັບທີ 9 ເຊັ່ນດຽວກັນ.

ນກກລາຈຈດຊລາວ ໄດ 1 ຫຽນເງນ 2 ຫຽນທອງ ການແຂງຂນຈຈດຊ ຊງແຊມອາຊຽນ 2026 - image 2
 

ສ່ວນການແຂ່ງຂັນ ໃນວັນທີ 22 ສິງຫາ 2026 ນັກກິລາຈູຈີດຊູທີມຊາດລາວ ລົງແຂ່ງຂັນອີກ 3 ລາຍການ ທ້າວ ຄຳແກ້ວ ວິໄລພອນ ຮຸ່ນ 62 ກິໂລຊາຍ ລົງແຂ່ງຂັນປະເພດຕໍ່ສູ້ (Fighting) ໄດ້ອັນດັບທີ 4 ເຊິ່ງພາດຫຼຽນລາງວັນໄປຢ່າງໜ້າເສຍດາຍ ສ່ວນທ້າວ ຈິນດາວອນ ສີວັນວິໄລ ຮຸ່ນ 69 ກິໂລຊາຍ ລົງແຂ່ງຂັນປະເພດຕໍ່ສູ້ (Fighting) ໄດ້ທີ່ອັນດັບທີ 7.

ການແຂ່ງຂັນກິລາຈູຈິດຊູ ຊີງແຊັມອາຊຽນ ປະຈຳປີ 2026 ມີນັກກິລາໃນພາກອາຊຽນເຂົ້າຮ່ວມຊີງໄຊ ລວມ 8 ຊາດ ຂາດພຽງ 3 ຊາດຄື: ໄທ ບຣູໄນ ແລະ ຕີມໍ ເລສເຕ ແຂ່ງຂັນ 3 ວັນ 21-23 ສິງຫາ ມີການຊີງໄຊທັງໝົດ 223 ລາຍການ ໃນນັ້ນ ຈູຈີດຊູລາວ ສົ່ງທີມນັກກິລາເຂົ້າຮ່ວມ 5 ຄົນ ຈາກ 8 ລາຍການ.

ແຫຼ່ງຂ່າວ:ວຽງຈັນໃໝ່

ຄໍາເຫັນ

ຂ່າວສືກສາ-ກິລາ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ໄດ້ຈັດພິທີສະຫຼຸບການຈັດຕັ້ງການຮຽນ-ການສອນ, ມອບ-ຮັບໃບປະກາສະນິຍະບັດ ແລະ ເປີດສົກຮຽນໃໝ່ຢ່າງເປັນທາງການ ເມື່ອວັນທີ 21 ສິງຫາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກົມ, ອໍານາດການປົກຄອງທ້ອງຖິ່ນ, ຜູ້ອໍານວຍການສະຖານການສຶກສາ, ຕາງໜ້າສະຖານປະກອບການ, ບໍລິສັດ, ຄູ-ອາຈານແລະ ນັກສຶກສາເຂົ້າຮ່ວມ.
ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ

ລັດຖະບານ ສປ ຈີນ ມອບທຶນຊ່ວຍເຫຼືອ 60 ລ້ານກວ່າຢວນ ເພື່ອຍົກລະດັບໂຮງຮງນ ມສ ສະຫວັນ

ໃນວັນທີ 14 ສິງຫາ 2026 ທີ່ໂຮງຮຽນມັດທະຍົມສົມບູນ ສະຫວັນ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີພິທີວາງສີລາລຶກ ແລະ ເປີດໂຄງການຍົກລະດັບ-ປັບປຸງກໍ່ສ້າງອາຄານຮຽນຂອງໂຮງຮຽນ ມສ ສະຫວັນ ຢ່າງເປັນທາງການ, ໂຄງການດັ່ງກ່າວແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ພາຍໃຕ້ໂຄງການ CHINA AID For Shared Future ມູນຄ່າ 60 ລ້ານກວ່າຢວນ ເພື່ອຍົກລະດັບພື້ນຖານໂຄງລ່າງດ້ານການສຶກສາໃຫ້ທັນສະໄໝ ໂດຍການປະສານງານ ແລະ ຮ່ວມມືກັບ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ເຊິ່ງການຈັດງານຄັ້ງນີ້ຍັງເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ອີກດ້ວຍ.
ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ໃນວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານໂດຍທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະນຳກະຊວງ, ຕາງໜ້າກົມຈັດຕັ້ງ, ສະຫະພັນກິລາ, ຄະນະກຳມະການໂອລິມປິກແຫ່ງຊາດລາວ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມ.
ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ

ສ​ສກ ເລີ່ມສຶກສາ ຄົ້ນຄວ້າ ການຮຽນຮ່ວມຂອງນັກຮຽນພິການ

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ໄດ້ຈັດກອງປະຊຸມແນະນຳຂັ້ນເລີ່ມຕົ້ນ ເພື່ອນຳສະເໜີການສຶກສາຄົ້ນຄວ້າກ່ຽວກັບການຮຽນຮ່ວມສຳລັບຄົນພິການ ໂດຍການນຳໃຊ້ ຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14: ການຊ່ວຍເຫຼືອເດັກທີ່ມີຄວາມຫຍຸ້ງຍາກໃນການຮຽນ (TSP 14) ແລະ ວິດີໂອສຳລັບການພັດທະນາຄູ ຕອນທີ 29 (TDV 29).
ເມືອງວຽງຄຳ ຫາລືການກະກຽມຈັດການແຂ່ງຂັນ ກິລາເຂດ

ເມືອງວຽງຄຳ ຫາລືການກະກຽມຈັດການແຂ່ງຂັນ ກິລາເຂດ

ຄະນະກຳມະການປົກຄອງເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືການກະກຽມ ຈັດການແຂ່ງຂັນ ກິລາເຂດ 4 ເມືອງເໜືອ ປະຈຳປີ 2026 ເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງ ທ່ານ ນາງ ບົວໄລ ແພງສະຫວັນ ຮອງປະທານຄະນະກຳມະການປົກຄອງເມືອງ, ມີຫົວຫນ້າ-ຮອງຫົວຫນ້າຫ້ອງການ ແລະ ອານຸກຳມະການຈັດການແຂ່ງຂັນກິລາທຸກພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III

ກອງປະຊຸມຖອດຖອນບົດຮຽນ ການຄັດເລືອກນັກຮຽນເຂົ້າໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ຄັ້ງທີ III

ໃນລະຫວ່າງວັນທີ 13-14 ສິງຫາ 2026 ທີ່ຜ່ານມາ, ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຄັດເລືອກນັກຮຽນເຂົ້າຮຽນ ຄັ້ງທີ III ຂຶ້ນຢ່າງເປັນທາງການ ທີ່ສະໂມສອນເມືອງນາໝໍ້ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີວອນ ເພັງມີໄຊ ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳຈັນ ລາວຈືເບັງ ຮອງເລຂາພັກເມືອງນາໝໍ້ ແລະ ທ່ານ ໄຊພອນ ສີຈະເລີນ ຮອງປະທານຄະນະກຳມະການປົກຄອງເມືອງນາໝໍ້; ໂດຍມີຜູ້ຕາງໜ້າຈາກກົມສາມັນສຶກສາ, ກົມການເງິນ (ກະຊວງ ສສກ), ຜູ້ບໍລິຫານຈາກ 6 ເມືອງ, ພະແນກ ສກຂ ແຂວງ, ຫ້ອງການ ສສກ 7 ເມືອງ ແລະ ຜູ້ບໍລິຫານສະຖາບັນການສຶກສາຂັ້ນໂຮງຮຽນ ເຂົ້າຮ່ວມ.
ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ການແຂ່ງຂັນກິລາດອກປິກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV ຈະໄດ້ຈັດຂຶ້ນໃນທ້າຍເດືອນນີ້

ເພື່ອເປັນການສະຫຼອງສາຍສໍາພັນທະມິດອັນຍາວນານ ເຖິງ 25 ປີນີ້. ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ໄດ້ຮ່ວມກັນຈັດການແຂ່ງຂັນກິລາດອກປີກໄກ່ຊີງແຊັມທົ່ວປະເທດ ຄັ້ງທີ XXV (2026) ຢ່າງຍິ່ງໃຫຍ່ ເພື່ອສະຫຼອງຄົບຮອບ 25 ປີ ຂອງການຮ່ວມມື, ພິທີຖະແຫຼ່ງຂ່າວດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 13 ສິງຫານີ້ ໂດຍມີ ທ່ານ ບຸນເຫຼືອ ສິນໄຊວໍລະວົງ ປະທານ ສະຫະພັນ ດອກປີກໄກ່ແຫ່ງຊາດລາວ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອໍານວຍການຝ່າຍການຕະຫຼາດ ແລະ ສິດປະໂຫຍດ ບໍລິສັດ ເບຍລາວ ຈຳກັດ, ມີບັນດາທ່ານຄະນະບໍລິຫານງານສະຫະພັນ, ແຂກຜູ້ມີກຽດ, ຕາງໜ້າຈາກກະຊວງ, ກົມກອງຂະແໜງການທີ່ກ່ຽວຂ້ອງ, ສື່ມວນຊົນ, ບັນດາສະໂມສອນ, ຄູຝຶກ, ແລະ ທີມນັກກິລາເຂົ້າຮ່ວມ.
ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທົ່ວແຂວງບໍ່ແກ້ວ

ໃນວັນທີ 12-13 ສິງຫາ 2026, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ (ສກຂ ບໍ່ແກ້ວ) ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວແຂວງ ປະຈໍາສົກຮຽນ 2025-2026 ແລະ ວາງແຜນວຽກບູລິມະສິດ ສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ໂດຍມີທ່ານ ຄໍາແສງ ສຸລິຍະວົງ ຮອງປະທານຄະນະກໍາມະການປົກຄອງແຂວງບໍ່ແກ້ວ, ມີຮອງປະທານຄະນະກໍາມະການປົກຄອງເມືອງ 5 ເມືອງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແຂວງໜ່ວຍງານທີ່ກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.
ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ເຊກອງ ຈະຈັດກິດຈະກໍາ ຈຳໜ່າຍສິນຄ້າ ໃນລາຄານະໂຍບາຍ

ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຮ່ວມກັບພາກສ່ວນກ່ຽວຂ້ອງພາຍໃນແຂວງ ຈະໄດ້ຈັດກິດຈະກຳເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ ແລະ ອຸປະກອນການສຶກສາ ໃນລາຄານະໂຍບາຍ-ລາຄາອຸ່ນໃຈ (ລາຄາຖືກ) ເພື່ອຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ທີ່ຈະມາເຖິງນີ້.
ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ເພີ່ມເຕີມ