ຄົນຫຼັງຈາກໂຈມຕີທາງໄຊເບີ ບໍລິສັດໃນເຄືອເຊັ່ນ: Change Healthcare ໃນເດືອນກຸມພາ 2024 ຜ່ານມາ ຊຶ່ງໂຕເລກດັ່ງກ່າວເພີ່ມຂຶ້ນເກືອບສອງເທົ່າຈາກການປະເມີນກ່ອນໜ້ານີ້ ທີ່ຄາດຄະເນໄວ້ 100 ລ້ານຄົນ.
ໜັງສືພິມ USA Today ລາຍງານວ່າ: ການໂຈມຕີທາງໄຊເບີ ບໍລິສັດ Change Healthcare ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກໍາການເບິ່ງແຍງສຸຂະພາບ. ເນື່ອງຈາກລະບົບຄອມພິວເຕີຂັດຂ້ອງ, ຈົນແພດ ແລະໂຮງໝໍບໍ່ສາມາດເກັບເງິນໄດ້ເປັນເວລາຫຼາຍອາທິດ. ລວມທັງບັນຫາທີ່ຂໍ້ມູນຫຼາຍກວ່າ 1 ໃນ 2 ຂອງຊາວອາເມຣິກາຖືກນໍາໄປໃຊ້ໂດຍບໍ່ໄດ້ຮັບອະນຸຍາດ.
ທ່ານ ຈອນ ໄວເອີຜູ້ອໍານວຍການຝ່າຍຄົ້ນຄວ້າຄວາມປອດໄພຂອງ Binary Defense, ບໍລິສັດຄວາມປອດໄພທາງໄຊເບີໃນເມືອງສະໂຕວ ຂອງລັດໂອໄຮໂອ ກ່າວວ່າ: ການໂຈມຕີທາງໄຊເບີຂະໜາດໃຫຍ່ເຫຼົ່ານີ້ ຊຶ່ງກ່ຽວຂ້ອງກັບຂໍ້ມູນສ່ວນຕົວ, ບັນທຶກການເຮັດທຸລະກໍາທາງທະນາຄານ ແລະຂໍ້ມູນສຸຂະພາບ ຢໍ້າເຕືອນໃຫ້ຜູ້ບໍລິໂພກຕ້ອງມີສະຕິລະວັງຕົວຢູ່ສະເໝີ.
ຄໍາເຫັນ