![]() |
ທ່ານ ນາງ ລຳພັນ ໄຊຄຳມີ ກ່າວເປີດວ່າ: ຊຸດອົບຮົມນີ້ ເປັນການຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານການເງິນ ຂອງພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ໂຮງໝໍເມືອງ ໃນການນຳໃຊ້ໂປຣແກມການບັນຊີພາກລັດ ເຂົ້າໃນການເຮັດວຽກໃຫ້ມີປະສິດທິຜົນ, ສະດວກ ວ່ອງໄວຂຶ້ນ ໂດຍຈະເນັ້ນໃສ່ການສ້າງແຜນງົບປະມານ, ແຜນງານຍ່ອຍ, ກິດຈະກຳໂຄງການ ທີ່ຕິດພັນກັບບັນດາໜ້າວຽກ ຂອງຂະແໜງສາທາລະນະສຸກ ຊຶ່ງຈະແຍກໃຫ້ເຫັນແຫຼ່ງທຶນ, ງົບປະມານພາກລັດ ແລະ ໂຄງການທີ່ໃຫ້ທຶນຄູ່ຮ່ວມພັດທະນາ, ການລົງບັນຊີລາຍຮັບ-ລາຍຈ່າຍ ເຊັ່ນ: ເງິນຄ່າບໍລິການ, ງົບປົກກະຕິ ແລະ ເງິນຊ່ວຍເຫຼືອຕ່າງໆ ໂດຍຕ້ອງຜ່ານລະບົບໂປຣແກມບັນຊີພາກລັດ ທີ່ກະຊວງການເງິນ ອະນຸຍາດໃຫ້ນໍາໃຊ້ ເພື່ອສະດວກໃນຕິດຕາມ ການນໍາໃຊ້ງົບປະມານໃນແຕ່ລະສະຖານທີ່ບໍລິການ, ການບັນທຶກຊັບສິນແບບເຊື່ອມສານທຸກໆແຫຼ່ງທຶນ ທີ່ໄດ້ຮັບຈາກການຊ່ວຍເຫຼືອຕ່າງໆ.
ຈາກນັ້ນ, ນັກສຳມະນາກອນ ໄດ້ຮັບຟັງການນຳສະເໜີການສ້າງແຜນການ-ແຜນງົບປະມານແບບເຊື່ອມສານ, ການປ້ອນຂໍ້ມູນແຜນງົບປະມານ, ນຳສະເໜີພາກບັນຊີລາຍຮັບ-ລາຍຈ່າຍ ແລະ ເອກະສານລາຍງານ, ການປ້ອນຂໍ້ມູນບັນຊີຊັບສິນ, ພ້ອມນີ້, ກໍໄດ້ແບ່ງກຸ່ມ ສົນທະນາແລກປ່ຽນຄຳຄິດຄໍາເຫັນ ແລະ ປະຕິບັດຕົວຈິງໃນການປ້ອນຂໍ້ມູນປີ 2026 ເຂົ້າລະບົບ.ຂ່າວ: ອັດສະວິນ

ຄໍາເຫັນ