ຫາລື ຮ່າງລະບຽບ ໂຄງການຄຸ້ມຄອງ-ອະນຸລັກແຫຼ່ງນໍ້າເຂດໜອງຟ້າ

ຫາລື ຮ່າງລະບຽບ ໂຄງການຄຸ້ມຄອງ-ອະນຸລັກແຫຼ່ງນໍ້າເຂດໜອງຟ້າ

ຫາລື ຮ່າງລະບຽບ ໂຄງການຄຸ້ມຄອງ-ອະນຸລັກແຫຼ່ງນໍ້າເຂດໜອງຟ້າ
ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງຊານໄຊ ແຂວງອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລື ຜ່ານຮ່າງລະບຽບ ວ່າດ້ວຍໂຄງການຄຸ້ມຄອງ ແລະ ປົກປັກ ຮັກສາອະນຸລັກແຫຼ່ງນໍ້າ ແລະ ສິ່ງແວດລ້ອມທຳມະຊາດ ຮ່ວມກັບຊຸມຊົນເຂດໜອງຟ້າ ຢູ່ເມືອງຊານໄຊ,ເມື່ອ​ບໍ່​ດົນ​ມາ​ນີ້ໂດຍມີ ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ສົມພະສິດ ຍັບຖາວອນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຊານໄຊ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຫາລ ຮາງລະບຽບ ໂຄງການຄມຄອງ-ອະນລກແຫງນາເຂດໜອງຟາ - image 1
 

ທ່ານ ສຸກວິໄລ ພອນສາຣະແສນ ຮອງຫົວໜ້າພະກະສິກຳ ແລະ ສິ່ງແວດລ້ອມແຂວງ, ຜູ້ຊີ້ນໍ້າໂຄງການ ໄດ້ກ່າວມີຄໍາເຫັນວ່າ: ໂຄງການຄຸ້ມຄອງ ແລະ ປົກປັກຮັກສາອະນຸລັກແຫຼ່ງນໍ້າ ແລະ ສິ່ງແວດລ້ອມທຳມະຊາດ ຮ່ວມ ກັບຊຸມຊົນເຂດໜອງຟ້າ ເມືອງຊານໄຊ ໄດ້ລິເລີ່ມມາແຕ່ ປີ 2021, ເຊິ່ງໄລຍະຜ່ານມາໄດ້ມີຫຼາຍກິດຈະກຳທີ່ຈັດຕັ້ງປະຕິບັດສໍາເລັດ ເປັນຕົ້ນ ມີການຕິດຕາມກວດກາຄຸນນະພາບນໍ້າພາກສະໜາມ ແລະ ຈາກຫ້ອງທົດລອງ ໃນແຕ່ລະ ປີ (2022, 2023, 2024 ແລະ 2025) ເຫັນວ່າ: ຄຸນນະພາບນໍ້າໃນແຕ່ລະຈຸດ ແມ່ນຢູ່ໃນເກນມາດຕະຖານສິ່ງແວດລ້ອມແຫ່ງຊາດ, ໄດ້ຝຶກອົບຮົມສົ່ງເສີມສີມືແຮງງານ ແລະ ພູມປັນຍາຂອງຊຸມຊົນທ້ອງຖິ່ນ ໃນບ້ານເປົ້າໝາຍ ຂອງໂຄງການ 6 ບ້ານ ຄື: ບ້ານຢຽງດາກ, ບ້ານວັງຕັດໃຫຍ່, ບ້ານວັງຕັດນ້ອຍ, ບ້ານໜອງຟ້າ, ບ້ານດາກບອກ ແລະ ບ້ານໜອງໄກ່ໂອກ ໃນການລ້ຽງສັດໃຫ້ແກ່ປະຊາຊົນ ແລະ ເຮັດກິດຈະກຳການອະນຸລັກປ່ອຍລູກປາລົງສູ່ແຫຼງນໍ້າທໍາມະຊາດເຂດໜອງຟ້າ, ສະໜອງເບ້ຍໄມ້ (ເບ້ຍກະເຟ ແລະ ເບ້ຍໝາກມ່ວງຫິມາພານ), ພ້ອມທັງຕິດປ້າຍຊີ້ບອກ ຂອບເຂດຄຸ້ມຄອງໜອງຟ້າ.

ແນວໃດກໍດີປັດຈຸບັນເຫັນວ່າ ທີວທັດທຳມະຊາດທີ່ສວຍງາມດັ່ງກ່າວ ເລີ່ມມີການເຊື່ອມໂຊມ, ຊັບພະຍາກອນປ່າໄມ້ອ້ອມຮອບ ໜອງຟ້າຖືກບຸກລຸກຢ່າງໜັກ ເຊິ່ງເປັນສາເຫດທີ່ເຮັດໃຫ້ ຊັບພະຍາກອນທຳມະຊາດເຊື່ອມໂຊມຢ່າງໄວວາ ອາດເກີດມາຈາກຫຼາຍປັດໃຈໃນຫຼາຍໆດ້ານ ບໍ່ວ່າຈະເປັນການ ພັດທະນາເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງປະຊາຊົນທີ່ຕິດພັນກັບທຳມະຊາດ ໂດຍສະເພາະ ແມ່ນການຖາງປ່າ, ການດໍາລົງຊີວິດຂອງປະຊາຊົນ ສ່ວນຫຼາຍຕິດພັນກັບທຳມະຊາດ ຈຶ່ງມີຜົນກະທົບທີ່ນໍາມາ ຄື: ການລັກລອບຕັດໄມ້ ແລະ ເຄື່ອງປ່າຂອງດົງ,ການລ່າສັດແບບດັບສູນ, ການພັດທະນາພື້ນຖານໂຄງລ່າງ ແລະ ອື່ນໆ ທີ່ສົ່ງຜົນກະທົບຄື: ປ່າໄມ້ຫຼຸດໜ້ອຍລົງຢ່າງໄວ, ແຫຼ່ງນໍ້າບົກແຫ້ງ ແລະ ຄຸນນະພາບນໍ້າເຊື່ອມໂຊມລົງເລື້ອຍໆ, ດັ່ງນັ້ນ ປະທານຄະນະກຳມະການປົກຄອງເມືອງຊານໄຊ ໄດ້ອອກຮ່າງລະບຽບ ວ່າດ້ວຍການຄຸ້ມຄອງ ແລະ ປົກປັກຮັກສາອະນຸລັກແຫຼງນໍ້າ ແລະ ສິ່ງແວດລ້ອມທຳມະຊາດຮ່ວມກັບຊຸມຊົນເຂດໜອງຟ້າ, ມີທັງໝົດ IV ພາກ, 17 ມາດຕາ ລະບຽບການຄຸ້ມຄອງ.

ຫາລ ຮາງລະບຽບ ໂຄງການຄມຄອງ-ອະນລກແຫງນາເຂດໜອງຟາ - image 2
 

ໂອກາດດຽວກັນໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນ ໃສ່ຮ່າງລະບຽບການຄຸ້ມຄອງ ເປັນຕົ້ນ ຂໍ້ຫ້າມໃນເຂດທີ່ດິນບໍລິເວນນໍ້າ ແລະ ທີ່ດີນປ່າໄມ້, ມາດຕາການຕໍ່ຜູ້ລະເມີດ, ການລ່າສັດ ແລະ ຫາປາ, ການຊື້ ແລະ ຂາຍສັດນໍ້າ-ສັດປ່າ, ການເກັບເຄື່ອງປ່າຂອງດົງ, ການໃຊ້ເຄື່ອງລ່າສັດແບບທໍາລາຍ, ການຄອບຄອງອາວຸດ, ແຮ້ວ ແລະ ເຄື່ອງກັບດັກ, ປະເພດການປັບໃໝຕ່າງໆ ແລະ ຂັ້ນຕອນການດໍາເນີນປະຕິບັດຕໍ່ຜູ້ລະເມີດ.

ທັງນີ້ ກໍເພື່ອເປັນການກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງບົກປັກຮັກສາ ແຫຼ່ງນໍ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອ້ອມຮອບໜອງຟ້າ ແບບມີສ່ວນຮ່ວມຂອງຊຸມຊົນ ເພື່ອກຳນົດເງື່ອນໄຂ ມາດຕະການ ເຮັດໃຫ້ວຽກງານດັ່ງກ່າວ ຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ ເຮັດໃຫ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຮັບການປັບປຸງ ຟື້ນຟູ ຂະຫຍາຍຕົວຢ່າງມີປະສິດທິດຜົນ, ລວມທັງການຄຸ້ມຄອງປົກປັກຮັກສາ ໃຫ້ສອດຄ່ອງຕາມແຜນພັດທະນາເສດຖະກິດຂອງເມືອງຊານໄຊ.

ຂ່າວ: ທິດປະສົງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ