ໄຟ​ຟ້າ​ລາວ ສາ​ຂາ​ອັດ​ຕະ​ປື ເກັບ​ກູ້​ໜີ້​ສິນ ບັນ​ລຸ​ຕາມ​ແຜນ

ໄຟ​ຟ້າ​ລາວ ສາ​ຂາ​ອັດ​ຕະ​ປື ເກັບ​ກູ້​ໜີ້​ສິນ ບັນ​ລຸ​ຕາມ​ແຜນ

ໄຟ​ຟ້າ​ລາວ ສາ​ຂາ​ອັດ​ຕະ​ປື ເກັບ​ກູ້​ໜີ້​ສິນ ບັນ​ລຸ​ຕາມ​ແຜນ
6 ເດືອນຕົ້ນປີ 2026 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ເກັບກູ້ໜີ້ສີນ 8 ປະເພດ ປະຕິບັດໄດ້ 100% ແລະ ເກັບກູ້ໜີ້ສີນ 10 ປະເພດ ປະຕິບັດໄດ້ 98.95%.
ໄຟ​ຟາ​ລາວ ສາ​ຂາ​ອດ​ຕະ​ປ ເກບ​ກ​ໜ​ສນ ບນ​ລ​ຕາມ​ແຜນ - image 1
 

ທ່ານ ສິນທະນູ ສຸວັນນະລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ໄດ້ເປີດເຜິຍຕໍ່ສື່ມວນຊົນແຂວງອັດຕະປື ໃນວັນທີ 4 ສິງຫາ 2026 ນີ້ວ່າ: ການຈັດຕັ້ງປະຕິບັດໄດ້ຮັບການເອົາໃຈໃສ່ຈາກຄະນະນຳຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື, ມີການຊີ້ນຳ, ຕິດຕາມ ແລະ ຊຸກຍູ້ພະນັກງານໃຫ້ລົງເຄື່ອນໄຫວເກັບກູ້ໜີ້ສິນຢ່າງຕໍ່ເນື່ອງ, ຄວບຄູ່ກັບການປະຊາສຳພັນ ແລະ ສ້າງຄວາມເຂົ້າໃຈໃຫ້ຜູ້ນຳໃຊ້ໄຟຟ້າປະຕິບັດພັນທະການຊຳລະຄ່າໄຟຟ້າໃຫ້ຖືກຕ້ອງ ແລະ ກົງເວລາ, ເຮັດໃຫ້ເກັບກູ້ໜີ້ສິນ 8 ປະເພດ ສາມາດປະຕິບັດໄດ້ 100% ຂອງແຜນການ, ສ່ວນການເກັບກູ້ໜີ້ສິນ 10 ປະເພດ ປະຕິບັດໄດ້ 98.95% ຂອງແຜນການ, ເມື່ອທຽບໃສ່ຄາດໝາຍທີ່ວາງໄວ້ ຖືວ່າເປັນຜົນສຳເລັດທີ່ລື່ນແຜນ, ສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ ແລະ ການປະສານງານຢ່າງໃກ້ຊິດລະຫວ່າງພາກສ່ວນທີ່ກ່ຽວຂ້ອງ. ນອກຈາກນັ້ນ, ຍັງສາມາດສ້າງເມືອງປອດໜີ້ສິນ 8 ປະເພດ ໄດ້ຈຳນວນ 5 ເມືອງ ແລະ ສ້າງເມືອງປອດໜີ້ສິນ 10 ປະເພດໄດ້ 1 ເມືອງ ຕາມມາດຖານທີ່ກຳນົດໄວ້. ຜົນສຳເລັດດັ່ງກ່າວ ເປັນພື້ນຖານສຳຄັນໃນການຍົກລະດັບວຽກງານຄຸ້ມຄອງໜີ້ສິນ, ຫຼຸດຜ່ອນໜີ້ຄ້າງຊຳລະ ແລະ ສ້າງວິໄນການຊຳລະຄ່າໄຟຟ້າໃນສັງຄົມໃຫ້ດີຂຶ້ນ.

ທ່ານ ສິນທະນູ ສຸວັນນະລາດ ຍັງໄດ້ກ່າວຕື່ມວ່າ: ສຳລັບທິດທາງໃນ 6 ເດືອນທ້າຍປີ 2026 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ຈະສືບຕໍ່ປະຕິບັດມາດຕະການເກັບກູ້ໜີ້ສິນຢ່າງເຂັ້ມງວດ, ຕິດຕາມລູກຄ້າທີ່ຍັງຄ້າງຊຳລະ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຊຸກຍູ້ການຊຳລະໜີ້ສິນໃຫ້ທັນເວລາ. ພ້ອມກັນນີ້, ຈະສູ້ຊົນເກັບກູ້ໜີ້ສິນ 8 ປະເພດໃຫ້ໄດ້ 100% ຂອງແຜນການ, ສ່ວນໜີ້ສິນ 10 ປະເພດ ຈະສູ້ຊົນໃຫ້ບັນລຸຕາມເປົ້າ ໝາຍທີ່ກຳນົດ. ຂະນະດຽວກັນ ຈະຮັກສາເມືອງປອດໜີ້ສິນ 8 ປະເພດ ໃຫ້ໄດ້ 5 ເມືອງ ແລະ ສູ້ຊົນສ້າງເມືອງປອດໜີ້ສິນ 10 ປະເພດ ໃຫ້ເພີ່ມເປັນ 2 ເມືອງ ຕາມແຜນການປະຈຳປີທີ່ວາງໄວ້, ເພື່ອປະກອບສ່ວນໃນການຍົກສູງປະສິດທິພາບການບໍລິຫານວຽກງານໄຟຟ້າ, ຮັບປະກັນລາຍຮັບ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ການດຳເນີນງານຂອງລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື.

ຂ່າວ:ມະນີວອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ປະທານ ອພສ ແຂວງຫຼວງພະບາງ ເຄື່ອນໄຫວຢ້ຽມຢາມເມືອງວຽງຄຳ

ວັນທີ 22 ກັນຍາຜ່ານມາ, ທີ່ສະໂມສອນໃຫຍ່ເມືອງວຽງຄຳ ແຂວງຫຼວງພະບາງ ໄດ້ຈັດພິທີຕ້ອນຮັບພະອາຈານໃຫຍ່ ອ່ອນແກ້ວ ກິຕຕິພັທໂທ ຜູ້ຊ່ວຍປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ປະທານອົງການພຸດທະສາສະໜາສໍາພັນລາວ (ອພສ) ແຂວງຫຼວງພະບາງ ໄດ້ເຄື່ອນໄຫວຢ້ຽມຢາມ ຄະນະ ອພສ ເມືອງວຽງຄຳ, ມີທ່ານ ສອນສັກ ສຸຂະເສີມ ປະທານຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງວຽງຄຳ ພ້ອມດ້ວຍຄະນະເຂົ້າຮ່ວມ.
ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

ໃນວັນທີ 23 ກັນຍາຜ່ານມານີ້, ສະຫາຍວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໃຫ້ກຽດຕ້ອນຮັບໂດຍສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາຄະນະພັກແຂວງປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະ.
ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໜ່ວຍສິລະປະສະມັກຫຼິ້ນ ກອງພົນທີ 2 ຜ່ານລາຍການສະແດງ

ໃນວັນທີ 23 ກັນຍາຜ່ານມາ, ໜ່ວຍສິລະປະສະມັກຫຼິ້ນຂອງກອງພົນທີ 2 ໄດ້ຜ່ານລາຍ ການສະແດງ ເພື່ອກຽມສະແດງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງກົມ ສພຊ

ກອງປະຊຸມປຶກສາຫາລື, ປະກອບຄໍາເຫັນໃສ່ຮ່າງການວິເຄາະ ແລະ ກໍານົດຕໍາແໜ່ງງານຂອງບັນດາກົມພາຍໃນສະພາແຫ່ງຊາດ (ສພຊ) ແລະ ປັບປຸງບາງມາດຕາຂອງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຂອງສະພາແຫ່ງຊາດໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-23 ກັນຍານີ້, ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ມີບັນດາ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ວິທະຍາກອນຈາກກົມພັດທະນາການບໍລິຫານລັດຂອງຄະນະຈັດຕັ້ງສູນກາງພັກ, ຄະນະກົມ-ພະແນກ ແລະ ພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານດັ່ງກ່າວພາຍໃນ ສພຊ ເຂົ້າຮ່ວມຫຼາຍກວ່າ 60 ຄົນ.
ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ສຸມໃສ່ຮັກສາຄວາມສະຫງົບປອດໄພໃນໄລຍະບຸນຊ່ວງເຮືອປະເພນີປະຈຳປີ 2026

ເມືອງສາລະວັນ ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ເພື່ອອຳນວຍຄວາມສະດວກໃນການສັນຈອນໄປ-ມາໃນໄລຍະງານບຸນຊ່ວງເຮືອປະເພນີປະຈຳປີ 2026 ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍານີ້, ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ມີບັນຍາກາດເບີກບານມ່ວນຊື່ນ.
ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ກອງພັນໃຫຍ່ 611 ປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດ

ວັນທີ 23 ກັນຍານີ້, ກອງພັນໃຫຍ່ 611 ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ ຄື: ວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ອຸໄທ ຖະໜອມໃຈ ຫົວໜ້າການເມືອງ ກອງພັນໃຫຍ່ 611, ມີຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍໂຄງການທາງດ່ວນ ບໍລິຄຳໄຊ-ແທງຖູຍ

ຄະນະກຳມະການຄົ້ນຄວ້າຊົດເຊີຍຜົນກະທົບຕາມແລວເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ເຂດບໍລິຄຳໄຊ-ແທງຖູຍ ໄດ້ເຜີຍແຜ່ຮ່າງກຳນົດອັດຕາຊົດເຊີຍ ໃນວັນທີ 23 ກັນຍານີ້, ທີ່ຫ້ອງການບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງປາກຊັນ, ມີປະທານຄະນະກຳການປົກຄອງຕາແສງບົວວຽງຄຳ, ຮອງປະທານຄະນະກຳມະການປົກຄອງຕາແສງໄຊຈະເລີນ, ອໍານາດການປົກຄອງບ້ານທົ່ງໃຫຍ່, ຫາດຊາຍສູງ, ສີບຸນເຮືອງ ແລະ ຕາງໜ້າຄອບຄົວທີ່ມີເນື້ອທີ່ຖືກຜົນກະທົບຈາກໂຄງການເຂົ້າຮ່ວມ.
ເພີ່ມເຕີມ