ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV
ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປຶກສາຫາລືກຽມຄວາມພ້ອມຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫາລກຽມຄວາມພອມຈດງານມະຫະກຳກລາຄນພການແຫງຊາດ ຄງທ IV - image 1
 

ໂອກາດນີ້, ທ່ານ ນາງ ລີປ່າເອ່ຍ ລີບົວປາວ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຊຶ່ງມີທັງໝົດ 7 ກຳມະການຮັບຜິດຊອບລະດັບຊາດ ພ້ອມທັງລາຍງານຜົນສຳເລັດ ໃນການກະກຽມຈັດງານດັ່ງກ່າວ ໂດຍສະເພາະໄດ້ສຳເລັດການເປີດກອງປະຊຸມລະດັບຊາດ ຄັ້ງທີ I, ສໍາເລັດຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການຕ່າງໆ, ສໍາເລັດການຜະລິດກາຈໍ້າ (ກາປະທັບ); ສຳເລັດການລົງກວດສະຖານທີ່ພັກຂອງນັກກິລາຄົນພິການ ທີ່ຈະໃຫ້ບັນດາແຂວງພັກຢູ່: ຊຶ່ງໂຮງຮຽນມັດທະຍົມສຶກສາສົມບູນສາທິດ ມີ 36 ຫ້ອງສາມາດນໍາໃຊ້ເປັນຫ້ອງນອນໄດ້ທັງໝົດ ສະເລ່ຍຈໍານວນຄົນເຂົ້າພັກໄດ້ ຫ້ອງລະ 10 ຄົນ ສາມາດຮອງຮັບໄດ້ 360 ຄົນ ແລະ ມີຫ້ອງນ້ໍາ 3 ຈຸດ ທີ່ຕ້ອງໄດ້ສ້ອມແປງໃໝ່ທັງໝົດ; ໂຮງຮຽນປະຖົມສົມບູນສາທິດ ມີ 15 ຫ້ອງສາມາດນໍາໃຊ້ເປັນຫ້ອງນອນໄດ້ທັງໝົດ ສະເລ່ຍຈໍານວນຄົນເຂົ້າພັກໄດ້ ຫ້ອງລະ 10 ຄົນ ສາມາດຮອງຮັບໄດ້ 150 ຄົນ ແລະ ມີຫ້ອງນ້ໍາ 3 ຈຸດ ທີ່ຕ້ອງໄດ້ສ້ອມແປງໃໝ່ທັງໝົດ. ນອກຈາກນັ້ນ, ກໍຍັງສຳເລັດ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງງົບປະມານ, ສຳເລັດ ຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງໂລໂກ້, ສັດນຳໂຊກ, ຄຳຂວັນ, ຫຼຽນລາງວັນ, ບັດຄ້ອງຄໍ; ໄດ້ຈັດສັນຫ້ອງການເຮັດວຽກໃຫ້ກອງເລຂາຄະນະຮັບຜິດຊອບ ປະຈຳການຢູ່ສູນກິລາບຶງຂະຫຍອງ ເພື່ອກະກຽມງານ; ສຳເລັດຮ່າງແຜນດໍາເນີນງານ ການກະກຽມຈັດການແຂ່ງຂັນ.

ທ່ານ ນາງ ລີປ່າເອ່ຍ ລີບົວປາວ ໃຫ້ຮູ້ອີກວ່າ: ສ່ວນວຽກງານເຕັກນິກ-ຈັດການແຂ່ງຂັນ ກໍໄດ້ສຳເລັດການລົງກວດສະໜາມແຂ່ງຂັນກິລາ ຄົນພິການ ໃນຄັ້ງວັນທີ 1-3 ກໍລະກົດ 2025; ສຳເລັດການລົງຕິດຕາມ, ປັບປຸງ ແລະ ສ້ອມແປງ ສະໜາມແຂ່ງຂັນກິລາຄົນພິການ ໃນຄັ້ງວັນທີ 13 ຕຸລາ 2025; ສໍາເລັດ ກອງປະຊຸມເຕັກນິກ-ຈັດການແຂ່ງຂັນຮ່ວມກັບ 10 ສະຫະພັນກິລາຄົນພິການແຫ່ງຊາດ (ຄັ້ງທີ I); ສຳເລັດ ຮ່າງຂໍ້ກໍານົດວ່າດ້ວຍການຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV; ສໍາເລັດ ຮ່າງກົດລະບຽບການແຂ່ງຂັນ 10 ປະເພດກິລາ; ສຳເລັດຮ່າງຕາຕະລາງກຳນົດວັນ, ເວລາ ແລະ ສະຖານທີ່ແຂ່ງຂັນ ແລະ ພິທີເປີດ-ປິດ; ສຳເລັດຮ່າງຕາຕະລາງກຳນົດລາຍການແຂ່ງຂັນ ແລະ ການຈັດແບ່ງຄວາມເປັນພິການຂອງນັກກິລາ; ສໍາເລັດຮ່າງຕາຕະລາງກຳນົດຈຳນວນຫຼຽນ-ລາງວັນ; ສຳເລັດປຶ້ມຄູ່ມືການຈັດແບ່ງຄວາມເປັນພິການຂອງນັກກິລາຄົນພິການ (classification of disabilities).

ຫາລກຽມຄວາມພອມຈດງານມະຫະກຳກລາຄນພການແຫງຊາດ ຄງທ IV - image 2
 

ໃນການແຂ່ງຂັນຄັ້ງນີ້ ກໍໄດ້ມີການກຳນົດປະເພດກິລາຄົນພິການ ທີ່ຈະເຂົ້າແຂ່ງຂັນມີທັງໝົດ 10 ປະເພດກິລາ ຄື: ຍົກນໍ້າໜັກ ຄົນພິການ (ຊາຍ-ຍິງ), ແລ່ນ-ລານ ຄົນພິການ (ຊາຍ-ຍິງ); ລອຍນໍ້າ ຄົນພິການ (ຊາຍ-ຍິງ); ເຕະບານ 5 ຄົນພິການຕາ (ຊາຍ); ບານບ້ວງລໍ້ເລື່ອນ ຄົນພິການ (ຊາຍ-ຍິງ); ໂກນບານ ຄົນພິການ (ຊາຍ-ຍິງ); ບັອດເຊຍ ຄົນພິການ (ຊາຍ-ຍິງ); ດອກປີກໄກ່ ຄົນພິການ (ຊາຍ-ຍິງ); ກະຕໍ້ ຄົນພິການ (ຊາຍ) ແລະ ກິລາຟັນດາບ ຄົນພິການ (ຊາຍ-ຍິງ). ພ້ອມກັນນັ້ນ, ກໍໄດ້ມີການກຳນົດສະໜາມແຂ່ງຂັນກິລາຄົນພິການ ຢູ່ 5 ຈຸດຄື: ມະຫາວິທະຍາໄລແຫ່ງຊາດ, ສະໜາມກິລາແຫ່ງຊາດ (ຫຼັກ 16), ສະໜາມກິລາ ບຶງຂະຫຍອງ, ສະໜາມກິລາບານສົ່ງກະຊວງປ້ອງກັນປະເທດ (ຫຼັກ 5) ແລະ ສະໜາມເຕະບານ ເບສະຫວັນ.

ຂະນະທີ່ວຽກພິທີເປີດ-ປິດ ແລະ ໂຄສະນາປະຊາສຳພັນ, ວຽກພິທີເປີດ-ປິດ ໂດຍພື້ນຖານແມ່ນນໍາໃຊ້ບຸກຄະລາກອນຈາກງານມະຫະກຳກິລາແຫ່ງຊາດ ເປັນຕົ້ນແມ່ນກ້ອນກຳລັງສວນສະໜາມ, ນາງສາວຖືປ້າຍ; ການສະແດງແມ່ນນຳໃຊ້ນັກຮຽນສຶກສາຄົນພິການນະຄອນຫຼວງວຽງຈັນ, ນັກຮຽນຈາກໂຮງຮຽນວິຊາຊີບຄົນພິການ ສີເກີດ, ຄົນພິການ ພາຍໃນນະຄອນຫຼວງວຽງຈັນ ສ່ວນສະຖານທີ່ ພິທີເປີດ-ປິດ ຄະນະກອງເລຂາ ໄດ້ຄົ້ນຄວ້າໂດຍພື້ນຖານ ກໍານົດສະໜາມກິລາໃຫຍ່ມະຫາວິທະຍາໄລແຫ່ງຊາດ ສ່ວນພິທີປິດຈະຈັດຢູ່ສະໂມສອນໃນຮົ່ມມະຫາວິທະຍາໄລແຫ່ງຊາດ.

ແຜນການກະກຽມໃນຕໍ່ໜ້າ ຈະປະກອບບຸກຄະລາກອນໃສ່ຮ່າງຂໍ້ຕົກລົງອະນຸກຳມະການຝ່າຍຕ່າງໆ; ກະກຽມ ຈັດກອງປະຊຸມ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງງົບປະມານ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ນະຄອນຫຼວງວຽງຈັນ; ກະກຽມ ຈັດກອງປະຊຸມເຕັກນິກຈັດການແຂ່ງຂັນທົ່ວປະເທດ ຄັ້ງທີ I ເພື່ອຜ່ານຂໍ້ກຳນົດ, ກົດລະບຽບການແຂ່ງຂັນຂອງກິລາທຸກປະເພດທີ່ບັນຈຸເຂົ້າໃນການແຂ່ງຂັນ ແລະ ລະບຽບໃນການລົງທະບຽນນັກກິລາ. ຄາດວ່າຈະຈັດໃນວັນທີ 13 ພະຈິກ 2025 ແລະ ກໍາມະການຝ່າຍຕ່າງໆວາງແຜນວຽກຂອງຕົນ.

(ຂ່າວ-ພາບ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ມອບ-ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນການສອນ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົສຕຣາລີ ແລະ ລັດຖະບານຍີ່ປຸ່ນ ໃຫ້ການສະໜັບສະໜູນໂຮງຮຽນປະຖົມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ຈະໄດ້ຮັບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນການສອນໄດ້.
ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ປະດັບຫຼຽນກາລະນຶກ 50 ປີ ພ້ອມສະຫຼອງວັນສ້າງຕັ້ງວິທະຍາໄລ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2025) ແລະ ຫຼຽນໄຊແຮງງານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍາໄລ ຄົບຮອບ 52 ປີ, 55 ປີ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນ, ອະດີດພະນັກງານອາວຸໂສບໍານານ, ຜູ້ຕາງໜ້າຈາກກົມອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ, ແຂກຖືກເຊີນ, ບໍລິສັດ ຕະຫຼອດຮອດພະນັກງານ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ເມືອງສິງ ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ

ໃນວັນທີ 7 ຕຸລາ 2026 ນີ້ຢູ່ທີ່ສະໂມສອນຂອງເມືອງສິງ ແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນຄູແຫ່ງຊາດຄົບຮອບ 32 ປີ ( 7 ຕຸລາ 1994 – 7 ຕຸລາ 2026 ) ເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ - ປກສ ຂັ້ນເມືອງ,ທ່ານ ບຸນທັນ ປອນວັນນາ ຮອງເລຂາພັກເມືອງ ປະທານກວດກາພັກ ຫົວໜ້າອົງການກວດກາລັດເມືອງ,ທ່ານ ສົມຊາຍ ວັດທະນະທອນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ,ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ,ຫົວໜ້າຫ້ອງ-ຮອງຫ້ອງການ,ສອງກອງບັນຊາການ ປກຊ - ປກສ,ອາດີດພະນັກງານອາວຸໂສບໍານານ,ປະທານຄະນະກໍາມະການປົກຄອງຕາແສງ 4 ຕາແສງ,ຄູ-ອາຈານທັງພາກລັດ-ເອກະຊົນ ແລະ ຕະຫຼອດຮອດນັກຮຽນເຂົ້າຮ່ວມ.
ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງເປັນທາງການໃນວັນທີ 6 ຕຸລາ 2026 ຢູ່ທີ່ພະແນກການຂອງຕົນ , ໂດຍການເປັນປະທານຂອງທ່ານ ອຸດຕະມະ ຈັນນີຍະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານໃນຄະນະພະແນກ, ຄະນະຂະແໜງການ,ພະນັກງານບໍານານແລະ ແຂກຖືກເຊີນ ເຂົ້າຮ່ວມ .
ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ສ​ສກພັດທະນາຄູ່ມືແນະນຳໃໝ່ ເພື່ອຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2ຂັ້ນຮຽນຂຶ້ນໄປຮຽນຮ່ວມກັນໃນຫ້ອງດຽວ, ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍໂດຍສະເພາະໃນເຂດຫ່າງໄກ,ຄາດວ່າການຫຼຸດລົງຂອງຈຳນວນຄູໃນໄລຍະຜ່ານມາ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ.
ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ມສ ສຸກສຳພັນ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ

ວັນທີ 6 ຕຸລາ 2026 ໂຮງຮຽນ ມສ ສຸກສຳພັນ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026)ພ້ອມປະດັບຫຼຽນກາລະນືກ 50ປີແລະໃບຍ້ອງຍໍ ຂຶ້ນທີ່ໂຮງຮຽນດັ່ງກ່າວ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຸກທະວີ ແສງໄຊຍະວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງໜອງໃສ; ທ່ານ ຟອງສະໝຸດ ໄໝແສງຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການແລະກິລາເມືອງ; ທ່ານ ຄຳສະເຫວີຍ ສີສົງຄາມ ອຳນວຍການ ມສ ສຸກສຳພັນ; ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ; ທ່ານ ຄູນວີໄລ ປະທານບ້ານໜອງກອກ, ພ້ອມດ້ວຍພະນັກງານອາວຸໂສບຳນານ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ນັກຮຽນ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນ ຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ

ອັດຕາການປະລະການຮຽນຍັງສູງຢູ່ບາງເຂດຫ່າງໄກສອກຫຼີກ ຂອງແຂວງຈຳປາສັກ ພ້ອມທັງບັນຫາການຂາດເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການສອນບາງແຫ່ງຍັງຊຸດໂຊມ.
ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ໂຮງຮຽນ ມສ ນາໄຊ ສຸມໃສ່ສ້າງຂະບວນການຮອບດ້ານ ຂໍ່ານັບຮັບຕ້ອນວັນຄູແຫ່ງຊາດ ຄົບຮອບ 32

ທ່ານ ໜູໄຊ ວົງຄຳ, ຜູ້ອຳນວຍການໂຮງຮຽນ ມສ ນາໄຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ໃນວັນທີ 5 ຕຸລານີ້ວ່າ: ປັດຈຸບັນ, ໂຮງຮຽນມັດທະຍົມສົມບູນນາໄຊ, ເມືອງສາລະວັນ ແຂວງ ສາລະວັນ ສຸມໃສ່ຊຸກຍູ້ບັນດາກິດຈະກຳ ແລະ ສ້າງຂະບວນການຮອບດ້ານ ພາຍໃນໂຮງຮຽນ ໂດຍສະເພາະໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ (7 ຕຸລາ 1994 – 7 ຕຸລາ 2026) ຄົບຮອບ 32 ປີ ໃຫ້ມີບັນຍາກາດຟົດຟື້ນ, ເຊິ່ງໄດ້ກຳນົດການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຂຶ້ນໃນວັນທີ 9 ຕຸລານີ້
ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ມສ ແກ່ນທ້າວ ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ

ໃນວັນທີ 5 ຕຸລາ 2026 ນີ້, ໂຮງຮຽນມັດທະຍົມສົມບູນແກ່ນທ້າວ (ມສ ແກ່ນທ້າວ) ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ ຂຶ້ນ ຢູ່ທີ່ສະໂມສອນຂອງໂຮງຮຽນດັ່ງກ່າວ. ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ທ່ານ ທິນ ສີປະມວນ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ອາຈານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນ ມສ ແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການປົກຄອງບ້ານພາຍໃນເທດສະບານ, ສະມາຄົມພໍ່ແມ່ນັກຮຽນ, ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ