![]() |
ໂອກາດນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ໄປວາງພວງມາລາ, ຈູດທູບທຽນ ຢູ່ຕໍ່ໜ້າສຸສານທີລະນຶກເຖິງວິລະກຳຈີນ ທີ່ບ້ານຮົວະ ເມືອງແປກ ເນື່ອງໃນວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 65 ປີ ແລະ ທັງເປັນປີມິດຕະພາບລາວ-ຈີນ. ໂອກາດທີ່ມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້, ທ່ານເອກອັກຄະລັດຖະທູດ ກໍໄດ້ເຂົ້າພົບປະທ່ານເລຂາພັກແຂວງຊຽງຂວາງ, ຊຶ່ງທ່ານທູດ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ເພື່ອຈູດທູບທຽນ ຢູ່ຕໍ່ໜ້າສຸສານທີລະນຶກເຖິງວິລະກຳຈີນ ເພື່ອລະນຶກເຖິງຄຸນງາມຄວາມດີ, ນ້ຳໃຈອັນເດັດດ່ຽວຂອງພວກເພິ່ນ ແລະ ພົບປະໂອ້ລົມນັກທຸລະກິດຊາວຈີນທີ່ມາລົງທຶນ, ດໍາລົງຊີວິດຢູ່ແຂວງຊຽງຂວາງ ແລະ ຕິດຕາມ ລົງເບິ່ງພາກສະໜາມຕົວຈິງ ໃນການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ.
ໂອກາດນີ້, ທ່ານທູດ ກໍໄດ້ມອບເງິນຈຳນວນ 10,000 ໂດລາສະຫະລັດໃຫ້ແຂວງຊຽງຂວາງ ນຳໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະຈາກລະເບີດບໍ່ທັນແຕກ, ມອບ 5,000 ໂດລາສະຫະລັດ ໃຫ້ເປັນທຶນການສຶກສາ ແກ່ນັກຮຽນແຂວງຊຽງຂວາງ ທີ່ຂະໄປຮຽນຢູ່ ສປ ຈີນ.
![]() |
ທ່ານ ພູວົງ ອຸ່ນຄຳແສນ ກໍໄດ້ລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງ ສປ ຈີນ, ການພົວພັນ ຮ່ວມມື ຄຸ້ມຄອງບັນດານັກທຸລະກິດຊາວຈີນທີ່ມາດຳລົງຊີວິດຢູ່ແຂວງຊຽງຂວາງ, ເນັ້ນຮັກສາສິ່ງແວດລ້ອມ ປະຕິບັດຕາມລະບຽບ-ກົດໝາຍຂອງ ສປປ ລາວ, ມີສ່ວນຮ່ວມໃນການປະກອບສ່ວນ ພັດທະນາ, ສະແດງຄວາມຂອບໃຈທີ່ໃຫ້ທຶນການສຶກສາ ແລະ ທຶນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ, ຂໍເຊີນຊວນນັກທຸລະກິດ, ນັກລົງທຶນຊາວຈີນ ເຂົ້າມາລົງທຶນຢູ່ແຂວງຊຽງຂວາງ ໃຫ້ຫຼາຍຂຶ້ນ.
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ