![]() |
ໃນສົກສຶກສານີ້, ບໍລິສັດໄດ້ມອບທຶນການສຶກສາໃຫ້ນັກຮຽນໃນເຂດເມືອງຫົງສາ ຈໍານວນ 30 ທຶນ ລວມເປັນເງິນ ຈໍານວນ 150 ລ້ານກີບ ເພື່ອສະໜັບສະໜູນໃຫ້ນັກຮຽນທີ່ມີຜົນການຮຽນດີ ແລະ ມີຄວາມປະພຶດດີ ໄດ້ມີໂອກາດພັດທະນາສັກກະຍະພາບຂອງຕົວເອງຕໍ່ໄປ.
ໄຟຟ້າຫົງສາ ໄດ້ສານຕໍ່ຄວາມຕັ້ງໃຈນີ້ຢ່າງຕໍ່ເນື່ອງ ຕັ້ງແຕ່ປີ 2011 ໂດຍຫວັງໃຫ້ເຍົາວະຊົນກ້າວສູ່ການເປັນຜູ້ນໍາຮຸ່ນໃໝ່ຂອງສັງຄົມ ທີ່ພ້ອມເປັນກໍາລັງສໍາຄັນໃນການຂັບເຂື່ອນປະເທດ; ການມອບທຶນຄັ້ງນີ້, ສະທ້ອນເຖິງຄວາມເຊື່ອໝັ້ນຂອງບໍລິສັດທີ່ວ່າ “ການສຶກສາ ຄືພະລັງສໍາຄັນຂອງການພັດທະ ນາ” ແລະ ເປັນກະແຈທີ່ເປີດໂອກາດໃຫ້ນັກຮຽນກ້າວສູ່ອະນາຄົດທີ່ໝັ້ນຄົງ, ເຂັ້ມແຂງ ແລະ ສັງຄົມທີ່ເຕີບໂຕຢ່າງຍືນຍົງ.
(ຂ່າວ: ໄຟຟ້າຫົງສາ)

ຄໍາເຫັນ