![]() |
ການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດເວົ້າລວມ, ເວົ້າສະເພາະພະນັກງານໂຄສະນາອົບຮົມແຕ່ລະຂັ້ນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານສຶກສາອົບຮົມຂອງພັກເຮົາ ແລະ ເນື້ອໃນເອກະສານທີ່ນໍາມາອົບຮົມ ປະກອບມີ 5 ບົດຄື: ບົດທີ 1 ວຽກງານໂຄສະນາອົບຮົມຂອງພັກ, ບົດທີ 2 ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ, ບົດທີ 3 ການຂຽນ ແລະ ການປັບປຸງເອກະສານອົບຮົມ, ບົດທີ 4 ການບັນລະຍາຍເອກະສານອົບຮົມ, ບົດທີ 5 ການສ້າງແຜນການ ແລະ ການຈັດຕັ້ງຝຶກອົບຮົມ.
ສະຫາຍ ຄຳສະຫວັນ ໂຄດໄຊ ກ່າວວ່າ: ການຝຶກອົບຮົມວຽກງານອົບຮົມຄັ້ງນີ້ເປັນຊຸດເປີດສາກ ແລະ ເປັນການຈັດຕັ້ງຜັນຂະຫຍາຍມະຕິ ຄັ້ງທີ XII ຂອງພັກ ຕິດພັນກັບວຽກງານການເມືອງ-ແນວຄິດ ກໍຄືວຽກໂຄສະນາອົບຮົມຫັນໄປສູ່ຄຸນນະພາບເພື່ອສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ, ເປັນລະບົບ ແລະ ຮອບດ້ານຂອງພັກ ໂດຍເລີ່ມຈາກການຫັນປ່ຽນດ້ານແນວຄິດ-ຈິນຕະນາການ ສູ່ການກະທໍາຕົວຈິງ ເພື່ອຍົກສູງຫຼັກໝັ້ນການເມືອງ, ຍົກສູງນໍ້າໃນເສຍສະຫຼະ ແລະ ໜ້າທີ່ວຽກງານທີ່ຕົນຮັບຜິດ, ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ບັນດານັກສໍາມະນາກອນຜູ້ທີ່ເຂົ້າຮ່ວມການຝຶກອົບຮົມ ຈົ່ງພ້ອມກັນນໍາເອົາບົດຮຽນໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ຂ່າວ : ສາຍຄຳແກ້ວສະໝອນ

ຄໍາເຫັນ