ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ

ຮ່າງໂຄງການການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ສະເໜີ ໂດຍ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະທານປະເທດ ແຫ່ງ ສປປ ລາວ
ໃນນາມຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຂ້າພະເຈົ້າ ຂໍສະເໜີຮ່າງໂຄງການການເມືອງຂອງພັກ (ສະບັບຫຍໍ້) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຊຶ່ງມີລາຍລະອຽດ ດັ່ງນີ້:

I. ໂຄງການການເມືອງ ສະບັບທີ III ວ່າດ້ວຍການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
1. ຂະບວນວິວັດການປະຕິບັດໂຄງການການເມືອງຂອງພັກ
ນັບແຕ່ ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກເຮົາ ໄດ້ວາງໂຄງການການເມືອງ ອອກ 2 ຄັ້ງ ຄື: ຄັ້ງທີ I ແມ່ນເປັນໂຄງການການເມືອງສະບັບທຳອິດ ທີ່ປະກາດອອກໃນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນວັນທີ 22 ມີນາ 1955 ຊຶ່ງເປັນໂຄງການການເມືອງຂອງພັກ ທີ່ກຳນົດທິດນໍາຂອງພັກ ແລະ ຖືເປັນແນວທາງ ກຳນົດໃຫ້ພັກເຮົາ ພາຍຫຼັງສ້າງຕັ້ງຂຶ້ນ ໄດ້ດໍາເນີນພາລະກິດຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດລ່າເມືອງຂຶ້ນ ແລະ ລູກມື ຂອງພວກເຂົາ; ໂຄງການການເມືອງສະບັບນີ້, ໄດ້ກາຍເປັນແສງສະຫວ່າງເຍືອງທາງນຳພາປະຊາຊົນລາວ ຕໍ່ສູ້ປະຕິວັດ ຈົນເຖິງກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ.
ໂຄງການການເມືອງສະບັບທີ II ໄດ້ສ້າງຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ II ຂອງພັກ, ຈັດຂຶ້ນໃນວັນທີ 3-6 ກຸມພາ 1972. ໂຄງການການເມືອງສະບັບນີ້, ແມ່ນໄດ້ວາງແນວທາງຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ດ້ວຍຄຳຂວັນ ດຳເນີນການປະຕິວັດຊາດ ປະຊາທິປະໄຕ ເພື່ອນຳເອົາເອກະລາດແຫ່ງຊາດ, ລົບລ້າງລະບອບຣາຊາທິປະໄຕ ກ້າວໄປເຖິງການສະຖາປະນາລະບອບໃໝ່ຂຶ້ນໃນປະເທດລາວ.
ໂຄງການການເມືອງທັງສອງສະບັບຂອງພັກ ໄດ້ຮັບການປະຕິບັດຢ່າງມີຜົນສຳເລັດອັນສະຫງ່າລາສີ ຊຶ່ງນຳມາເຖິງການສຳເລັດພາລະກິດປົດປ່ອຍຊາດ, ຍາດໄດ້ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.
50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊາຊົນລາວ ຜ່ານມາ ເປັນ 50 ປີ ທີ່ພັກເຮົາ ໄດ້ກາຍເປັນພັກກຳອຳນາດ, ນຳພາຮຳບາດແຜສົງຄາມ, ຟື້ນຟູເສດຖະກິດຂອງຊາດ ແລະ ໄລຍະຕໍ່ມາ ພັກເຮົາ ພາຍໃຕ້ການນຳຂອງ ປະທານ ໄກສອນ ພົມວິຫານ ໄດ້ກຳນົດແນວທາງປ່ຽນແປງໃໝ່ ຊຶ່ງເປັນການສ້າງການຫັນປ່ຽນທາງດ້ານຈິນຕະນາການ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງປະເທດ ແລະ ການປ່ຽນແປງຂອງໂລກ ໄດ້ກາຍເປັນທວນໄຟແຫ່ງແສງສະຫວ່າງດວງໃໝ່ ທີ່ເກີດຂຶ້ນໃນປະເທດເຮົາ ແລະ ທວນໄຟດວງນີ້ ໄດ້ເປັນເຂັມທິດເຍືອງທາງໃຫ້ພັກເຮົາເດີນຕາມ ໂດຍໃຊ້ເວລາ 40 ປີ ແລະ ແນວທາງປ່ຽນແປງໃໝ່ນີ້ ຍັງສືບຕໍ່ເປັນທິດນຳໃຫ້ພວກເຮົາເດີນຕາມ ຕໍ່ໄປຢ່າງບໍ່ທໍ້ຖອຍ ເພາະວ່າ ແນວທາງປ່ຽນແປງໃໝ່ ເປັນແນວທາງທີ່ກຳນົດອອກມາຢ່າງເປັນລະບົບຄົບຊຸດ, ລວມທັງຈຸດເລີ່ມ ແລະ ການຕີກອບທີ່ຮັດກຸມ ແລະ ຈັດວາງບຸລິມະສິດ ໃນຂົງເຂດທີ່ຕ້ອງປ່ຽນແປງ, ສ້າງໄດ້ຄວາມຮັບຮູ້ໃໝ່ ດ້ານທິດສະດີ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນ ຂອງປະເທດເຮົາ ຢ່າງແທດເໝາະກັບຄວາມສາມາດ ທີ່ອຳນວຍໃຫ້ແຕ່ລະໄລຍະ ຊຶ່ງຖືໄດ້ວ່າ ແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ທີ່ວາງອອກ ແລະ ການທີ່ພັກເຮົາ ນຳພາເຂົ້າສູ່ການປະຕິບັດ ຜ່ານ 40 ປີ ຜ່ານມານີ້ ແມ່ນໄດ້ນຳປະເທດຂອງພວກເຮົາ ສາມາດຜ່ານພົ້ນພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບອັນລະອິດລະອ້ຽວ, ຂ້ຽວຂາດໄດ້, ລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາ ໄດ້ຮັບການບູລະນະໃຫ້ເປັນລະບົບ, ຕໍ່ເນື່ອງ ແລະ ນັບມື້ນັບສົມບູນຍິ່ງໆຂຶ້ນ.
ບັນດາສະຫາຍ ທີ່ຮັກແພງ,
ການສ້າງໂຄງການການເມືອງສະບັບທີ III ຂຶ້ນມານີ້ ແມ່ນການສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ເປັນຜູ້ລິເລີ່ມ ແລະ ເປັນສະຖາປະນິກຕົ້ນຕໍ ທີ່ປະໄວ້ໃຫ້ພວກເຮົາສືບທອດຕໍ່ໄປຢ່າງບໍລິສຸດ ແລະ ຈົງຮັກພັກດີ. ຕະຫຼອດໄລຍະ 70 ປີ ແຫ່ງການນໍາພາ ຂອງພັກເຮົາ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພັກເຮົາ ສາມາດສະຫຼຸບສັງລວມໄດ້ 6 ບົດຮຽນ ທີ່ມີລັກສະນະເປັນກົດເກນ ຂອງການປະຕິວັດລາວ ເຊັ່ນ:
ໜຶ່ງ, ການນຳພາ ຂອງພັກ ແມ່ນປັດໄຈຕັດສິນທຸກໄຊຊະນະ ຂອງການປະຕິວັດລາວ; ພັກຕ້ອງຢຶດໝັ້ນອຸດົມການສັງຄົມນິຍົມ, ຢຶດຖືເອົາລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເພື່ອຊີ້ທິດເຍືອງທາງໃຫ້ແກ່ການເຄື່ອນໄຫວຂອງພັກ ໃນແຕ່ລະໄລຍະ;
ສອງ, ການສ້າງຄວາມສາມັກຄີເປັນເອກະພາບສູງພາຍໃນພັກ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ;
ສາມ, ຢຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບແນວທາງມະຫາຊົນ ຂອງພັກ, ການກໍ່ສ້າງຮາກຖານການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ;
ສີ່, ການພັດທະນາເສດຖະກິດ ຕ້ອງໝູນໃຊ້ບັນດາກົດເກນພາວະວິໄສ ຢ່າງຖືກຕ້ອງ ແລະ ນຳໃຊ້ໝາກຜົນຂອງການພັດທະນາວິທະຍາສາດ ທີ່ທັນສະໄໝເຂົ້າຢ່າງເໝາະສົມ;
ຫ້າ, ປັບປຸງການບໍລິຫານລັດ ທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມງວດ, ຮັບປະກັນໃຫ້ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ຢ່າງແທ້ຈິງ ພາຍໃຕ້ການນຳພາຂອງພັກ;
ຫົກ, ຍົກສູງນໍ້າໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕິດພັນກັບການພົວພັນຮ່ວມມືກັບສາກົນ ຢ່າງຖືກຕ້ອງ.
2. ເນື້ອໃນພື້ນຖານ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ ທີ່ໄດ້ບັນຈຸເຂົ້າໃນໂຄງການການເມືອງ ສະບັບທີ III ຂອງພັກ ດັ່ງນີ້:
1) ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ:
- ພວກເຮົາ ຕ້ອງມີຄວາມເປັນເອກະພາບ ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງ ກ່ຽວກັບລະບອບປະຊາທິປະໄຕປະຊາຊົນ ແມ່ນລະບອບຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ, ອຳນາດທັງໝົດເປັນຂອງປະຊາຊົນ ພາຍໃຕ້ການນຳພາຂອງພັກ;
- ໃນດ້ານຈຸດໝາຍ: ລະບອບປະຊາທິປະໄຕປະຊາຊົນ ທີ່ປະຊາຊົນລາວບັນດາເຜົ່າ ສູ້ຊົນສ້າງໃນປັດຈຸບັນ ແມ່ນລະບອບສັງຄົມທີ່ແນ່ໃສ່ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເມື່ອຮອດປີ 2055, ທີ່ເປັນມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 100 ປີ ຈະສູ້ຊົນສ້າງປະເທດເຮົາ ໃຫ້ເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ແລະ ໃຫ້ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກໍາລັງການຜະລິດ ໄດ້ຮັບການພັດທະນາຢ່າງຮອບດ້ານ ໂດຍມີການພົວພັນການຜະລິດ ທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜໍາສຳລານ.
- ທິດທາງ ຂອງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ແມ່ນຍົກສູງບົດບາດ ແລະ ຄວາມສາມາດນໍາພາທີ່ເຂັ້ມແຂງຂອງພັກ ແລະ ຄະນະພັກທຸກຂັ້ນ, ບູລະນະລະບອບປະຊາທິປະໄຕ ປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ລະດົມກຳລັງແຮງຂອງທົ່ວປວງຊົນ ເຂົ້າໃນການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ, ສ້າງສັງຄົມທີ່ມີຄວາມສະເໝີພາບ, ສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ເຂັ້ມແຂງ ແລະ ເປີດກວ້າງການພົວພັນຮ່ວມມື ບົນພື້ນຖານທີ່ຮັບປະກັນດ້ວຍຫຼັກການເປັນເຈົ້າຕົນເອງ.
2) ສືບຕໍ່ຍູ້ແຮງການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ:
ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງນັ້ນ ໂຄງການການເມືອງ ສະບັບທີ III ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ດັ່ງນີ້:
ໜຶ່ງ, ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງທຸລະກິດ ແລະ ຫຼາຍຮູບການແຈກຢາຍ; ໃນນັ້ນ, ພາກສ່ວນເສດຖະກິດລັດ ຕ້ອງດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງພື້ນຖານໃຫ້ແກ່ເສດຖະກິດແຫ່ງຊາດ;
ສອງ, ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ບົນພື້ນຖານການຄົ້ນຄວ້າ, ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງປະເທດ. ນຳໃຊ້ເຕັກໂນໂລຊີດີຈີຕອນ ໃຫ້ກາຍເປັນໂອກາດ, ເປັນກຳລັງແຮງ ແລະ ເປັນພື້ນຖານໃຫ້ແກ່ການຊຸກຍູ້ຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ;
ສາມ, ການປົກປັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ, ຮັບມືກັບການປ່ຽນແປງດິນຟ້າອາກາດ. ຢຶດໝັ້ນທິດນຳຖືເອົາຄວາມກົມກຽວ ລະຫວ່າງ ການພັດທະນາເສດຖະກິດ, ສັງຄົມ ກັບການປົກປັກຮັກສາສິ່ງແວດລ້ອມຕາມທິດເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຍືນຍົງ;
ສີ່, ພັດທະນາວັດທະນະທຳ-ສັງຄົມ, ປະຕິບັດຢ່າງສະເໝີຕົ້ນສະເໝີປາຍແນວທາງປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ; ພັດທະນາສັງຄົມ ຕາມທິດສັງຄົມມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ສ້າງສັງຄົມສາມັກຄີເປັນປຶກແຜ່ນຂອງບັນດາເຜົ່າ; ການເຄົາລົບສິດ-ເສລີພາບ ຂອງປະຊາຊົນ; ການສ້າງຄວາມເປັນເອກະພາບ ລະຫວ່າງຊັ້ນຄົນ; ສືບຕໍ່ປະຕິບັດທິດນຳ ເອົາການສຶກສາໄປກ່ອນກ້າວໜຶ່ງ, ເອົາການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂໍກຸນແຈ ເຮັດໃຫ້ການສຶກສາມີຄຸນະພາບສູງຂຶ້ນ; ປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໃຫ້ນັບມື້ທົ່ວເຖິງ ແລະ ມີຄຸນະພາບສູງ;
ຫ້າ, ພັດທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາປະເທດຊາດ ໃນໄລຍະໃໝ່. ພັດທະນາຄົນລາວໃຫ້ມີນໍ້າໃຈຮັກຊາດອັດດູດດື່ມ ຕິດພັນກັບການຮັກລະບອບໃໝ່, ມີຄວາມກະຕັນຍູຮູ້ບຸນຄຸນ ຕໍ່ບັນພະບູລຸດຂອງຊາດ, ສ້າງຄົນລາວ ໃຫ້ເປັນຄົນສັງຄົມນິຍົມ;
ຫົກ, ສ້າງເຫງົ້າພະລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີແບບແຜນທັນສະໄໝ ດ້ວຍການຢຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສ້າງຄວາມອາດສາມາດບົ່ມຊ້ອນ ໃນແຕ່ລະດ້ານ, ສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ພາຍໃຕ້ການນຳພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ.
ເຈັດ, ຍຶດໝັ້ນແນວທາງການຕ່າງປະເທດຂອງພັກ, ສ້າງເງື່ອນໄຂອໍານວຍໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ, ຖືສຳຄັນການຮ່ວມມືຮອບດ້ານກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ດໍາເນີນການເຊື່ອມໂຍງ-ເຊື່ອມຈອດ ເຂົ້າກັບພາກພື້ນ ແລະ ສາກົນ, ສ້າງຄວາມເປັນເຈົ້າການ ແລະ ເປັນເຈົ້າຕົນເອງ ໃນການຂະຫຍາຍການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ, ຫຼາຍລະດັບ ທັງດ້ານພັກ, ທັງດ້ານລັດ ແລະ ການທູດປະຊາຊົນ;
ແປດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຮັບປະກັນການກຳອຳນາດຂອງພັກ ໃຫ້ມີຄວາມໝັ້ນຄົງ. ສ້າງຄວາມໜັກແໜ້ນດ້ານລະບົບແນວຄິດ-ທິດສະດີຂອງພັກ; ສ້າງອົງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ເຂັ້ມແຂງ, ປັບປຸງແບບແຜນວິທີນຳພາ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງພັກ ຕາມກົດລະບຽບ ຂອງພັກ, ຮັບປະກັນລັກສະນະວິທະຍາສາດ ແລະ ປະຕິວັດ ຢ່າງໜັກແໜ້ນ; ຕໍ່ສູ້ຕ້ານການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ເສື່ອມຄຸນປ່ຽນທາດເອງ” ພາຍໃນພັກ. ສ້າງຖັນແຖວພະນັກງານ, ສະມາຊິກພັກ ໃຫ້ສົມຄູ່ກັບໜ້າທີ່ການເມືອງ; ຍົກສູງປະສິດທິພາບ ການຕິດຕາມ, ກວດກາ ການປະຕິບັດວິໄນຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ;
ເກົ້າ, ສ້າງລັດປະຊາທິປະໄຕປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ, ສ້າງລັດທີ່ຖືລັດຖະທຳມະນູນ ແລະ ກົດໝາຍ ມີບົດບາດສູງສຸດ, ສ້າງລັດທີ່ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການອຳນາດລັດເອກະພາບ, ມີການແບ່ງງານ ຢ່າງຈະແຈ້ງ, ສ້າງລັດໃຫ້ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ເຮັດຫຼ້ອນພັນທະ ຕໍ່ພົນລະເມືອງທຸກຄົນ ແລະ ຮັບປະກັນໃຫ້ພົນລະເມືອງທຸກຄົນ ປະຕິບັດພັນທະຕໍ່ລັດ ຢ່າງຄົບຖ້ວນ;
ສິບ, ເສີມຂະຫຍາຍມະຫາສາມັກຄີທົ່ວປວງຊົນ, ປະຕິບັດແນວທາງມະຫາສາມັກຄີທົ່ວປວງຊົນຢ່າງໜັກແໜ້ນ; ປ່ຽນແປງໃໝ່ແບບແຜນວິທີເຮັດວຽກກັບມະຫາຊົນ, ວິທີປຸກລະດົມຂົນຂວາຍມະຫາຊົນ; ສ້າງ ແລະ ແນະນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ໜ້າທີ່ຂອງຕົນ;
ສິບເອັດ, ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ໂດຍເປີດໂອກາດໃຫ້ປະຊາຊົນ ໄດ້ເຂົ້າຮ່ວມໃນການສ້າງ ແລະ ບູລະນະແນວທາງຂອງພັກ ແລະ ກົດໝາຍຂອງລັດ ຕາມທິດທີ່ວ່າ: ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດ ຢ່າງຊອບທຳ.
ບັນດາສະຫາຍ ທີ່ນັບຖື,
ໂຄງການການເມືອງຂອງພັກ ແມ່ນທິດສະດີປະຕິວັດ, ເປັນທວນໄຟອັນສະຫວ່າງສະໄຫວເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ; ສ້າງໄດ້ບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນ ໃຫ້ແກ່ພາລະກິດແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ.
ດ້ວຍເຫດນັ້ນ, ຈິ່ງຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດທຸກທົ່ວໜ້າ, ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ, ຍອມເສຍສະຫຼະທຸກໆຢ່າງ ເພື່ອອຸທິດໃຫ້ແກ່ການປະກອບສ່ວນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ໂຄງການການເມືອງຂອງພັກສະບັບນີ້ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ, ນຳເອົາປະເທດຊາດຂອງພວກເຮົາ ກ້າວຂຶຶ້ນຕາມຈຸດໝາຍທີ່ວາງໄວ້ ຢ່າງມີໄຊ.
ຂ້າພະເຈົ້າ ໄດ້ສະເໜີ ຮ່າງໂຄງການການເມືອງ ຂອງພັກ ສະບັບທີ III ຢ່າງສັງລວມໄປແລ້ວ, ຫວັງວ່າບັນດາສະຫາຍຜູ້ແທນກອງປະຊຸມ ຈະປະກອບຄຳຄິດຄຳເຫັນ ຢ່າງມີຄວາມຮັບຜິດຊອບສູງ ແລະ ກ້າວໄປເຖິງການໃຊ້ສິດປະຊາທິປະໄຕ ລົງຄະແນນສຽງຮັບຮອງເອົາ ເອກະສານສຳຄັນສະບັບນີ້.

ຄໍາເຫັນ

ຂ່າວເດັ່ນ

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ຖະແຫຼງຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນມື້ທີ 2

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີ 2 ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມມື້ນີ້, ດ້ວຍບັນຍາກາດອັນຟົດຟື້ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໄດ້ປະຕິບັດໜ້າທີ່ຕາມວາລະຂອງກອງປະຊຸມ.
ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ  ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ຊຸດໃໝ່

ກອງປະຊູມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນມາເປັນມື້ທີ 2 ໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ຊຶ່ງໃນພາກເຊົ້າ ໄດ້ດໍາເນີນພາຍໃຕ້ການເປັນປະທານຄວບຄຸມກອງປະຊຸມ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບການສະເໜີຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໂດຍການສະເໜີຂອງ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ.
ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ນວ ວາງເປົ້າໝາຍ GDP ສືບຕໍ່ຂະຫຍາຍ 8% ຂຶ້ນໄປ

ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 25,000 ສະຫາຍ ທົ່ວ ນວ, ກໍມີຄວາມເຊື່ອໝັ້ນຕໍ່ກັບບັນດາຄາດໝາຍ ແລະ ທິດທາງແຜນການພັດທະນາ ທີ່ຈະກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ກໍານົດ 6 ເປົ້າໝາຍໃຫຍ່

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ປະກອບມີ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ.
ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ​ພັກ ຢ້ຽມຢາມເຂດເສດຖະກິດ ນວ

ແຂກ​ຖືກ​ເຊີນກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XII ຂອງພັກ ໄດ້ລົງຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 7 ມັງກອນນີ້, ໂດຍ​ໄດ້​ຮັບການຕ້ອນຮັບຈາກ ສະຫາຍ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໄກນະຄອນ ທຳມະວອນ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານເຂົ້າຮ່ວມ.
ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ຄະນະນຳ ຄອສພ ຢ້ຽມຢາມໃຫ້ກຳລັງໃຈສື່ມວນຊົນ

ໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີXII ຂອງພັກປະຊາຊົນປະຕິວັດລາວ ໃນລະຫວ່າງ ວັນທີ 6-8 ມັງກອນ 2026ນີ້ ທີ່ຫໍປະຊຸມແຫ່ງຊາດ ໃນຕອນທ່ຽງຂອງວັນທີ 7 ມັງກອນນີ້
ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈະສ້າງບາດກ້າວໃໝ່ໃນການພັດທະນາປະເທດຊາດ

ສະຫາຍ ນາງ ບົວວອນ ສຸກລາແສງ ກຳມະການພັກ ຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ (ນວ) ໃນນາມຕົວແທນໃຫ້ສະມາຊິກພັກທົ່ວພະແນກການ ແລະ ນວ ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ດ້ວຍຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ເຊກອງ ມີຄອບຄົວຕົວແບບປູກກາເຟເປັນສິນຄ້າ 1,537 ຄອບຄົວ

ສະຫາຍ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄດ້ປະກອບຄໍາເຫັນກ່ຽວກັບຫົວຂໍ້: “ການນໍາພາຂອງຄະນະພັກແຂວງ ໃນການປູກກາເຟເປັນສິນຄ້າຂອງຄອບຄົວຕົວແບບຢູ່ແຂວງເຊກອງ" ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃນວັນທີ 6 ມັງກອນຜ່ານມາ, ທີ່ຫໍປະຊຸມແຫ່ງຊາດວ່າ:
ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດ

ສະຫາຍ ວົງມະນີ ເພື່ອປະຊາ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງນ້ຳທາ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດມາເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໄດ້ມີຄວາມພາກພູມໃຈທີ່ໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກແຂວງຫຼວງນ້ຳທາ ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສຳຄັນທາງປະຫວັດສາດໃນຄັ້ງນີ້.
ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຈໍາປາສັກ ຖືວຽກງານການເມືອງ-ແນວຄິດເປັນກົກໃນການກໍ່ສ້າງພັກ

ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະກຳມະການປົກຄອງແຂວງຈໍາປາສັກ ຖືເປັນວຽກຍຸດທະສາດທີ່ສໍາຄັນຕໍ່ການນຳພາ-ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ.
ເພີ່ມເຕີມ