![]() |
ທ່ານ ກິ່ງມະໂນ ພົມມະຫາໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອໃຫ້ບັນດາອະນຸກຳມະການດ້ານຕ່າງໆ ລາຍງານຄວາມຄືບໜ້າ ແລະ ປຶກສາຫາລືແຜນວຽກງານສຸມຢ່າງລະອຽດ ການກະກຽມຄວາມພ້ອມທຸກດ້ານ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 ໃນເດືອນມິຖຸນາ 2026 ຊຶ່ງເປັນກຽດສັກສີຂອງປະເທດຊາດ ສະແດງໃຫ້ເຫັນບົດບາດ ແລະ ຄວາມພ້ອມຂອງ ສປປ ລາວ ໃນການຂັບເຄື່ອນວຽກງານດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳໃນຂອບອາຊຽນ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ທຸກອະນຸກຳມະການ ພ້ອມໃຈຮ່ວມມືກັນດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ກະກຽມກອງປະຊຸມ AMMSTI-22 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ຄັ້ງທີ 89 (COSTI-89) ສຳເລັດຢ່າງມີປະສິດທິພາບ ແລະ ສ້າງຄວາມປະທັບໃຈໃຫ້ປະເທດສະມາຊິກອາຊຽນ.
ພ້ອມນັ້ນ, ຂໍໃຫ້ບັນດາອະນຸກຳມະການຕ່າງໆ ຮີບຮ້ອນດຳເນີນການປຶກສາຫາລື ແລະ ສຸມໃສ່ລາຍລະອຽດແຜນວຽກດ້ານຕ່າງໆ ເປັນຕົ້ນດ້ານເນື້ອໃນ, ເອກະສານ, ພິທີການ, ການບໍລິຫານດ້ານຄວາມປອດໄພ, ການເງິນ, ການແພດ, ປ້ອງກັນຄວາມສະຫງົບ ລວມທັງດ້ານວຽກງານຂ່າວສານ ແລະ ປະຊາສຳພັນຕ່າງໆ ທັງນີ້ ເພື່ອເຮັດໃຫ້ແຜນວຽກດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.
ຂ່າວ-ພາບ: ສສກ

ຄໍາເຫັນ