ທ່ານ ແຣນດຸລ ຕູອາໂນ ໂຄສົກຂອງຫ້ອງການຕຳຫຼວດແຫ່ງຊາດຟີລິບປິນ ກ່າວວ່າ: ຈໍານວນສະຖານີນໍ້າມັນທີ່ປິດໃນປະເທດຟີລິບປິນໄດ້ເພີ່ມຂຶ້ນຈາກ 273 ແຫ່ງທີ່ບັນທຶກໄວ້ໃນວັນທີ 18 ມີນາຜ່ານມາ ເປັນ 403 ແຫ່ງ. ໂດຍຫ້ອງການຕຳຫຼວດແຫ່ງຊາດຟີລິບປິນ ໄດ້ຕິດຕາມກວດກາສະຖານີນ້ຳມັນທັງໝົດ 14,313 ແຫ່ງທົ່ວປະເທດ ແລະ ຄາດວ່າການສະໜອງນ້ຳມັນເຊື້ອໄຟຈະພຽງພໍຈົນຮອດກາງເດືອນເມສາ.
ຫ້ອງການດັ່ງກ່າວ ຍັງໄດ້ຍື່ນຟ້ອງຄະດີຂາຍນ້ຳມັນເຊື້ອໄຟທີ່ຜິດກົດໝາຍ, ການກັກຕຸນ ແລະ ການຂຶ້ນລາຄາໃນຫຼາຍພື້ນທີ່. ນອກຈາກນັ້ນ, ຍັງປະສານງານກັບກະຊວງພະລັງງານເພື່ອສືບສວນ ແລະ ເພີ່ມທະວີການຕິດຕາມກວດກາສະຖານີນ້ຳມັນທີ່ປິດດຳເນີນງານ, ຍ້ອນມີຄວາມສົງໃສວ່າອາດຈະກ່ຽວຂ້ອງກັບການປັ່ນລາຄານ້ຳມັນເຊື້ອໄຟ.
ຄໍາເຫັນ