ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນທ້າຍອາທິດຜ່ານມາ, ທະນາຄານສູນກາງເອີຣົບ (ECB) ໄດ້ຫຼຸດອັດຕາດອກເບ້ຍລົງ 0.25 ຍ້ອນຄວາມວິຕົກກັງວົນ ກ່ຽວກັບພື້ນຖານເສດຖະກິດພາກພື້ນນຳໃຊ້ສະກຸນເງິນເອີໂຣ (Eurozone) ພວມປະສົບກັບຄວາມຫຍຸ້ງຍາກ ແລະ ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ. ດັ່ງນັ້ນ, ນັບແຕ່ເດືອນມິຖຸນາ 2024, ECB ໄດ້ຫຼຸດຜ່ອນອັດຕາດອກເບ້ຍລົງ 8 ເທື່ອ, ເທົ່າກັບ 2 ຄະແນນສ່ວນຮ້ອຍ, ເພື່ອແນໃສ່ໜູນຊ່ວຍພື້ນຖານເສດຖະກິດ Eurozone. ອັດຕາດອກເບ້ຍເງິນຝາກຫຼຸດລົງແຕ່ 2.25% ເປັນ 2%, ອັດຕາດອກເບ້ຍກູ້ຢຶມຫຼຸດແຕ່ 2.65% ເປັນ 2.4%.
ປັດຈຸບັນ, ໄພເງິນເຟີ້ໃນ Eurozone ໄດ້ຮັບການຄວບຄຸມພາຍຫຼັງການເພີ່ມຂຶ້ນຢ່າງແຮງຍ້ອນພະຍາດໂຄວິດ - 19, ບັນລຸ 1.9% ໃນເດືອນພຶດສະພາ 2025. ອັດຕາເງິນເຟີ້ພວມໃກ້ກັບລະດັບເປົ້າ ໝາຍ 2% ຂອງ ECB, ລະດັບປານກາງ, ຄວາມໝາຍບໍ່ກະຕຸກຊຸກຍູ້ ແລະ ບໍ່ເຮັດໃຫ້ການເຕີບໂຕຊັກຊ້າລົງ. ໃນສະພາບການດັ່ງກ່າວ, ECB ໄດ້ຫັນປ່ຽນຈຸດສຸມຈາກການຫຼຸດຜ່ອນຄ່າໃຊ້ຈ່າຍກູ້ຢຶມເງິນ ໄປຍັງການຊຸກຍູ້ພື້ນຖານເສດຖະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກຂອງ 20 ປະເທດ Eurozone.
ຄໍາເຫັນ