ຟິລິບປິນມີລາຍຮັບຈາກນັກທ່ອງທ່ຽວຕ່າງປະເທດ 8,67 ຕື້ໂດລາ

ຂ່າວຕ່່າງປະເທດລາຍງານໂດຍອີງຕາມຂ້ໍມູນຈາກກົມການທ່ອງທ່ຽວໃຫ້ຮູ້ໃນວັນທີ 2 ມັງກອນ 2024 ວ່າ: ໃນປີ 2023, ຟິລິບປິນມີລາຍຮັບເພີ່ມຂຶ້ນຈາກການຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 8,67 ຕື້ໂດລາ. ໃນປີ 2023 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຟິລິບປິນ 5,4 ລ້ານຄົນ.
    ທ່ານ ຄຣີສຕີນາ ກາເຊຍ ຟຣັສໂກ ລັດຖະມົນຕີກະຊວງທ່ອງທ່ຽວຟິລິບປິນກ່າວວ່າ: ຕັ້ງແຕ່ວັນທີ 1 ມັງກອນຫາວັນທີ 31 ທັນວາ 2023,ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາຟິລິບປິນ 5.450.557 ຄົນ. ໃນນັ້ນ 91,8% ແມ່ນນັກທ່ອງທ່ຽວຕ່າງປະເທດ ເຫລືອຈາກນັ້ນແມ່ນຊາວຟິລິບປິນທີ່ອາໄສຢູ່ຕ່າງປະເທດ, ບັນລຸເປົ້າໝາຍຂອງປະເທດທີ່ຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນປີ 2023 ໃຫ້ໄດ້ 4,8 ລ້ານຄົນ.
    ທ່ານລັດຖະມົນຕີກ່າວວ່າ: ປີ 2023 ແມ່ນໄຊຊະນະຂອງອຸດສາຫະກຳການທ່ອງທ່ຽວຂອງຟິລິບປິນຍ້ອນສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໄດ້ຫລາຍກວ່າ 5 ລ້ານຄົນ. ສ.ເກົາຫລີ ຍັງແມ່ນກຸ່ມນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວຟິລິບປິນຫລາຍສຸດ, ຮອງລົງມາແມ່ນອາເມຣິກາ, ຍີ່ປຸ່ນ,ອົສຕຣາລີ ແລະ ຈີນ.
    ທ່ານຍັງກ່າວວ່າ: ອຸດສາຫະກຳທ່ອງທ່ຽວຂອງປະເທດສາມາດຟື້ນຄືນໄດ້ 66% ຈາກໄລຍະທີ່ບັນລຸຈຸດສູງສຸດໃນປີ 2019 ກ່ອນການລະບາດຂອງພະຍາດໂຄວິດ 19 , ຟິລິບປິນມີລາຍຮັບຈາກນັກທ່ອງທ່ຽວສາກົນໃນປີ 2019 ແມ່ນ 8,66 ຕື້ໂດລາ. ສຳລັບປີ 2024, ອົງການທ່ອງທ່ຽວຟິລິບປິນຕັ້ງເປົ້າໝາຍວ່າຈະສາມາດຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 7,7 ລ້ານຄົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ເລັ່ງຊຸກຍູ້ “ການຫຼອມລວມສີ່ດ້ານ” ເພື່ອສ້າງພື້ນຖານຄວາມສາມັກຄີ ລະຫວ່າງຊົນເຜົ່າ ແລະ ຄວາມກ້າວໜ້າຢູ່ແຂວງຊິງໄຮໃຫ້ໝັ້ນຄົງ

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ ຕົ້ນ​ມາ, ຄະນະ​ກຳມະການ​ສູນ ກາງ​ພັກ​ໄດ້​ຖື​ເອົາ​ການ​ສ້າງ​ສະ ຕິ​ສຳນຶກ​ກ່ຽວ​ກັບ​ປະຊາ​ຄົມ​ຊາດ​ ຈີນ​ໃຫ້​ໝັ້ນຄົງ​ເປັນ​ຫຼັກ, ຖື​ເອົາ​ ວຽກ​ງານ​ຄວາມ​ສາມັກຄີ​ລະ ຫວ່າງ​ຊົນເຜົ່າ​ ແລະ ​ຄວາມ​ກ້າວ ໜ້າ​ເປັນ​ວຽກ​ງານ​ພື້ນຖານ​ທີ່​ຈະ​ຕ້ອງ​ຈັບ​ມື​ດຳເນີນ​ຢ່າງ​ຕໍ່​ເນື່ອງ. ແຂວງ​ຊິງ​ໄຮ​ແມ່ນ​ແຂວງ​ທີ່​ມີ​ຫຼາຍ​ຊົນເຜົ່າ​ອາໄສ​ຢູ່​ຮ່ວມ​ກັນ, ມີ​ຫຼາຍ​ສາສະໜາ​ຢູ່​ຮ່ວມ​ກັນ​ ແລະ ​ມີ​ຫຼາຍ​ວັດທະນະທຳ​ປະສົມ​ປະສານ​ກັນ, ເປັນ​ພາບ​ຫຍໍ້​ທີ່​ມີ​ຊີວິດ​ຊີວາ​ຂອງ​ໂຄງ​ສ້າງ​ປະຊາຊາດ​ຈີນ​ທີ່​ຫຼາກ​ຫຼາຍ​ແຕ່ ເປັນ​ເອກະ​ພາບ.
ສະ​ຖາ​ນະ​ການ​ໃນ​ເຢ​ເມນ​ຮຸນ​ແຮງ​ຂຶ້ນ ເຮັດ​ໃຫ້ປະ​ຊາ​ຊົນບໍ່​ມີ​ທີ່ຢູ່​ອາ​ໄສ

ສະ​ຖາ​ນະ​ການ​ໃນ​ເຢ​ເມນ​ຮຸນ​ແຮງ​ຂຶ້ນ ເຮັດ​ໃຫ້ປະ​ຊາ​ຊົນບໍ່​ມີ​ທີ່ຢູ່​ອາ​ໄສ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ຫວ່າງມໍ່ໆ​ມາ​ນີ້, ສະ​ຖາ​ນະ​ການ​ຢູ່ຫຼາຍ​ແຫ່ງ​ຂອງ​​ປະ​ເທດເຢ​ເມນ​​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ຕ້ອງ​ໜີ​ອອກ​ຈາກ​ບ້ານ​ເມືອງ​ຂອງ​ຕົນ.
ຣັດເຊຍ ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງໃນການເລືອກຕັ້ງສະພາ Duma

ຣັດເຊຍ ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງໃນການເລືອກຕັ້ງສະພາ Duma

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ທ່ານນາງ ເອລລາ ແພມຟີໂລວາ ຫົວໜ້າຄະນະກຳມະການເລືອກຕັ້ງສູນກາງຂອງຣັດເຊຍ ໄດ້ເປີດເຜີຍວ່າ, ຣັດເຊຍໄດ້ສະກັດກັ້ນການໂຈມຕີທາງໄຊເບີຫຼາຍກວ່າ 100 ລ້ານຄັ້ງທີ່ແນໃສ່ແພລັດຟອມການເລືອກຕັ້ງ ໃນລະຫວ່າງການເລືອກຕັ້ງສະພາ Duma. ໂດຍຫຼາຍແພລັດຟອມເຊັ່ນ: ເວັບໄຊການເລືອກຕັ້ງທາງການ, ໄດ້ຖືກໂຈມຕີແບບ DDoS (ການໃຊ້ຊັບພະກອນຈາກຫຼາຍແຫຼ່ງເພື່ອໂຈມຕີເປົ້າໝາຍດຽວ) ແລະ ຍັງມີຄວາມພະຍາຍາມທີ່ຈະແຮັກເຂົ້າໄປໃນເຊີບເວີເວັບໂດຍກົງດ້ວຍ.
ສິງກະໂປ ກຽມປັບໃໝຜູ້ໂດຍສານທີ່ກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ

ສິງກະໂປ ກຽມປັບໃໝຜູ້ໂດຍສານທີ່ກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ອົງການຂົນສົ່ງທາງບົກສິງກະໂປ (LTA) ໄດ້ປະກາດວ່າ, ສິງກະໂປຈະປັບໃໝສູງສຸດ 500 ໂດລາສິງກະໂປ ສໍາລັບຜູ້ທີ່ມີພຶດຕິກໍາກໍ່ຄວາມວຸ້ນວາຍໃນລົດເມສາທາລະນະ, ສະຖານີລົດເມ ແລະ ຈຸດປ່ຽນລົດເມ ເລີ່ມແຕ່ວັນທີ 23 ກັນຍາ ນີ້, ລວມທັງການກະທຳຕ່າງໆເຊັ່ນ: ການວາງຕີນໄວ້ເທິງເບາະນັ່ງ, ການເປີດເພງ ຫຼື ອຸປະກອນສຽງດັງ ແລະ ການຖິ້ມຂີ້ເຫຍື້ອ, ເພື່ອສົ່ງເສີມສະພາບແວດລ້ອມການຂົນສົ່ງສາທາລະນະທີ່ປອດໄພ, ເອົາໃຈໃສ່ຕໍ່ຜູ້ໂດຍສານ ແລະ ໜ້ານຳໃຊ້ບໍລິການຫຼາຍຂຶ້ນ.
8 ເດືອນ​ຕົ້ນ​ປີ​ ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ​​ຈີນ ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ ເພີ່ມ​ຂຶ້ນ 35.1%

8 ເດືອນ​ຕົ້ນ​ປີ​ ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີຂັ້ນ​ສູງ​​ຈີນ ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ ເພີ່ມ​ຂຶ້ນ 35.1%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 21 ກັນຍາ ຜ່ານມາວ່າ: ໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດຈາກກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ 8 ເຕືອນ​ຕົ້ນ​ປີ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ 42,582 ແຫ່ງ, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ໄລ​ຍະ​ກຽວ​ກັນ​ຂອງ​ປີ​ກາຍ; ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຕົວ​ຈິງ​ບັນ​ລຸ​ເຖິງ 479 ຕື້ 950 ລ້ານຢວນ.
ຫຼັກຊັບ ຫວຽດນາມ ເຂົ້າຮ່ວມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ

ຫຼັກຊັບ ຫວຽດນາມ ເຂົ້າຮ່ວມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 21 ກັນຍາ ຜ່ານມາ, ຕະຫຼາດຫຼັກຊັບຫວຽດນາມ ໄດ້ສ້າງ​ຂີດ​ໝາຍ​ສຳຄັນທີ່ເປັນ​ໜ້າຈົດຈຳ. ນັບແຕ່ວັນທີ 21 ເປັນຕົ້ນໄປ, ບໍລິສັດ FTSE Russell ຊຶ່ງເປັນບໍລິສັດຜູ້ໃຫ້ບໍລິການຈັດທຳດັດຊະນີລະດັບໂລກ ຈະ​ປ່ຽນ​ກຸ່ມຫຼັກ​ຊັບ ຫວຽດນາມ ຈາກ​ກຸ່ມຕະຫຼາດຊາຍຂອບຂຶ້ນເປັນຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​, ແຫຼ່ງ​ທຶນ​ສາ​ກົນ​ໃໝ່​ຈະ​ລົງ​ທຶນ​ເຂົ້າ​ບັນ​ດາ​ຫຸ້ນ​ຂອງ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ຕາມ​ແຜນ​ຍົກລະດັບ​ຂຶ້​ນ​ເປັນຕະຫຼາດທີ່​ຫາກໍ່ພົ້ນເດັ່ນຂຶ້ນ.
“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 16 ກັນ​ຍາ ຜ່ານມາ​ນີ້, ທ່ານ ຫຼີ​ເຈ່ຍ​ຊ່າວ ຜູ້​ວ່າ​ການ​​ອົງ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ ໄດ້​ປະ​ກາດ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ (2026-2030)” ໃນ​ກອງ​ປະ​ຊຸມສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂດ​ພິ​ເສດ ແລະ​ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ບໍ​ລິ​ຫານ​ການ​ເມືອງ​ປີ 2026. ທ່ານ ຫຼີ​ເຈ່ຍ​ຊ່າວ ກ່າວ​ວ່າ: ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດແມ່ນ​ແຜນ​​ຜັງ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຮົງ​ກົງ, ແມ່ນ​ຂີດ​ໝາຍ​ທີ່​ສຳ​ຄັນ​ຂອງ​ຮົງ​ກົງ​ໃນ​ການ​ຫັນ​ປ່ຽນ​ຈາກ​​ໄລ​ຍະການ​ບໍ​ລິ​ຫານ​ໄປ​ສູ່ໄລ​ຍະ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​.
ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025.
ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Moody's Ratings ຊຶ່ງບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນທາງການເງິນ ໄດ້ເປີດເຜີຍວ່າ, ການຂະຫຍາຍຕົວຢ່າງໄວວາຂອງສູນຂໍ້ມູນໃນມາເລເຊຍຈະນໍາໄປສູ່ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 10 ປີຂ້າງໜ້າ ແລະ ຂະແໜງພະລັງງານຕ້ອງອາໄສການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍການເຕີບໂຕຂອງສູນຂໍ້ມູນຈະຖືກຂັບເຄື່ອນຈາກລາຄາພະລັງງານທີ່ແຂ່ງຂັນໄດ້, ການສະໜອງທີ່ພຽງພໍ ແລະ ມາດຕະການສະໜັບສະໜູນຂອງລັດຖະບານ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນທີ່ຊຸກຍູ້ໂດຍສິງກະໂປ.
ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະ​ແຫຼງ​ຂ່າວຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດກອງປະຊຸມ​ຖະ​ແຫຼງຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​​ໃຫ້​ຮູ້​ວ່າ, ໃນຖານະເປັນປະເທດການຄ້າສິນຄ້າທີ່ໃຫຍ່ທີ່ສຸດໃນໂລກ, ຈີນຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ຂອງການຄ້າໂລກ.
ເພີ່ມເຕີມ