ຝຶກອົບຮົມພັກແລ້ງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປະຈຳປີ 2026

ຝຶກອົບຮົມພັກແລ້ງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປະຈຳປີ 2026

ຝຶກອົບຮົມພັກແລ້ງໃຫ້ຄູສອນພາສາຍີ່ປຸ່ນ ຊັ້ນມັດທະຍົມສຶກສາປະຈຳປີ 2026
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ມູນນິທິຍີ່ປຸ່ນ ປະຈຳນະຄອນຫຼວງວຽງຈັນ (JF) ໄດ້ຈັດພິທີເປີດການຝຶກອົບຮົມພັກແລ້ງສໍາລັບຄູສອນພາສາຍີ່ປຸ່ນ ປະຈຳໂຮງຮຽນມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຂຶ້ນໃນວັນທີ 1 ກໍລະກົດຜ່ານມາ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄູຊາກາເບະ ໂຢຊຸເກະ (Kusakabe Yosuke) ຜູ້ຕາງໜ້າມູນນິທິຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈະເລີນສັກ ຄຳສັກປະສິດ ຫົວໜ້າພະແນກບໍລິຫານ ສວສ ພ້ອມດ້ວຍຫົວໜ້າພະແນກ, ຜູ້ອຳນວຍການໂຮງຮຽນ ແລະ ບັນດາຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ຝກອບຮມພກແລງໃຫຄສອນພາສາຍປນ ຊນມດທະຍມສກສາປະຈຳປ 2026 - image 1
 

ໃນພິທີ, ທ່ານ ຄູຊາກາເບະ ໂຢຊຸເກະ ໄດ້ກ່າວສະແດງຄວາມຍິນດີ ແລະ ຂອບໃຈມາຍັງທຸກພາກສ່ວນ ທີ່ໄດ້ໃຫ້ການຮ່ວມມືຢ່າງສະໜິດແໜ້ນ ໃນການພັດທະນາການສຶກສາພາສາຍີ່ປຸ່ນຢູ່ ສປປ ລາວ. ທ່ານໄດ້ເນັ້ນໜັກ ວ່າ: "ມູນນິທິຍີ່ປຸ່ນ ຍັງຄົງມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ປັບປຸງການຮຽນ-ການສອນພາສາຍີ່ປຸ່ນໃນທົ່ວໂລກ ກໍຄືຢູ່ ສປປ ລາວ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ."

ໂຄງການສະໜັບສະໜູນການສຶກສາພາສາຍີ່ປຸ່ນ ໃນຊັ້ນມັດທະຍົມສຶກສາຂອງລາວ ໄດ້ເລີ່ມຕົ້ນມາຕັ້ງແຕ່ປີ 2015 ຊຶ່ງໃນປັດຈຸບັນແມ່ນກ້າວເຂົ້າສູ່ປີທີ 10 ແລະ ໄດ້ຮັບໝາກຜົນຢ່າງໜັກແໜ້ນ. ພາຍໃຕ້ການຮ່ວມມືຢ່າງໃກ້ຊິດກັບ ສວສ, ປຶ້ມແບບຮຽນ "ນິຮົງໂກະ" (Nihongo) ທັງໝົດ 7 ເຫຼັ້ມ ແມ່ນໄດ້ສຳເລັດການຮຽບຮຽງໃນປີ 2024. ຫຼັງຈາກນັ້ນ, ໃນເດືອນກັນຍາ ປີ 2025 ຜ່ານມາ, ໄດ້ມີໂຮງຮຽນໃໝ່ອີກ 6 ແຫ່ງໃນນະຄອນຫຼວງວຽງຈັນ ທີ່ໄດ້ນຳໃຊ້ປຶ້ມແບບຮຽນນີ້ ແລະ ເປີດການຮຽນ-ການສອນພາສາຍີ່ປຸ່ນຢ່າງເປັນທາງການ.

ນອກຈາກ ນວ ແລ້ວ, ໂຄງການຍັງໄດ້ຂະຫຍາຍຕົວໄປສູ່ທ້ອງຖິ່ນ ໂດຍສະເພາະຢູ່ແຂວງຫຼວງພະບາງ ໄດ້ມີການຈັດຝຶກອົບຮົມທຸກໆ ອາທິດໃຫ້ຄູ-ອາຈານ ຈາກ 3 ໂຮງຮຽນເປົ້າໝາຍ ຕັ້ງແຕ່ເດືອນມັງກອນ ປີ 2026 ເປັນຕົ້ນມາ ແລະ ຈະເລີ່ມເປີດການຮຽນ-ການສອນພາສາຍີ່ປຸ່ນຢ່າງເຕັມຮູບແບບ ໃນເດືອນກັນຍານີ້. ພ້ອມກັນນັ້ນ, ໂຮງຮຽນຮາກແກ້ວ ກໍເປັນອີກໜຶ່ງໂຮງຮຽນທີ່ໄດ້ຕົກລົງນຳໃຊ້ປຶ້ມແບບຮຽນ "ນິຮົງໂກະ" ເຂົ້າໃນຫຼັກສູດ ຕັ້ງແຕ່ສົກຮຽນໃໝ່ນີ້ເປັນຕົ້ນໄປ, ຊຶ່ງຄູ-ອາຈານຈາກໂຮງຮຽນດັ່ງກ່າວ, ກໍໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ເຊັ່ນດຽວກັນ. ໃນປັດຈຸບັນ, ໂຮງຮຽນເປົ້າໝາຍທີ່ໄດ້ຮັບການສະໜັບສະໜູນການສຶກສາພາສາຍີ່ປຸ່ນເພີ່ມຂຶ້ນເປັນ 14 ແຫ່ງ, ໃນນັ້ນມີ 11 ແຫ່ງ ຢູ່ ນວ ແລະ 3 ແຫ່ງຢູ່ແຂວງຫຼວງພະບາງ.

ນອກຈາກການຝຶກອົບຮົມພັກແລ້ງ ແລະ ການຝຶກອົບຮົມປົກກະຕິແລ້ວ, ມູນນິທິຍີ່ປຸ່ນ ຍັງມີແຜນການທີ່ຈະສົ່ງຄູສອນພາສາຍີ່ປຸ່ນຈຳນວນ 10 ທ່ານ ເດີນທາງໄປເຂົ້າຮ່ວມການຝຶກອົບຮົມ ແລະ ທັດສະນະສຶກສາກ່ຽວກັບການດຳລົງຊີວິດຢູ່ປະເທດຍີ່ປຸ່ນໃນໄລຍະທ້າຍປີນີ້ ເພື່ອນຳເອົາຄວາມຮູ້ ແລະ ປະສົບການຕົວຈິງມາໝູນໃຊ້ເຂົ້າໃນການພັດທະນາການຮຽນ-ການສອນ ແລະ ສ້າງຊັບພະຍາກອນມະນຸດດ້ານພາສາຍີ່ປຸ່ນໃນລາວ ໃຫ້ມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ສສກ

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ແຂ່ງຂັນກິລາບານເຕະມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະຫຍ້າທຽມສາທິດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ນາງ ວັນແສງ ຈຸນລະມະນີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູ-ອາຈານ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ຈີນຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ ຄັ້ງທີ 20

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ, ໃນວັນທີ 2 ຕຸລານີ້, ມີການແຂ່ງຂັນຊີງຫຼຽນຄຳທັງໝົດ 51 ຫຼຽນ ປະກອບມີ: ມວຍສາກົນ 11 ຫຼຽນ, ຢູໂດ 5 ຫຼຽນ, ມວຍປໍ້າ 5 ຫຼຽນ, ເຮືອໃບ 5 ຫຼຽນ, ເທຄວັນໂດ 5 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 4 ຫຼຽນ, ຍູຍິດສູ 23 ຫຼຽນ, ເຮືອແຄນູ 2 ຫຼຽນ, ສະຄວັດ 2 ຫຼຽນ, ເທັນນິສ 2 ຫຼຽນ, ອີສະປອດ 1 ຫຼຽນ, ຮອັກກີ່ 1 ຫຼຽນ, ເຕະບານ 1 ຫຼຽນ, ບານສົ່ງ 1 ຫຼຽນ.
ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ສມປຊ ຈັດປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ສົກຮຽນ 2026-2027

ໃນວັນທີ 1 ຕຸລານີ້, ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີການປະຖົມນິເທດໃຫ້ແກ່ນັກສຶກສາໃໝ່ປະຈຳສົກຮຽນ 2026-2027. ການປະຖົມນິເທດຄັ້ງນີ້ແມ່ນມີຄວາມສຳຄັນໃນການກຽມຄວາມພ້ອມທາງດ້ານແນວຄິດການເມືອງ, ທັດສະນະຫຼັກໝັ້ນ ແລະ ລະບຽບວິໄນໃນການດໍາລົງຊີວິດຢູ່ ສມປຊ. ນັກສຶກສາທີ່ມາຮຽນແມ່ນພະນັກງານນຳພາ-ຄຸ້ມຄອງທີ່ຖືກຄັດເລືອກມາຈາກບັນດາກະຊວງ, ອົງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດ. ການປະຖົມນິເທດໃນຄັ້ງນີ້ລວມມີ 3 ລະບົບຄື: ລະບົບປະລິນຍາໂທຮຸ່ນທີ 22 ຈຳນວນ 118 ທ່ານ ຍິງ 38 ທ່ານ, ລະບົບປະລິນຍາຕີຮຸ່ນທີ27 ຈຳນວນ 48 ທ່ານ ຍິງ 4 ທ່ານ, ລະບົບປະລິນຍາຕີຕໍ່ເນື່ອງຮຸ່ນທີ 16 ຈຳນວນ 45 ທ່ານ ຍິງ 11ທ່ານ.
ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ເຕະບານຊາຍຮອງຊີງຊະນະເລີດ ຍີ່ປຸ່ນ - ສ ເກົາຫຼີ

ງານມະຫະກຳການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ໄກ້ຈະຈົບລົງແລ້ວ ໂດຍຜົນການແຂ່ງຂັນເຕະບານຊາຍຮອບຮອງຊະນະເລີດ ຄູ່ລະຫວ່າງທີມຊາດ ຍີ່ປຸ່ນ ພົບກັບ ທີມຊາດອຸສະເບກິສຖານ ລົງສະໜາມ 90 ນາທີ ສະເໝີກັນ 1 – 1, ຕ້ອງຕໍ່ເວລາ 120 ນາທີ ຍັງສະເໝີກັນ 1 – 1 ຊຶ່ງຕ້ອງຕັດສິນດ້ວຍການເຕະລູກໂທດເພື່ອຫາຜູ້ຊະນະເຂົ້າໄປຊີງຊະນະເລີດ, ຜົນປະກົດວ່າ ທີມຊາດຍີ່ປຸ່ນເຈົ້າພາບຍິງໄດ້ແນ່ນອນກວ່າ 9 – 8 ປະຕູ, ເຮັດໃຫ້ທີມເຈົ້າພາບຜ່ານເຂົ້າໄປຊີງຫຼຽນຄຳ ໄປພົບກັນທີມຊາດ ສເກົາຫຼີ ທີ່ເອົາຊະນະທີມຊາດຈີນ ໃນຮອບຮອງຊະນະເລີດ 2 – 1 ປະຕູ. ສ່ວນທີມຊາດຈີນ ໄປຊີງທີ 3 ກັບ ອຸສະເບກິສຖານ ໂດຍທັງ 2 ຄູ່ຈະລົງແຂ່ງໃນວັນທີ 3 ຕຸລານີ້. ສໍາລັບຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄຳ ຈະແຂ່ງຂັນກັນໃນເວລາ 13:00 ໂມງ ແລະ ຄູ່ຊີງທີ 3 ຫຼື ຊີງຫຼຽນທອງ ຈະແຂ່ງໃນເວລາ 17:30 ໂມງ ຂອງວັນທີ 3 ຕຸລາ 2026.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20, ໄອຈິ-ນາໂກຢ່າ ປະເທດຍີ່ປຸ່ນ ເຂົ້າມື້ທີ 11 ຂອງການແຂ່ງຂັນ ໂດຍໃນວັນທີ 30 ກັນຍານີ້, ມີການຊີງໄຊກັນທັງໝົດ 23 ຫຼຽນຄຳ ປະກອບດ້ວຍ: ຢູໂດ 4 ຫຼຽນ, ມວຍປໍ້າ 4 ຫຼຽນ, ຍິງທະນູ 3 ຫຼຽນ, ລົດຖີບ 3 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ເຮືອແຄນູ 2 ຫຼຽນ, ປີນໜ໊າຜາ 2 ຫຼຽນ, ອີສະປອດ 1 ຫຼຽນ, ຍິງປືນ 1 ຫຼຽນ.
ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ທີມຈີນ ຍັງນໍາໜ້າເຈົ້າຫຼຽນຄຳ ໃນເອຊຽນເກມ ໄອຈິ-ນາໂກຢ່າ

ການແຂ່ງຂັນເອຊຽນເກມ ຄັ້ງທີ 20, ກ້າວມາເຖິງມື້ທີ 10 ຂອງການແຂ່ງຂັນ ໂດຍໃນວັນທີ 29 ກັນຍານີ້ ມີການຊີງໄຊກັນທັງໝົດ 32 ຫຼຽນຄຳ ປະກອບດ້ວຍ: ແລ່ນ ແລະ ລານ 9 ຫຼຽນ, ດອກປີກໄກ່ 5 ຫຼຽນ, ຍິງປືນ 4 ຫຼຽນ, ຍົກນໍ້າໜັກ 4 ຫຼຽນ, ກິລາທາງນໍ້າ 2 ຫຼຽນ, ຄູຣາຊ 2 ຫຼຽນ, ລົດຖີບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ອີສະປອດ 1 ຫຼຽນ ແລະ ແຮນບອນ 1 ຫຼຽນ.
ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ທັບນັກກິລາລາວ ສາມາດຍາດໄດ້ຫຼຽນທອງ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 9 ຂອງການແຂ່ງຂັນ ຊຶ່ງ ທີມຊາດຈີນ ຍັງຕອງຄວາມເປັນເຈົ້າຫຼຽນຄຳ ໂດຍໄດ້ໄປ 123 ຫຼຽນຄຳ, 51 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 216 ຫຼຽນ, ອັບດັບ 2 ປະເທດເຈົ້າພາບຍີ່ປຸ່ນ 39 ຫຼຽນຄຳ, 64 ຫຼຽນເງິນ, 60 ຫຼຽນທອງ ລວມເປັນ 163 ຫຼຽນ, ອັນດັບ 3 ສເກົາຫຼີ ມີ 21 ຫຼຽນຄຳ, 24 ຫຼຽນເງິນ ແລະ 41 ຫຼຽນທອງ ລວມເປັນ 86 ຫຼຽນ.
ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ຈີນ ຍັງຄອງຄວາມເປັນເຈົ້າຫຼຽນຄຳ ເອຊຽນເກມ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 6 ຊຶ່ງນັກກິລາແຕ່ລະຊາດ ໄດ້ມີຄວາມເຄື່ອນໄຫວຝຶກຊ້ອມຢ່າງຄຶກຄື້ນ ເພື່ອຍາດຊີງເອົາຫຼຽນຄຳມາຄອງໃຫ້ໄດ້. ການແຂ່ງຂັນໃນວັນທີ 25 ກັນຍານີ້, ມີການຊີງຫຼຽນຄຳທັງໝົດ 40 ຫຼຽນ ຊຶ່ງປະກອບມີ: ລອຍນໍ້າ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 7 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ບານບ້ວງ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ກະຕໍ້ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ສະເກັດບອດ 2 ຫຼຽນ ແລະ ຂີ່ມ້າ 1 ຫຼຽນ.
ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ເພີ່ມເຕີມ